ຂັ້ນຕອນການລົງທະບຽນລ່ວງໜ້າທາງອອນໄລນ໌ ເພື່ອຂໍຮັບວັກຊີນກັນ COVID-19


ເພື່ອເປັນການສະດວກຕໍ່ພໍ່ແມ່ປະຊາຊົນທີ່ຕ້ອງການຮັບວັກຊີນປ້ອງກັນໂຄວິດ-19 ທາງກະຊວງສາທາລະນະສຸກຈຶ່ງເພີ່ມວິທີການຂໍວັກຊີນແບບອອນໄລນ໌ໂດຍມີວິທີການດັ່ງນີ້:

– ຂັ້ນຕອນທີ 1: ເຂົ້າໄປທີ່ເວັບໄຊ http://vaccinatelaos.la/ ແລ້ວກົດທີ່ປຸ່ມ “ໄປທີ່ການລົງທະບຽນ” ທີ່ຢູ່ລຸ່ມສຸດ.

– ຂັ້ນຕອນທີ່ 2: ຢືນຢັນວ່າຕົວເຮົາເປັນກຸ່ມເປົ້າໝາຍຫຼືບໍ່ ສາມາດຕິກໄປທີ່ “ບຸກຄະລາກອນທີ່ມີຄວາມສ່ຽງ” ຫາກເຮົາເປັນຜູ້ທີ່ຕ້ອງການປ້ອງກັນໄວ້, ແລ້ວກົດ ສືບຕໍ່.

– ຂັ້ນຕອນທີ່ 3: ໝາຍບອກຂໍ້ມູນຂອງເຮົາ (ປະຫວັດທາງການເເພດ, ຂໍ້ມູນພື້ນຖານ: ຊື່,ອາຍຸ, ທີ່ຢູ່, ເລກບັດປະຈໍາຕົວ/ໜັງສືເດີນທາງ, ເບີໂທລະສັບ, E-mail).

– ຂັ້ນຕອນທີ່ 4: ເລືອກໂຮງໝໍ ແລະ ເວລາທີ່ຈະໄປຮັບວັກຊີນ, ເຊິ່ງສາມາດຮັບວັກຊີນຈາກໂຮງໝໍສູນກາງ 4 ແຫ່ງຂອງນະຄອນຫຼວງວຽງຈັນຄື:
+ໂຮງໝໍມະໂຫສົດ ( https://bit.ly/3xmAolF )
+ໂຮງໝໍມິດຕະພາບ ( https://bit.ly/3gNw3T5 )
+ໂຮງໝໍເສດຖາທິລາດ ( https://bit.ly/3nh4imN )
+ໂຮງໝໍ 103 ( https://bit.ly/3nelVDY )

-ຂັ້ນຕອນທີ່ 5: ກົດປຸ່ມ “ສົ່ງຂໍ້ມູນ” ຈະປາກົດຂໍ້ຄວາມຢືນຍັນໃຫ້ກົດປຸ່ມ “ແມ່ນ”

ເມື່ອການລົງທະບຽນສໍາເລັດ: ຈະປາກົດແບບຟອມນັດໝາຍ ໃຫ້ເຮົາຖ່າຍຮູບ ຫຼື ບັນທຶກໄວ້ເພື່ອນຳໄປຢັ້ງຢືນຮັບວັກຊີນ.


ສຳລັບທ່ານທີ່ສະດວກໄປລົງທະບຽນຮັບວັກຊີນຢູ່ໂຮງໝໍກໍຍັງສາມາດປະຕິບັດໄດ້ເຊັ່ນເດີມ ແຕ່ກໍຍັງຕ້ອງປະຕິດບັດຕາມມາດຕະການປ້ອງກັນພະຍາດໂຄວິດ-19 ຄື: ໃສ່ຜ້າປິດປາກ-ດັງ, ຮັກສາໄລຍະຫ່າງ, ໃຊ້ເຈລແອລກໍຮໍ.
ໝາຍເຫດ: ກ່ອນທີ່ຈະລົງທະບຽນລ່ວງໜ້າ, ກະລຸນາອ່ານຄຳແນະນຳຢູ່ໜ້າເວັບໄຊໃຫ້ລະອຽດກ່ອນຈະປະກອບແບບຟອມ.

ຂໍຂອບໃຈຂໍ້ມູນຈາກ:
• https://bit.ly/32FrlhQ
• https://vaccinatelaos.la/

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/