ສປ ຈີນ ຖືເປັນໜຶ່ງໃນຄູ່ຮ່ວມມືລາຍໃຫຍ່ຂອງ ສປປ ລາວ ບໍ່ວ່າຈະເປັນດ້ານຄວາມໝັ້ນຄົງ, ການຄ້າ ແລະ ເສດຖະກິດຕ່າງໆ. ໂດຍໃນປີ 2021 ທີ່ຜ່ານມາ ສປປ ລາວ ໄດ້ມີການອະນຸມັດໂຄງການໃຫ້ ສປ ຈີນ ເຂົ້າມາລົງທຶນໃນລາວແລ້ວ 933 ໂຄງການ ມູນຄ່າຫຼາຍກວ່າ 16.4 ຕື້ໂດລາ ສະຫະລັດ.

ໃນກອງປະຊຸມພົບປະແລກປ່ຽນລະຫວ່າງພາກລັດຖະບານລາວ ແລະນັກທຸລະກິດຈີນຄັ້ງທີ 6 ໄດ້ຈັດຂຶ້ນທີ່ນະຄອນຫຼວງວຽງຈັນ ໃນວັນທີ 15 ກໍລະກົດ 2022 ທີ່ຜ່ານມານີ້ ທ່ານ ຄໍາເຈນ ວົງໂພສີ ລັດຖະມົນຕີ ກະຊວງແຜນການ ແລະການລົງທຶນ ໃຫ້ຮູ້ວ່າ: ຕະຫຼອດໄລຍະ ປີ 2021 ທີ່ຜ່ານມາ ສປ ຈີນ ຍັງສືບຕໍ່ລົງທຶນຢູ່ ສປປ ລາວ ຢ່າງຄຶກຄື້ນ ເຊິ່ງການລົງທຶນສະສົມແມ່ນມີເຖິງ 933 ໂຄງການ, ໂດຍມີມູນຄ່າການລົງທຶນທັງໝົດປະມານ 16.4 ຕື້ ໂດລາ ເຊິ່ງກວມເອົາ 73% ຂອງມູນຄ່າການລົງທຶນທັງໝົດຂອງພາກເອກະຊົນ ຢູ່ໃນ ສປປ ລາວ ທັງພາຍໃນ ແລະ ຕ່າງປະເທດ ເຊິ່ງທັງໝົດ ມີມູນຄ່າປະມານ 22.2 ຕື້ໂດລາສະຫະລັດ.

ໂດຍການລົງທຶນທີ່ພົ້ນເດັ່ນຂອງ ສປ ຈີນ ໃນລາວໄດ້ແກ່ ບັນດາໂຄງການຮ່ວມມືຍຸດທະສາດ ແລະໂຄງການຂະໜາດໃຫຍ່ເຊັ່ນ: ໂຄງການທາງລົດໄຟລາວ-ຈີນ, ໂຄງການທາງດ່ວນວຽງຈັນ-ວັງວຽງ, ເຂດເສດຖະກິດພິເສດກວມລວມໄຊເສດຖາ ແລະ ເຂດເສດຖະກິດບໍ່ເຕັນ-ບໍ່ຫານ, ໂຄງການສາຍສົ່ງ ແລະ ເຂື່ອນໄຟຟ້າແລະອື່ນໆ ເຊິ່ງໄດ້ຮັບການພັດທະນາ ແລະນໍາເອົາໝາກຜົນຕົວຈິງມາສູ່ສອງຝ່າຍ.

ນອກນັ້ນ ທ່ານ ຈ້າວ ທີ່ປຶກສາດ້ານເສດຖະກິດການຄ້າສະຖານທູດຈີນປະຈໍາລາວ ແລະບັນດາພາກທຸລະກິດຈີນໄດ້ລາຍງານສະພາບການດໍາເນີນທຸລະກິດຢູ່ ສປປ ລາວ ລວມທັງສະເໜີຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກປະກອບມີ 5 ຫົວຂໍ້ສໍາຄັນໄດ້ແກ່: ການຟື້ນຟູເສດຖະກິດຫຼັງການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ການປັບປຸງສະພາບການດໍາເນີນທຸລະກິດໃຫ້ດີຂຶ້ນ; ຂະແໜງຄົມມະນາຄົມ ແລະ ຂົນສົ່ງ; ຂະແໜງໄຟຟ້າ; ການພັດທະນາເຂດເສດຖະກິດພິເສດ ແລະ ຂະແໜງບໍ່ແຮ່.

     ຂອບໃຈຂໍ້ມູນຈາກ: https://cutt.ly/pLHoSxo

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ