ຊາດທຳອິດໃນໂລກ! ແຄນາດາສັ່ງຕິດຄຳເຕືອນໃນຢາສູບທຸກກອກ


ໜ່ວຍງານສາທາລະນະສຸກຂອງແຄນາດາ ປະກາດວ່າ ຜະລິດຕະພັນແບບໃໝ່ຂອງຢາສູບນອກຈາກຈະມີຮູບເຕືອນໄພອັນຕະລາຍເທິງໜ້າຊອງຂອງຢາສູບແລ້ວ ຢາສູບທຸກກອກຕ້ອງມີຂໍ້ຄວາມເຕືອນໄພຕິດຢູ່ເຊັ່ນ: “ຢາສູບເຮັດໃຫ້ເປັນມະເຮັງ” ແລະ “ອັນຕະລາຍທຸກຄັ້ງທີ່ເປົ່າຄວັນອອກມາ” ເລີ່ມມີຜົນບັງຄັບໃຊ້ 1 ສິງຫາ 2023 ເປັນຕົ້ນໄປ.

ມາດຕະການດັ່ງກ່າວເປັນສ່ວນໜຶ່ງຂອງແຜນຄວາມພະຍາຍາມຂອງລັດຖະບານແຄນາດາ ເຊິ່ງກຳນົດເປົ້າໝາຍລົດການໃຊ້ຜະລິດຕະພັນຢາສູບໃຫ້ໜ້ອຍກວ່າ 5% ຫຼື ໃຫ້ລົດລົງເຫຼືອໜ້ອຍກວ່າ 2 ລ້ານຄົນ ພາຍໃນປີ 2035 ຈາກປັດຈຸບັນທີ່ມີປະມານ 13%.

ເບື້ອງຕົ້ນ ສາທາລະນະສຸກ ຄາດການວ່າ ພາຍໃນເດືອນ ເມສາ ປີ 2025 ຫຼື ອີກ 2 ປີທາງໜ້າ ຮ້ານຄ້າຍ່ອຍທຸກແຫ່ງໃນແຄນາດາ ຈະມີແຕ່ຢາສູບແບບໃໝ່ ທີ່ມີຄຳເຕືອນທັງໜ້າຊອງ ແລະ ກອກຢາສູບວາງຈຳໜ່າຍເທົ່ານັ້ນ ຄວາມເຄື່ອນໄວໃນເທື່ອນີ້ ເກີດຂຶ້ນຫຼັງທາງການແຄນາດາປຶກສາຫາລືເພື່ອຮັບຟັງຄວາມຄິດເຫັນຂອງປະຊາຊົນເປັນເວລາ 75 ມື້ ເມື່ອປີກ່ອນ.

ລັດຖະມົນຕີກະຊວງສຸຂະພາບຈິດ ແລະ ຢາເສບຕິດ ທ່ານ Carolyn Bennett ເປີດເຜີຍວ່າ ຢາສູບໄດ້ພາກຊີວີດຊາວແຄນາດາປະມານ 48.000 ຄົນໃນທຸກໆປີ ທາງດ້ານສະມາຄົມໂຣກມະເຮັງແຫ່ງແຄນາດາ ມູນນິທິຫົວໃຈ ແລະ ຫຼອດເລືອດສະໝອງແຄນາດາ ແລະ ສະມາຄົມໂຣກປອດແຄນາດາ ອອກມາຍ້ອງຍໍກັບມາດຕະການນີ້ໃຫ້ນັກສູບໜ້າໃໝ່ໂດຍສະເພາະເຍົາວະຊົນ ເຂົ້າໃຈຜົນຮ້າຍຂອງຢາສູບ ແລະ ລັງເລທີ່ຈະສູບຫຼາຍຂຶ້ນ.

ທັງນີ້ ລາຍງານຂອງກະຊວງສາທາລະນະສຸກແຄນາດາໃຫ້ເຫດຜົນປະກອບການໃຊ້ຂໍ້ບັງຄັບນີ້ ເຊິ່ງຈະເປັນປະເທດທຳອິດໃນໂລກ ວ່າເປັນໜຶ່ງໃນປັດໄຈສຳຄັນ ຄືຜົນສຳຫຼວດພົບວ່າປະຊາຊົນທີ່ຍັງບໍ່ບັນລຸນິຕິພາວະ ເລິ່ມສູບຢາກັນຫຼາຍຂຶ້ນ ຈຶ່ງເປັນປັດໄຈທີ່ສຳຄັນໃນການອອກຂໍ້ບັງຄັບນີ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/