ຜ້າປູບ່ອນນອນ ເປັນອີກໜຶ່ງສິ່ງທີ່ບໍ່ຄວນປ່ອຍປະລະເລີຍ ໂດຍສະເພາະການທຳຄວາມສະອາດ ເຖິງແມ່ນວ່າພາຍນອກອາດເບິ່ງຄືຍັງສະອາດ ແຕ່ຄວາມຈິງແລ້ວກັບກາຍເປັນແຫຼ່ງສະສົມເຊື້ອແບັກທີເຣຍຢ່າງຄາດບໍ່ເຖິງ.
ໃນແຕ່ລະມື້ ຂະນະທີ່ຮ່າງກາຍກຳລັງໄດ້ຮັບການພັກຜ່ອນ ຄົນເຮົາຈະຂັດເຊລຜິວທີ່ຕາຍແລ້ວອອກມາປະມານ 30.000-40.000 ເຊລ ໝາຍຄວາມວ່າເຊລຜິວທີ່ຕາຍໄປແລ້ວຈະຫຼຸດເຮ່ຍຢູ່ໃນຜ້າປູບ່ອນນອນນັ້ນເອງ.
ແລ້ວເຮົາຄວນຈະປ່ຽນຜ້າປູບ່ອນນອນຕະຫຼອດບໍ່?
ການປ່ຽນຜ້າປູບ່ອນນອນ ຜູ້ຊ່ຽວຊານແນະນຳວ່າຄວນປ່ຽນຕະຫຼອດເທົ່າທີ່ຈະເຮັດໄດ້ ໃນທາງທີ່ດີຄວນຊັກຜ້າປູບ່ອນນອນ, ສົບໝອນ ແລະ ໝອນຂ້າງທຸກໆອາທິດ ແລະ ປ່ຽນໃໝ່ທຸກໆ 1-3 ເດືອນ.
ແຕ່ຢ່າງໃດກໍຕາມ, ເຮົາຕ້ອງສັງເກດພຶດຕິກຳ ແລະ ການໃຊ້ຊີວິດຂອງເຮົາວ່າອາໄສຢູ່ເທິງຕຽງນອນດົນປານໃດ?
1.ສັງເກດຕົນເອງວ່າເປັນຄົນຜິວມັນຫຼືບໍ່?
ຖ້າຫາກເປັນຄົນຜິວມັນ ແລະ ຕ້ອງລ້າງໜ້າທຸກໆ 2-3 ຊົ່ວໂມງກໍຄວນປ່ຽນຜ້າປູບ່ອນນອນທຸກໆ 3-4 ມື້.
2. ມີສັດລ້ຽງຢູ່ເທິງຕຽງນອນບໍ່?
ສຳລັບໃຜທີ່ມີສັດລ້ຽງ ແລະ ປ່ອຍໃຫ້ໂດດຂຶ້ນຕຽງໄດ້ ແນະນຳໃຫ້ທຳຄວາມສະອາດເທົ່າທີ່ຈະເຮັດໄດ້ແຕ່ບໍ່ຄວນເກີນ 4-5 ມື້ ເພາະຂົນຂອງສັດຈະຕິດຢູ່ຕາມບ່ອນນອນ ຫາກບໍ່ໝັ່ນທຳຄວາມສະອາດເປັນປະຈຳອາດເຮັດໃຫ້ເຮັດເປັນພູມແພ້ ແລະ ມີອາການນອນບໍ່ຫຼັບ.

3. ນຳອາຫານມາກິນຢູ່ເທິງບ່ອນນອນບໍ່?
ແນ່ນອນຫາກມີພຶດຕິກຳເຊັ່ນນີ້ ຄວນປ່ຽນຜ້າປູບ່ອນນອນທັນທີຫຼັງກິນອາຫານ ເພາະສ່ຽງຕໍ່ການເປັນພູມແພ້ ຫຼື ເຊື້ອໂຣກຕ່າງໆ ຍ້ອນວ່າຕຽງໄດ້ຮັບຄວາມເປິເປື້ອນຈາກເສດອາຫານ.
4. ເບິ່ງໂທລະພາບ ຫຼື ເຮັດວຽກຢູ່ເທິງຕຽງບໍ່?
ຖ້າຕອບວ່າແມ່ນ ຄວນໝັ່ນທຳຄວາມສະອາດ 2-3 ມື້ຕໍ່ຄັ້ງ ເນື່ອງຈາກເຫື່ອອອກຕາມຮ່າງກາຍອາດປົນເປື້ອນໃນບ່ອນນອນໄດ້.
ແລ້ວຈະເກີດຫຍັງຂຶ້ນຫາກບໍ່ໝັ່ນປ່ຽນຜ້າປູບ່ອນນອນ?
- ມີຂີ້ຝຸ່ນຕິດຈັບ ສົ່ງຜົນໃຫ້ເກີດພູມແພ້, ໂຣກຫອບຫືດ, ເປັນຂີ້ກາກ ແລະ ຄັນຕາມບໍລິເວນຮ່າງກາຍ.
- ຕິດເຊື້ອຣາ ເປັນສາເຫດຂອງໂຣກຜິວໜັງ
- ແບັກທີເຣຍສະສົມ
- ເຊລຜິວທີ່ຕາຍໄປແລ້ວ ແລະ ແບັກທີເຣຍສາມາດອຸດຕັນຮູຂູມຂົນນຳໄປສູ່ການເກີດເປັນສິວໄດ້.
ດັ່ງນັ້ນ, ຫາກບໍ່ຢາກເຈັບປ່ວຍ ຫຼື ສ່ຽງຕໍ່ເປັນພະຍາດ ເພາະນອນຢູ່ກັບເຊື້ອໂຣກທຸກມື້ກໍຄວນປ່ຽນຜ້າປູບ່ອນນອນໃຫ້ຫຼາຍຂຶ້ນຢ່າງໜ້ອຍອາທິດລະ 1 ຄັ້ງ ເມື່ອຕຽງນອນສະອາດປາສະຈາກເຊື້ອພະຍາດແລ້ວ ແນ່ນອນວ່າຮ່າງກາຍກໍຈະໄດ້ຮັບການພັກຜ່ອນ ແລະ ນອນຫຼັບສະບາຍຕະຫຼອດຄືນ.

ອ້າງອີງຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/