ທະນາຄານພັດທະນາອາຊີ (ADB) ທີ່ມີສຳນັກງານໃຫຍ່ຢູ່ນະຄອນຫຼວງມະນິລາ ກ່າວວ່າ: ຈີນຍັງເປັນຄູ່ຮ່ວມມືການຄ້າທີ່ສຳຄັນຂອງຫຼາຍປະເທດໃນທົ່ວໂລກ ແລະ ການກ່າວອ້າງທີ່ວ່າ ຈີນຈະແຍກຕົວອອກຈາກເສດຖະກິດໂລກແມ່ນຍັງໄກເກີນຄວາມເປັນຈິງ
Albert Park ຫົວໜ້າເສດຖະສາດຂອງ ADB ກ່າວຕໍ່ CNBC ວ່າ “ຈີນອາດຈະເປັນຄູ່ຄ້າອັນດັບໜຶ່ງສໍາລັບປະເທດສ່ວນໃຫຍ່ໃນທົ່ວໂລກ”. ເຖິງແມ່ນວ່າການຄ້າໂດຍລວມຂອງຈີນໄດ້ຫຼຸດລົງໃນບາງສ່ວນ. ແຕ່ການມີສ່ວນຮ່ວມ ແລະ ຄວາມສຳຄັນຂອງຈີນໃນຕ່ອງໂສ້ອຸປະທານໃນທົ່ວໂລກຍັງຄົງບໍ່ລົດລະ.
ການຄ້າຂອງຈີນກັບຄູ່ການຄ້າລາຍໃຫຍ່ໄດ້ຫຼຸດລົງໃນປີ 2023, ການສົ່ງອອກປະຈໍາປີຂອງຈີນໄດ້ຫຼຸດລົງເປັນຄັ້ງທໍາອິດໃນຮອບ 7 ປີເນື່ອງຈາກຄວາມຕ້ອງການຂອງສິນຄ້າຂອງຈີນຫຼຸດລົງທ່າມກາງການເຕີບໂຕຂອງເສດຖະກິດໂລກຊ້າລົງ. ແນວໃດກໍດີ, ຈີນຍັງຄົງເປັນຄູ່ຮ່ວມມືການຄ້າທີ່ສຳຄັນກັບ 120 ກວ່າປະເທດ ແລະ ຍັງຄົງເປັນຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດກັບຍີ່ປຸ່ນ, ເກົາຫຼີໃຕ້, ໄຕ້ຫວັນ ແລະ ຫວຽດນາມ, ອີງຕາມຂໍ້ມູນຈາກສູນວິໄຈຂອງອາເມລິກາ Wilson Center.
ໃນຂະນະທີ່ແນວໂນ້ມນີ້ອາດຈະເປັນຄວາມຈິງສໍາລັບບາງຜະລິດຕະພັນ ຫຼື ປະເທດສະເພາະເຈາະຈົງທີ່ “ພະຍາຍາມຢ່າງແຂງຂັນເພື່ອຈຳກັດການຄ້າກັບຈີນ” ແຕ່ໃນລະດັບໂລກ ການແຍກຕົວອອກຈາກກັນນັ້ນຍັງບໍ່ເປັນທີ່ຊັດເຈນຫຼາຍ. Albert Park ກ່າວຕື່ມວ່າ ເຖິງແມ່ນວ່າຫຼັງຈາກການຂັດແຍ້ງດ້ານການຄ້າທີ່ເລີ່ມຕົ້ນຂຶ້ນໂດຍປະທານາທິບໍດີສະຫະລັດທ່ານ Donald Trump ໃນປີ 2018, ຄວາມສໍາຄັນຂອງຈີນໃນຕ່ອງໂສ້ອຸປະທານທົ່ວໂລກກໍບໍ່ໄດ້ຫຼຸດລົງເລີຍ.
ຄວາມເຄັ່ງຕຶງດ້ານການຄ້າລະຫວ່າງຈີນກັບສະຫະລັດ ໄດ້ລະເບີດຂຶ້ນຕັ້ງແຕ່ປີ 2018 ເມື່ອ Donald Trump ໃຊ້ພາສີ ແລະ ມາດຕະການກີດກັ້ນທາງການຄ້າອື່ນໆກັບຈີນ, ແຕ່ເຖິງເເບບນັ້ນ ຈີນກໍຍັງຄົງມີບົດບາດທີ່ສໍາຄັນໃນເສດຖະກິດໂລກ, ເຊິ່ງກວມເອົາ 18% ຂອງ GDP ທົ່ວໂລກ ແລະ ຍັງຖືວ່າເປັນເສດຖະກິດທີ່ໃຫຍ່ທີ່ສຸດຂອງໂລກ.
ໃນອີກດ້ານໜຶ່ງ, ເພື່ອທີ່ຈະເພິ່ງພາຕົນເອງໃຫ້ຫຼາຍຂຶ້ນຈີນຈຶ່ງໄດ້ມີການນຳເຂົ້າໜ້ອຍລົງ ແຕ່ກໍຍັງຕ້ອງລາຍໄດ້ທີ່ເຂົ້າມາຈາກຕ່າງປະເທດຢູ່ ເພື່ອການພັດທະນາ ເເລະ ເເກ້ໄຂບັນຫາຕ່າງໆ ຈຶ່ງໄດ້ມີການສົ່ງອອກໄປຕ່າງປະເທດຫຼາຍຂຶ້ນ.
“ໂດຍທົ່ວໄປ, ການເເຍກຕົວອອກຈາກປະເທດຫຼັກໆ ສຳລັບຂະບວນການຜະລິດ ແລະ ການບໍລິໂພກທົ່ວໂລກຈາກຈີນຍັງບໍ່ໄດ້ມີການກ່າວເຖິງແຕ່ຢ່າງໃດ”
ສະຫະລັດ ແລະ ສະຫະພາບຢູໂຣບກໍາລັງພິຈາລະນາການລົງໂທດຕໍ່ບໍລິສັດຈີນທີ່ເຊື່ອວ່າສະໜັບສະໜູນລັດເຊຍໃນສົງຄາມກັບຢູເຄຣນ. ໂດຍການເຄື່ອນໄຫວນີ້ອາດຈະສົ່ງຜົນກະທົບຕໍ່ເສດຖະກິດຈີນຫຼາຍກວ່າເກົ່າ. ໃນຂະນະທີ່ຈີນພະຍາຍາມຟື້ນຕົວຈາກສະພາບເສດຖະກິດຖົດຖອຍຫຼັງໂຄວິດ. ຄວາມກັງວົນກ່ຽວກັບການລົງທຶນຢູ່ຈີນເພີ່ມຂຶ້ນຫຼາຍ ເນື່ອງຈາກເສດຖະກິດຍັງຄົງປະເຊີນກັບຄວາມກົດດັນຈາກການເງິນເຟີ້, ການຊະລໍຕົວຂອງເສດຖະກິດ ແລະ ຕະຫຼາດອະສັງຫາລິມະສັບທີ່ອ່ອນເເອ.
ເຖິງວ່າຈີນຍັງຄົງເປັນຄູ່ການຄ້າທີ່ສຳຄັນ ແຕ່ພາວະການຟື້ນຕົວທີ່ຢຸດສະງັກຂອງຈີນແມ່ນສົ່ງຜົນກະທົບຕໍ່ສະພາບແວດລ້ອມການຄ້າຂອງອາຊີ.
- ຄວາມສ່ຽງດ້ານຄວາມຕ້ອງການ: ຈີນຍັງຄົງມີຄວາມສ່ຽງດ້ານຄວາມຕ້ອງການທີ່ສໍາຄັນ. ເນື່ອງຈາກວ່າຍັງມີຄວາມບໍ່ແນ່ນອນກ່ຽວກັບຄວາມເຂັ້ມແຂງຂອງການເຕີບໂຕເສດຖະກິດຂອງຈີນ, ໂດຍຫຼັກການງ່າຍໆທີ່ກ່າວວ່າ ການເຕີບໂຕຂອງເສດຖະກິດຈີນທີ່ຊະລໍຕົວລົງ 1%, ຈະຫຼຸດຄວາມຕ້ອງການໃນສົ່ງອອກຈາກອາຊີປະມານ 0,3%.
- ປັດໄຈທີ່ທ້າທາຍອື່ນໆ: ການເຕີບໂຕຂອງເສດຖະກິດໂລກຊ້າລົງ. ຄາດວ່າຄວາມຕ້ອງການສິນຄ້າສົ່ງອອກຈາກອາຊີຈະຫຼຸດລົງເຊັ່ນກັນ.
- ປັດໄຈດ້ານການສະໜັບສະໜູນ:
- ການຟື້ນຕົວຂອງວົງຈອນ semiconductor ເຊິ່ງອາດຈະສົ່ງຜົນດີໃຫ້ແກ່ຜູ້ສົ່ງອອກເຕັກໂນໂລຢີຂັ້ນສູງໃນອາຊີເຊັ່ນ: ເກົາຫຼີໃຕ້, ໄຕ້ຫວັນ ແລະ ຍີ່ປຸ່ນ.
- ຄວາມຕ້ອງການເພີ່ມຂຶ້ນສໍາລັບຜະລິດຕະພັນຈາກສະຫະລັດ ແລະສະຫະພາບຢູໂຣບ
- ການຂະຫຍາຍຕົວທີ່ເຂັ້ມແຂງຂອງອິນເດຍ ທັງໝົດລ້ວນແຕ່ມີຜົນດີຕໍ່ການຄ້າຂອງອາຊີ.
ບົດລາຍງານການເຊື່ອມໂຍງເສດຖະກິດອາຊີປີ 2024 ຂອງ ADB ກ່າວວ່າ ການຄ້າໃນອາຊີທີ່ຢຸດສະງັກໃນປີກາຍນີ້ ເກີດຂຶ້ນຈາກຫຼາຍປັດໄຈ. ລວມທັງນະໂຍບາຍການເງິນທົ່ວໂລກ, ຄວາມເຄັ່ງຕຶງທາງດ້ານພູມສາດ ແລະ ການຖົດຖອຍໃນວົງຈອນ semiconductor.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/