ຜູ້ໃຊ້ TikTok ຫຼາຍຄົນອອກມາເຮັດຕາມເທຣນ Perineum Sunning ຫຼື ຜຶ່ງຮູທະວານຮັບແສງແດດ ເພາະເຊື່ອວ່າມັນດີຕໍ່ສຸຂະພາບ

TikTok

ທີ່ຜ່ານມາເຊື່ອວ່າຫຼາຍຄົນຕ້ອງເຄີຍເຫັນເທຣນ ຫຼື ກະແສແປກໆ ຈາກ TikTok ມາແລ້ວບໍ່ຫຼາຍກໍໜ້ອຍ ແລະຫຼ້າສຸດນີ້ເອງ ກໍໄດ້ມີຜູ້ໃຊ້ TikTok ຄົນໜຶ່ງອອກມາໂພສວິດີໂອເຊີນຊວນໃຫ້ຜູ້ຕິດຕາມຂອງຕົນອອກມາອາບແດດໂດຍການຫັນຮູທະວານຂອງຕົນເອງຮັບແສງແດດ ຫຼື Perineum Sunning ເພາະເຊື່ອວ່າມັນດີຕໍ່ສຸຂະພາບ ແລະ ສາມາດເພີ່ມພະລັງຊີວິດໄດ້.

TikTok

ແລະເນື້ອໃນຂອງວິດີໂອຕົວດັ່ງກ່າວກໍໄດ້ລະບຸວ່າ “ບໍ່ຮູ້ວ່າພວກເຈົ້າໄດ້ຍິນກ່ຽວກັບ Perineum Sunning (ການຜຶ່ງຮູທະວານອາບແດດ) ແລ້ວຫຼືບໍ່? ເຊິ່ງມັນກໍຄືເມື່ອເຈົ້າຫັນຮູທະວານເຂົ້າຫາແສງແດດປະມານ 30 ວິນາທີໂດຍມັນຈະທຽບກັບການທີ່ເຈົ້າຍ່າງອາບແດດໝົດມື້”

“ຮ່າງກາຍຂອງເຈົ້າຈະໄດ້ຮັບວິຕາມິນ D ເພາະສະນັ້ນເຮັດມັນເທາະ” ພ້ອມນີ້ພວກເຂົາຍັງເຊື່ອອີກວ່າການທີ່ເຮັດແບບນີ້ຈະຊ່ວຍໃຫ້ນອນຫຼັບດີ.

TikTok

ຢ່າງໃດກໍຕາມ ສິ່ງທີ່ບໍ່ຄາດຄິດກໍເກີດຂຶ້ນ ເພາະວ່າມີຫຼາຍຄົນທີ່ເຊື່ອແລະເຮັດຕາມຜູ້ໃຊ້ TikTok ຄົນດັ່ງກ່າວ ພ້ອມກັບໄດ້ໂພສວິດີໂອຂອງຕົນທີ່ກໍາລັງຫັນຮູທະວານຮັບແສງແດດແບບຊື່ນໃຈ. ນອກຈາກນີ້ແລ້ວເທຣນດັ່ງກ່າວຍັງມີອິນຟູເອັນເຊີ້ຫຼາຍຄົນໄດ້ເຮັດການໂປຣໂໝດໂດຍການເຮັດຕາມ ພ້ອມຕິດແຮສແທັກວ່າ #perineumsunning (ເປັນແຮັສແທັກກ່ຽວກັບການຜຶ່ງຮູທະວານອາບແດດ) ແລະ ກໍມີຍອດຄົນກົດເຂົ້າໄປເບິ່ງຫຼາຍລ້ານວິວແລ້ວ.

TikTok

ອີກໜຶ່ງຜູ້ໃຊ້ TikTok ທີ່ເຮັດກ່ຽວກັບ perineum sunning ກໍໄດ້ໂພສວິດີໂອພ້ອມບັນຍາຍຄໍາເວົ້າວ່າ

“ລອງຄິດເບິ່ງເດີ້ ເຈົ້າຈະບໍ່ໃຫ້ສ່ວນສຳຄັນຂອງຮ່າງກາຍຖືກແສງແດດແນ່ຫວາ?”  “ຍິ່ງເຈົ້າເຊື່ອງມັນ (ຮູທະວານ) ຈາກດວງຕາເວັນຫຼາຍເທົ່າໃດ ຮ່າງກາຍຂອງເຈົ້າແມ່ນຈະຍິ່ງອ່ອນແອລົງ”.

ແລະອີກຄົນກໍບອກວ່າຂ້ອຍຜຶ່ງຮູທະວານຂອງຕົນເອງກັບແສງແດດທຸກມື້ ມື້ລະ 10-15 ນາທີ.

TikTok

ທັງນີ້ ຈາກກະແສດັ່ງກ່າວມີທັງຄົນເຮັດຕາມ ແລະ ຄົນທີ່ງົງວ່າຄົນພວກນີ້ກໍາລັງເຮັດຫຍັງ? ໃນອີກດ້ານໜຶ່ງທາງໝໍຜູ້ຊ່ຽວຊານຫຼາຍຄົນກໍອອກມາເຕືອນວ່າ ບໍ່ມີຫຼັກຖານວ່າການເຮັດແນວນີ້ມັນດີຕໍ່ຫຼັກສຸຂະພາບແທ້ຫຼືບໍ່? ພ້ອມບອກວ່າກະແສດັ່ງກ່າວເປັນການທຳຮ້າຍຜິວໜັງຂອງຕົນເອງ ເພາະຮູທະວານເປັນສ່ວນຂອງຮ່າງກາຍທີ່ບອບບາງຫຼາຍທີ່ສຸດ ມັນສ່ຽງຕໍ່ການຕິດເຊື້ອ ບໍ່ແນະນຳໃຫ້ເຮັດຕາມ.

“ນີ້ເປັນຕົວຢ່າງຂອງການໃຫ້ຂໍ້ມູນທີ່ຜິດພາດເທິງໂຊຊຽວມີເດຍ ເຊິ່ງບາງກໍລະນີອາດນຳໄປສູ່ການໄດ້ຮັບອັນຕະລາຍໄດ້ເລີຍ” ທ່ານໝໍ Stephanie Ooi ຈາກສູນສຸຂະພາບ MyHealthcare Clinic ກ່າວ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ