ພູມຕ້ານທານທີ່ເກີດຂຶ້ນຫຼັງຈາກສັກວັກຊີນ Sinovac ຈາກຈີນ ພົບວ່າມີປະສິດທິພາບດີ


ທ່ານອາຈານແພດ ຍົງ ພູ່ວໍຣະວັນ ຫຼື ໝໍຍົງ ຫົວໜ້າສູນວິຊາການສະເພາະດ້ານໄວຣັດວິທະຍາຄຼີນິກ ຈາກມະຫາວິທະຍາໄລຈຸລາລົງກອນ ປະເທດໄທ ໄດ້ໂພສຜ່ານເຟສບຸກສ່ວນຕົວກ່ຽວກັບຂໍ້ມູນວັກຊີນໂຄວິດ-19 Sinovac ຈາກປະເທດຈີນ ຫຼັງຈາກທີ່ລາວໄດ້ທົດສອບປະສິດທິພາບຂອງວັກຊີນ ຮ່ວມກັບໂຮງໝໍບ້ານແພ້ວ ຈັງຫວັດສະໝຸດສາຄອນ ໂດຍກ່າວເຖິງພູມຕ້ານທານທີ່ໄດ້ຮັບຫຼັງຈາກສັກວັກຊີນວ່າ: ພູມຕ້ານທານເກີດຂຶ້ນ ຫຼັງຈາກທີ່ສັກວັກຊີນ Sinovac ໄປ 2 ໂດສຫ່າງກັນ 3 ອາທິດ, ພູມຕ້ານທານທີ່ເກີດຂຶ້ນມາ ເປັນທີ່ພໍໃຈ ແລະ ມີປະສິດທິພາບທີ່ດີ.

4 ອາທິດຫຼັງຈາກທີ່ສັກວັກຊີນ ໂດສທີ 2 ພູມຕ້ານທານທີ່ເພີ່ມຂຶ້ນ ແມ່ນເທົ່າກັບພູມຕ້ານທານຂອງຄົນທີ່ກວດພົບວ່າຕິດເຊື້ອໂຄວິດ-19 ໂດຍທຳມະຊາດໃນໄລຍະ 4-8 ອາທິດ!!.

ຜູ້ທີ່ສັກວັກຊີນກວດພົບພູມຕ້ານທານຕໍ່ສະໄປຣໂປຣຕີນເຖິງ 99.4% ໃນຂະນະທີ່ຜູ້ຕິດເຊື້ອ ກວດພົບພູມຕ້ານທານ 92.4%. ລະດັບພູມຕ້ານທານໃນກຸ່ມຄົນທີ່ສັກວັກຊີນ 2 ໂດສ ມີຄ່າສະເລ່ຍຢູ່ທີ່ 89.5 u/ml ສ່ວນຜູ້ຕິດເຊື້ອແບບທຳມະຊາດຈະມີລະດັບພູມຕ້ານທານສະເລ່ຍຢູ່ທີ່ 61 u/ml ສະແດງໃຫ້ເຫັນວ່າການໄດ້ຮັບວັກຊີນສາມາດສ້າງພູມຕ້ານທານຂຶ້ນໄດ້ ເທົ່າທຽມກັບພູມຕ້ານທານທີ່ເກີດຂຶ້ນຈາກການຕິດເຊື້ອ ທີ່ຮ່າງກາຍຈະສ້າງຂຶ້ນມາເອງຫຼັງຈາກຕິດແລ້ວ.

ໃນຂະນະນີ້ທາງທີມວິໄຈເອງ ກໍກຳລັງສຶກສາໄລຍະຍາວ ເຖິງຄວາມຄົງຢູ່ຂອງພູມຕ້ານທານ ເພື່ອຄາດການໂອກາດທີ່ຈະຕິດໂຣກ ຫຼື ກັບມາຕິດຊ້ຳ, ເພາະວ່າເປັນທີ່ຮູ້ກັນດີວ່າ ຜູ້ຕິດເຊື້ອໂຄວິດ-19 ເຖິງເຊົາແລ້ວ ກໍສາມາດມີໂອກາດກັບມາເປັນຄືນໄດ້ ແຕ່ຄວາມຮຸນແຮງຈະໜ້ອຍລົງ. ຈາກການສຶກສານີ້ ຈະຊ່ວຍບອກວ່າ ຈຳເປັນບໍ່ທີ່ຈະຕ້ອງກະຕຸ້ນພູມຕ້ານທານດ້ວຍວັກຊີນໂດສທີ 3 ແລະ ຖ້າຕ້ອງໄດ້ຮັບໂດສທີ 3 ຈະຕ້ອງໄດ້ຮັບໃນໄລຍະເວລາໃດ.

ຂອບໃຈຂໍ້ມູນຈາກ:

https://www.facebook.com/100000978797641/posts/5566872693355302/

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/