ຜົນວິໄຈເຜີຍ ປັດຈຸບັນເຫຼືອພື້ນທີ່ພຽງ 0,18% ໃນໂລກເທົ່ານັ້ນທີ່ປາສະຈາກ PM 2.5

ຜົນວິໄຈເຜີຍ-ປັດຈຸບັນເຫຼືອພື້ນທີ່

ບັນຫາຝຸ່ນ PM 2.5 ນັ້ນຖືວ່າເປັນອີກໜຶ່ງບັນຫາທີ່ເຮົາຕ້ອງໃຫ້ຄວາມສຳຄັນ ແລະ ລະມັດລະວັງເປັນພິເສດ ໂດຍສະເພາະໃນຍາມຮ້ອນທີ່ໄຮ້ຝົນໄຮ້ລົມແບບນີ້ ແລະ ຝຸ່ນ PM 2.5 ບໍ່ໄດ້ມີແຕ່ຢູ່ລາວ ຫຼື ບາງປະເທດເທົ່ານັ້ນ ເພາະຫຼ້າສຸດ ຜົນວິໄຈເຜີຍ ປັດຈຸບັນເຫຼືອພື້ນທີ່ພຽງ 0,18% ໃນໂລກເທົ່ານັ້ນທີ່ຍັງປາສະຈາກ PM 2.5.

ໂດຍງານວິໄຈຈາກ ຄະນະວິຊາສາທາລະນະສຸກ ແລະ ການແພດປ້ອງກັນຂອງ ມະຫາວິທະຍາໄລໂມນາສ (Monash University) ໄດ້ສະແດງໃຫ້ເຫັນເຖິງຄວາມກັງວົນຂອງ PM 2.5 ວ່າ ຖ້າອີງຕາມແນວທາງໃໝ່ຂອງອົງການອະນາໄມໂລກ ຫຼື WHO ຈະເຫຼືອພື້ນທີ່ພຽງແຕ່ 0,18% ໃນໂລກເທົ່ານັ້ນທີ່ຍັງຢູ່ໃນເກນປອດໄພ ແລະ ສໍາຜັດກັບຝຸ່ນ PM 2.5 ໜ້ອຍກວ່າຄ່າກາງທີ່ກຳນົດ ເຊິ່ງຢູ່ທີ່ປະມານ 5 ໄມໂຄຣກຣາມ/ແມັດກ້ອນ ຕໍ່ປີ.

ສິ່ງທີ່ໜ້າສົນໃຈກໍຄື ບັນດາປະເທດໃນທະວີບ ອາເມຣິກາເໜືອ ແລະ ຢູໂຣບມີການລົດລົງໃນໄລຍະ 2​ ທົດສະວັດທີ່ຜ່ານມາ. ແຕ່ໃນບັນດາປະເທດຈາກອາເມຣິກາໃຕ້, ເອເຊຍໃຕ້ ກຸ່ມປະເທດແຖບຕາເວັນອອກກາງ, ອອສເຕຣເລຍ, ນິວຊີແລນ ໄດ້ເພີ່ມຂຶ້ນກວ່າ 70% ເຊິ່ງສູງເກີນລະດັບທີ່ປອດໄພ.

ຜົນວິໄຈເຜີຍ-ປັດຈຸບັນເຫຼືອພື້ນທີ່

ຍິ່ງທຽບໃສ່ຈຳນວນປະຊາກອນ ຕົວເລກດັ່ງກ່າວຍິ່ງໜ້າຕົກໃຈຂຶ້ນໄປອີກ ຄືມີຄົນໃນໂລກພຽງ 0,001% ເທົ່ານັ້ນທີ່ບໍ່ໄດ້ຮັບໄພຄຸກຄາມນີ້. ສາສະດາຈານ ກູ (Guo) ຫົວໜ້າການວິໄຈຄັ້ງນີ້ກ່າວວ່າ: “ການສຶກສາຄັ້ງນີ້ເຮັດໃຫ້ເຮົາໄດ້ຮູ້ມົນລະພິດທາງອາກາດນີ້ໄດ້ຢ່າງເລິກເຊິ່ງ ພ້ອມຍັງເປັນຫຼັກຖານເຖິງຜົນກະທົບຕໍ່ສຸຂະພາບຂອງມະນຸດຢ່າງໃຫຍ່ຫຼວງ”

“ດັ່ງນັ້ນຂໍ້ມູນຂອງເຮົາຈະສົ່ງຕໍ່ໄປຈົນຮອດຜູ້ກຳນົດນະໂຍບາຍ ເຈົ້າໜ້າທີ່ສາທາລະນະສຸກ ແລະ ນັກວິໄຈທົ່ວໂລກ ໃນການປະເມີນສະຖານະການໃນໄລຍະສັ້ນ ແລະ ໄລຍະຍາວເພື່ອນຳມາເຊິ່ງທາງແກ້ໄຂບັນຫາໃນທີ່ສຸດ”.

ຜົນວິໄຈເຜີຍ-ປັດຈຸບັນເຫຼືອພື້ນທີ່

ໂດຍສາເຫດຫຼັກໆທີ່ມັກພາໃຫ້ເກີດ ຝຸ່ນ PM 2.5 ກໍຄື ຄວັນພິດຈາກທໍ່ລົດ, ຈາກການຂົນສົ່ງຄົມມະນາຄົມ, ຄວັນ ແລະ ຝຸ່ນທີ່ເກີດຈາກການເຜົາໄໝ້ທີ່ສະຖານທີ່ເປີດ ເຊັ່ນ: ການຈູດຂີ້ເຫຍື້ອ ການເຜົາປ່າ ຫຼື ເຜົາຫຍ້າ ແລະ ຝຸ່ນລະອອງຈາກໂຮງງານອຸດສາຫະກຳຕ່າງໆ. ນອກຈາກນີ້ ກໍຍັງມີປັດໄຈຕ່າງໆອີກ ເຊັ່ນ: ການເຮັດປະຕິກິລິຍາເຄມີເທິງອາກາດ ໂດຍມີສານເຄມີກຸ່ມ Sulfur ຫຼື ກຸ່ມ Nitrogen ແລະ Ammonia ເປັນສານຕັ້ງຕົ້ນ ລວມທັງສານເຄມີຕ່າງໆ ສານທີ່ເປັນອັນຕະລາຍເຊັ່ນ: mercury, cadmium, arsenic, polycyclic aromatic hydrocarbons ແລະ ສານກໍ່ມະເຮັງອີກຈຳນວນຫຼາຍ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/