ຜູ້ປະກອບການລາວ ກຳລັງຊອກຫາໂອກາດທີ່ຈະເພີ່ມຍອດຂາຍ ໂດຍການຂາຍສິນຄ້າຜ່ານຮ້ານສະດວກຊື້


ກຸ່ມຜູ້ຜະລິດສິນຄ້າພາຍ ແລະ ຜູ້ປະກອບການໃນລາວ ກໍາລັງຊອກຫາວິທີການສົ່ງເສີມໂອກາດໃນການແຂ່ງຂັນ ແລະ ເພີ່ມການຂາຍຂອງພວກເຂົາ ຜ່ານການວາງຂາຍສິນຄ້າຂອງພວກເຂົາໃນຮ້ານສະດວກຊື້ຕ່າງໆ.

ການຮວມຕົວປຶກສາຫາລືດັ່ງກ່າວ ເກີດຂຶ້ນເມື່ອບໍ່ດົນມານີ້ ທີ່ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ກອງປະຊຸມສໍາມະນາ ໃນຫົວຂໍ້: “ການສ້າງຄຸນະພາບເພື່ອການແຂ່ງຂັນຕະຫຼາດພາຍໃນ ຕາມມາດຕະຖານສາກົນ”ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ຈັນທະຈອນ ວົງໄຊ ຮອງ ປະທານ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ, ໃຫ້ກຽດເປັນປະທານກອງປະຊຸມ ເຊິງມີການເຂົ້າຮ່ວມຈາກແຂກທີ່ຖືກເຊີນຈາກຫຼາຍພາກສ່ວນ ເຊັ່ນ:  ບໍລິສັດ ບີກຊີ ລາວ, ບໍລິສັດ ກັອກ ກັອກ ເອັມ, ບໍລິສັດ ໂຊກທະວີ ຊຸບເປີສະໂຕ, ເຊເວັນອີເລເວັນ, ປາກຊັນຊຸບເປີມາເກັດ, ດີມາກ ຊຸບເປີມາເກັດ, ວິວມໍ  ແລະ ຕ່າງໜ້າຈາກກຸ່ມ, ສະມາຄົມ ແລະ ຫົວໜ່ວຍທຸລະກິດຈາກຂະແຫນງການຜະລິດ ຫຼາຍກວ່າ 60 ກວ່າທ່ານ ທີ່ເຂົ້າຮ່ວມ.

ຈຸດປະສົງຂອງກອງປະຊຸມສໍາມະນາໃນຄັ້ງນີ້ ແມ່ນ ເພື່ອເປັນການແລກປ່ຽນ ແລະ ເຜີຍແຜ່ຄວາມຮູ້ຄວາມເຂົ້າໃຈໃຫ້ແກ່ຜູ້ປະກອບການທີ່ມີຄວາມສົນໃຈນຳເອົາສິນຄ້າ ຫຼື ຜະລິດຕະພັນຂອງຕົນ ຈຳໜ່າຍໃນຮ້ານສະດວກຊື້ ແລະ ຮ້ານຈໍາໝາຍສິນຄ້າຊັ້ນນຳໃນ ສປປ ລາວ ວ່າຄຸນະພາບຂອງສິນຄ້າຕ້ອງໄດ້ການຮັບຮອງມາດຕະຖານ, ລະບົບການບໍລິຫານຄຸ້ມຄອງ ແລະ ເງື່ອນໄຂອື່ນໆ ທີ່ທາງຜູ້ປະກອບການຈະຕ້ອງໄດ້ປະຕິບັດ

ພ້ອມດຽວກັນນັ້ນກໍໄດ້ຮັບຟັງການນຳເໜີ ເຄື່ອງມືຖານຂໍ້ມູນຂ່າວສານດ້ານຄຸນະພາບສິນຄ້າ ແລະ ຜົນສໍາເລັດຂອງບັນດາ 14 ບໍລິສັດທີ່ໄດ້ຮ່ວມໂຄງການ ການເປັນຜູ້ນໍາດ້ານມາດຕະຖານ (Quality Champion Program) ນອກຈາກນັ້ນຍັງໄດ້ນໍາສະເໜີ ການທົບທວນ ແລະ ສັງລວມຂະບວນການຂອງການຄຸ້ມຄ່ອງບໍລິຫານໃນທຸກໆຂັ້ນຕອນ ຂອງບໍລິສັດ ໂດຍການນໍາເອົາຫຼັກສູດ ການບໍລິຫານແບບ LEAN ຫຼືການບໍລິການແບບຊ່ວຍຫຼຸດຕົ້ນທຶນ ໂດຍຜູ້ຊ່ຽວຊານດ້ານຄຸນະພາບ.

ນອກຈາກນີ້ຍັງໄດ້ມີເວທີສົນທະນາ ຈາກບໍລິສັດ  ບີກຊີ ລາວ, ບໍລິສັດ ກັອກ ກັອກ ເອັມ, ບໍລິສັດ ໂຊກທະວີ ຊຸບເປີສະໂຕ,  ເຊເວັນອີເລເວັນ ແລະ  ປາກຊັນຊຸບເປີມາເກັດ. ໂດຍເວທີສົນທະນານີ້ໄດ້ມີການແລກປ່ຽນ ສົນທະນາ ບັນດາຂໍ້ກໍານົດ ດ້ານນິຕິກຳ ແລະ ຂໍ້ກຳນົດຕ່າງເຊັ່ນ: ຜູ້ປະກອບການຕ້ອງມີໃບທະບຽນວິສາຫະກິດ, ມີລະບົບບັນຊີ, ສິນຄ້າຕ້ອງໄດ້ຮັບການຮັບຮອງມາດຕະຖານ, ຄຸນະພາບຂອງສິນຄ້າ ຫຼື ຜະລິດຕະພັນ ທີ່ຕ້ອງປະຕິບັດຕາມເງືອນໄຂດັ່ງກ່າວເພື່ອໃຫ້ສິນຄ້າ ສາມາດເຂົ້າຈໍາໜ່າຍໃນຮ້ານດັ່ງກ່າວທີ່ກ່າວມາຂ້າງເທິງນັ້ນໄດ້.

https://www.facebook.com/LNCCI/posts/pfbid0DDegMipJDeRpAL3LTaYMmyqGxhSATjvesdd7jUsVhyhAdCb5F3kKASFpryFGpEuol

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/