ປີ 2022 ນີ້ ລົດໄຟລາວ-ຈີນ ຈະສ້າງເງື່ອນໄຂໃຫ້ແຂວງຊຽງຂວາງສົ່ງອອກສິນຄ້າກະສິກຳໄປຈີນ ໃຫ້ໄດ້ເຖິງ 1,000 ຕື້ກີບ

ລົດໄຟລາວ-ຈີນ

ພາຍຫຼັງ ລົດໄຟລາວ-ຈີນ ໄດ້ເປີດນໍາໃຊ້ຢ່າງເປັນທາງການເປັນຕົ້ນມາໄດ້ສ້າງເງື່ອນໄຂສະດວກຫຼາຍດ້ານ ແລະ ທັງຍັງເປັນທ່າແຮງສຳຄັນຢ່າງໜຶ່ງໃນການຂັບເຄື່ອນເສດຖະກິດຂອງລາວ ທັງໃນດ້ານການທ່ອງທ່ຽວ ແລະ ການຄ້າ ໂດຍສະເພາະການສະໜອງສິນຄ້າກະສິກຳ ໃຫ້ແກ່ ສປ ຈີນ ເຊິ່ງຖືເປັນຄູ່ຄ້າຫຼາຍໃຫຍ່ທີ່ສຸດຂອງລາວ ໃຫ້ມີຄວາມສະດວກສະບາຍ ແລະ ວ່ອງໄວຫຼາຍຂຶ້ນ.

ລົດໄຟລາວ-ຈີນ

ກອງປະຊຸມ​ສຳ​ມະ​ນາກ່ຽວ​ກັບການ​ຜະ​ລິດ, ການ​ປຸງ​ແຕ່ງ ແລະ ການ​ສົ່ງ​ອອກ​ສິນ​ຄ້າກະສິກຳ ຈາກ ສ​ປ​ປ ລາວ ໄປ ສ​ປ ຈີນ ໃນ​ໄລ​ຍະ​ໃໝ່ໃນວັນທີ 1 ກັນຍາ 2022 ທີ່ນະຄອນຫຼວງວຽງຈັນ ທ່ານ ສົມສະໝອນ ຜະລິຈັນ ຮັກສາການຫົວໜ້າພະແນກກະສິກໍາ ແລະປ່າໄມ້ແຂວງຊຽງຂວາງ ໃຫ້ຮູ້ວ່າ: ລົດໄຟລາວ-ຈີນໄດ້ສ້າງເງື່ອນໄຂໃຫ້ຊາວກະສິກອນແຂວງຊຽງຂວາງສົ່ງອອກສິນຄ້າກະສິກຳໄປຈີນຫຼາຍຂຶ້ນ, ສະເພາະປີຜ່ານມາ, ການສົ່ງອອກສິນຄ້າກະສິກໍາຂອງຊຽງຂວາງບັນລຸໄດ້ 675 ຕື້ກີບ ແລະຄາດວ່າປີ 2022 ນີ້ ການສົ່ງອອກສິນຄ້າກະສິກໍາຈະບັນລຸເຖິງ 1,000 ຕື້ກີບ.

ລົດໄຟລາວ-ຈີນ

ທ່ານຮັກສາການຫົວໜ້າພະແນກໃຫ້ຮູ້ອີກວ່າ:​ ສໍາລັບແຂວງຊຽງຂວາງ, ອີງໃສ່ຍຸດທະສາດພູມສັນຖານແລ້ວແມ່ນມີຢູ່ 2 ດ້ານໃນການສົ່ງອອກສິນຄ້າຄື: ການລ້ຽງສັດໃຫຍ່ເປັນສິນຄ້າສົ່ງອອກ ເຊິ່ງລັດຖະບານຈີນກໍໄດ້ໃຫ້ໂອກາດ ສປປ ລາວ ສົ່ງອອກສັດໃຫຍ່ປະເພດງົວຈໍານວນ 5 ແສນໂຕຕໍ່ປີ. ສະນັ້ນ, ອັນນີ້ກໍແມ່ນໂອກາດຂອງຊາວກະສິກອນຊຽງຂວາງໃນການລົງທຶນລ້ຽງສັດສົ່ງອອກ. ນອກຈາກນັ້ນ, ຍັງມີການປູກພືດກະສິກໍາຈໍານວນໜຶ່ງທີ່ເປັນທ່າແຮງຂອງແຂວງ ໂດຍສະເພາະແມ່ນການປູກເຂົ້າໄກ່ນ້ອຍ, ຊາພູຊັນ, ກາເຟ, ສາລີ, ໝາກຖົ່ວດິນ, ໝາກໜອດ… ອັນນີ້ກໍໄດ້ເລີ່ມຈັດຕັ້ງຜັນຂະຫຍາຍແລ້ວ ພ້ອມກັນນັ້ນ, ຍັງໄດ້ປູກມອນລ້ຽງມ້ອນນໍາອີກ ແລະກໍເລີ່ມມີການສົ່ງອອກເຊັ່ນກັນ.

ຂອບໃຈຂໍ້ມູນຈາກ: https://cutt.ly/OCs2Zg4

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ