ຜົນສຳຫຼວດຂອງ Goldman Sachs ພົບວ່າ family offices ມີຄວາມສົນໃຈໃນການລົງທຶນ Crypto ເພີ່ມຂຶ້ນເຖິງ 26%


Goldman Sachs ຍັກໃຫຍ່ດ້ານການທະນາຄານໄດ້ເຮັດການສຳຫຼວດຫຼ້າສຸດ ພົບວ່າ 32% ຂອງ family offices ທົ່ວໂລກໄດ້ມີການລົງທຶນໃນສິນຊັບດິຈິຕອລ (digital assets) ເຊັ່ນ: Crypto, stabilitycoin, NFT, DeFi ແລະ ກອງທຶນທີ່ກ່ຽວຂ້ອງກັບ blockchain. ໃນຂະນະທີ່ 26% ໄດ້ລົງທຶນກັບຕະຫຼາດ cryptocurrency ໂດຍກົງ. ຢ່າງໃດກໍຕາມ, ຕົວເລກດັ່ງກ່າວ ນີ້ປຽບທຽບກັບການຄົ້ນຄວ້າປີ 2021 ທີ່ພົບວ່າມີພຽງແຕ່ 16% ຂອງບໍລິສັດຄຸ້ມຄອງສິນຊັບເທົ່ານັ້ນທີ່ຖືຄອງ Crypto.

Goldman Sachs ໄດ້ສໍາຫຼວດ family offices ທັງໝົດ 166 ເເຫ່ງໃນອາເມຣິກາ, ຢູໂຣບ, ຕາເວັນອອກກາງ ແລະ ອາຟຣິກາ (EMEA) ແລະ ອາຊີປາຊີຟິກ (APAC) ເພື່ອເບິ່ງເຖິງການປ່ຽນແປງໃນກົນລະຍຸດການລົງທຶນຂອງພວກເຂົາໃນສອງສາມປີຜ່ານມາ.

“ພາຍໃນລະບົບນິເວດຊັບສິນດິຈິຕອລ family offices ໄດ້ເປີດໃຈຍອມຮັບໃຫ້ crypto ຫຼາຍຂຶ້ນກວ່າເກົ່າ. ໂດຍມີອັດຕາສ່ວນຂອງຜູ້ລົງທຶນຈະເພີ່ມຂຶ້ນຈາກ 16% ໃນປີ 2021 ເປັນ 26%, ເເຕ່ວ່າອັດຕາສ່ວນຂອງຜູ້ທີ່ບໍ່ລົງທຶນ ແລະ ບໍ່ສົນໃຈໃນອະນາຄົດກັບເພີ່ມຂຶ້ນຈາກ 39% ເປັນ 62% ແລະ ຜູ້ທີ່ສົນໃຈໃນອະນາຄົດຈະລົດລົງຈາກ 45% ເປັນ 12%”

ໃນການສຳຫຼວດຍັງພົບອີກວ່າ ເຫດຜົນຫຼັກໆຂອງ family offices ທີ່ເຂົ້າຮ່ວມລົງທຶນໃນ Cryptos ກໍຄືການເຊື່ອໃຈຂອງພະລັງເທັກໂນໂລຢີ blockchain (19%) ແລະ 9% ເຂົ້າຮ່ວມອຸດສາຫະກໍາເພື່ອຈັດສັນຫຼັກຊັບໃນການລົງທຶນຂອງພວກເຂົາ, ໃນຂະນະທີ່ 8% ກຳລັງເເນມຫາ cryptocurrencies ທີ່ຄົງມູນຄ່າຕົນເອງໄດ້ ແລະ 8% ໄດ້ຊື້ bitcoin ຫຼື altcoins ສໍາລັບຄວາມເກັງກຳໄລໃນອະນາຄົດ.

ສ່ວນໃຫຍ່ຂອງ HODLers (30%) ແມ່ນມາຈາກພູມີພາກ APAC. ນອກຈາກນັ້ນ, 27% ຂອງ family offices ທີ່ບໍ່ໄດ້ລົງທຶນໃນຕະຫຼາດ crypto ໃນປັດຈຸບັນ ຍັງຄົງມີຄວາມສົນໃຈໃນການລົງທຶນໃນ crypto ໃນອະນາຄົດ.

ກົງກັນຂ້າມກັບ EMEA, ເຊິ່ງມີການລົງທຶນໃນຕະຫຼາດ crypto ພຽງແຕ່ 15% ຂອງ ແລະ 79% ຂອງຜູ້ຕອບເເບບສອບຖາມບໍ່ສົນໃຈໃນການລົງທຶນ crypto.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/