“ພຸກາມ” ດິນແດນສັກສິດອັນກວ້າງໃຫຍ່ ໜຶ່ງໃນສະຖານທີ່ ທີ່ມີວັດວາອາຮາມລວມກັນຫຼາຍທີ່ສຸດໃນໂລກ


ປະເທດມຽນມາ ເປັນໜຶ່ງໃນປະເທດທີ່ມີຄວາມໂດດເດັ່ນທາງດ້ານການທ່ອງທ່ຽວ ບໍ່ວ່າຈະເປັນທາງດ້ານທຳມະຊາດ, ປະຫວັດສາດ ແລະ ທີ່ສຳຄັນທາງວັດທະນະທຳ ວັດວາອາຮາມ ຈະມີຄວາມໂດດເດັ່ນເປັນພິເສດ. ເປັນຕົ້ນແມ່ນ “ພຸກາມ” ເປັນດິນແດນສັກສິດຂອງມຽນມາເລີຍກໍວ່າໄດ້ ມີຄວາມກວ້າງໃຫຍ່ໄພສານ ເປັນໜຶ່ງໃນສະຖານທີ່ ທີ່ມີວັດວາອາຮາມລວມກັນຫຼາຍທີ່ສຸດໃນໂລກ.

ເປັນເວລາຫຼາຍສະຕະວັດແລ້ວ ທີ່ຜູ້ຄົນມາຢ້ຽມຢາມ ຫຼື ມາທ່ອງທ່ຽວມຽນມາ ໃນແມ່ນ້ຳອີຣະວະດີ ທີ່ມີຄວາມຄົດຄ້ຽວໃນພາກກາງຂອງມຽນມາ ເຊິ່ງໄດ້ຖືກເອີ້ນຂານກັນວ່າມີຄວາມງາມ ມີວິຈິດສິນ ທີ່ໜ້າຫຼົງໃຫຼ, ຕ້ອງຕົກຕະລຶງຄວາມພິເສດຂອງບັນດາເຈດີສີກຸຫຼາບ ແລະ ວັດວາ ທີ່ມີຄວາມເຊີດຊູຢູ່ເທິງດິນສີແດງ ແລະ ພືດພັັນນານາຂຽວສົດງົດງາມ ທີ່ມີຢ່າງຫຼວງຫຼາຍ.

ພຸກາມ ເປັນຣາຊະອານາຈັກນ້ອຍໆ ຈົນຮອດປີ 1044 ເມື່ອພະເຈົ້າອະໂນທາ ຜູ້ປົກຄອງທີ່ຍິ່ງໃຫຍ່ທີ່ສຸດຂອງຣາຊະອານາຈັກແຫ່ງນີ້ຂຶ້ນປົກຄອງ ກໍ່ໃຫ້ເກີດການປ່ຽນແປງພັດທະນາຄັ້ງໃຫຍ່ຫຼວງ ທັງໃນພຸກາມ ແລະ ໃນພູມີພາກແຫ່ງນີ້. ກະສັດອົງນີ້ ວາງແຜນການທະຫານ ຢຶດເອົາຊັບສິນ ແລະ ວັດທະນະທຳທີ່ຕັ້ງຢູ່ທາງຕອນໃຕ້ ທີ່ເປັນເມືອງຮັ່ງມີ.

ນອກຈາກນີ້ ພະອົງຍັງຍອມຮັບວັດທະນະທຳມອນ ທີ່ເຕັມໄປດ້ວຍອິດທິພົນມາຈາກປະເທດອິນເດຍ ເນື່ອງຈາກຊັບສິນທີ່ໄດ້ມາຈາກການພິຊິດບັນດາທ່າເຮືອຂອງມອນ ພະອົງຈຶ່ງສາມາດຈ້າງສິລະປິນ, ວິສະວະກອນ, ຊ່າງຄຳ ແລະ ນັກແກະສະຫຼັກໄມ້ຊາວມອນ ມາປະດັບປະດາພຸກາມໄດ້. ພະອົງຊົງມີບັນຊາໃຫ້ສ້າງເຈດີ ແລະ ວັດວາອາຮາມເປັນຈຳນວນຫຼາຍ.

ຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/