ປົກເວັບ 2026 10 07T204919 575

ປັບລາຄານໍ້າມັນທົ່ວປະເທດ ແອັດຊັງເພີ່ມຂຶ້ນສູງສຸດ 4,27%, ກາຊວນຫຼຸດລົງ 1,87% ຮັບມືແຮງກົດດັນຕະຫຼາດໂລກ

ກະຊວງອຸດສາຫະກຳ ແລະ ການຄ້າ ປະກາດປັບລາຄານໍ້າມັນເຊື້ອໄຟຮອບໃໝ່ ໂດຍກຸ່ມແອັດຊັງປັບຂຶ້ນສູງສຸດເຖິງ 4,27% ຫຼື ເພີ່ມຂຶ້ນ 1.820 ກີບຕໍ່ລິດ ເພື່ອດັດສົມຕາມຕະຫຼາດໂລກ ແລະ ຮັບປະກັນການສະໜອງພາຍໃນ, ຊຶ່ງສົ່ງຜົນກະທົບຕໍ່ຕົ້ນທຶນການເດີນທາງຂອງສັງຄົມໂດຍກົງ ແຕ່ຍັງໄດ້ຮັບແຮງພັກດັນດ້ານບວກຈາກລາຄາກາຊວນທີ່ຫຼຸດລົງ 1,87% ຊ່ວຍຜ່ອນຄາຍຕົ້ນທຶນຂົນສົ່ງບາງສ່ວນ.  

 ອີງຕາມແຈ້ງການຂອງກົມການຄ້າພາຍໃນ, ກະຊວງອຸດສາຫະກຳ ແລະ ການຄ້າ ສະບັບເລກທີ 1903/ກຄພນ, ລົງວັນທີ 7 ຕຸລາ 2026, ລາຄາຂາຍຍ່ອຍນໍ້າມັນເຊື້ອໄຟຢູ່ນະຄອນຫຼວງວຽງຈັນ ໄດ້ກຳນົດໃຫ້ນໍ້າມັນແອັດຊັງພິເສດປັບຂຶ້ນ 1.820 ກີບຕໍ່ລິດ (ເພີ່ມຂຶ້ນ 4,16%) ຈາກລາຄາເກົ່າ 43.750 ກີບ ມາເປັນ 45.570 ກີບຕໍ່ລິດ, ນໍ້າມັນແອັດຊັງທຳມະດາປັບຂຶ້ນ 1.550 ກີບຕໍ່ລິດ (ເພີ່ມຂຶ້ນ 4,27%) ຈາກ 36.330 ກີບ ມາເປັນ 37.880 ກີບຕໍ່ລິດ. 

ໃນທິດທາງກົງກັນຂ້າມ, ນໍ້າມັນກາຊວນໄດ້ປັບຫຼຸດລົງ 640 ກີບຕໍ່ລິດ (ຫຼຸດລົງ 1,87%) ຈາກ 34.200 ກີບ ມາຢູ່ທີ່ 33.560 ກີບຕໍ່ລິດ, ສ່ວນລາຄາຂາຍຍ່ອຍໃນບັນດາແຂວງແມ່ນໃຫ້ອີງຕາມເຂດສະຖານທີ່ກຳນົດໄວ້ສະເພາະ.

ມາດຕະການດັດສົມນີ້ມີຂຶ້ນເພື່ອໃຫ້ສອດຄ່ອງກັບການເໜັງຕີງຂອງລາຄານໍ້າມັນໃນຕະຫຼາດໂລກ ແລະ ພາກພື້ນ ພ້ອມທັງຮັກສາສະຖຽນລະພາບການສະໜອງນໍ້າມັນເຊື້ອໄຟພາຍໃນປະເທດໃຫ້ເປັນປົກກະຕິ.   

ການເຄື່ອນໄຫວດັ່ງກ່າວເກີດຂຶ້ນທ່າມກາງສະພາບການທີ່ລາຄານໍ້າມັນດິບໃນຕະຫຼາດໂລກຍັງຄົງຢືນຢູ່ໃນລະດັບສູງເກີນ 100 ໂດລາສະຫະລັດຕໍ່ບາເຣວ ໂດຍຕະຫຼາດນໍ້າມັນກາຊວນສິງກະໂປຍັງຮັກສາຄວາມຕຶງຕົວຢ່າງຕໍ່ເນື່ອງຈາກຄວາມກັງວົນດ້ານການສະໜອງໃນຕາເວັນອອກກາງ ແລະ ຄວາມຕ້ອງການທີ່ຍັງແຂງແຮງໃນພາກພື້ນອາຊີ. 

Reuter ລາຍງານເມື່ອວັນທີ  7 ຕຸລາວ່າ ລາຄານໍ້າມັນດິບ Brent ປິດຕະຫຼາດຢູ່ປະມານ 101,51–101,68 ໂດລາສະຫະລັດຕໍ່ບາເຣວ ເພີ່ມຂຶ້ນເກືອບ 0,9–1,1%, ສ່ວນ WTI ຢູ່ປະມານ 89,96–90,21 ໂດລາສະຫະລັດຕໍ່ບາເຣວ ເພີ່ມຂຶ້ນ 0,5–0,9% ຈາກຄວາມສ່ຽງຂອງສະຖານະການໂຈມຕີກຸ່ມ Houthi ແລະ ໄພພາຍຸໃນອ່າວເມັກຊິໂກ ເຖິງແມ່ນວ່າຊາອຸດິອາຣາເບຍຈະເພີ່ມການສູບສົ່ງນໍ້າມັນຜ່ານທໍ່ East-West ເຖິງ 5,8 ລ້ານບາເຣວຕໍ່ມື້ກໍຕາມ. 

ສຳລັບຕະຫຼາດສິງກະໂປ ລາຄາກາຊວນ Gasoil 10ppm ຢູ່ລະດັບ 164–170 ໂດລາສະຫະລັດຕໍ່ບາເຣວ, ລາຄາບັງເກີ LSMGO ພຸ່ງຂຶ້ນເຖິງ 1.296 ໂດລາສະຫະລັດຕໍ່ໂຕນ ແລະ ລາຄາກາຊວນໜ້າປໍ້າຢູ່ທີ່ 3,97–4,07 ໂດລາສິງກະໂປຕໍ່ລິດ, ເຊິ່ງປັດໄຈເຫຼົ່ານີ້ຍັງຄົງເປັນແຮງກົດດັນຕົ້ນທຶນການຂົນສົ່ງ ແລະ ສິນຄ້ານຳເຂົ້າໃນພາກພື້ນອາຊີຕາເວັນອອກສຽງໃຕ້ຢ່າງຫຼີກລ່ຽງບໍ່ໄດ້.

#LaoXperts #ລາຄານໍ້າມັນ #ປັບລາຄານໍ້າມັນ #ເສດຖະກິດລາວ #ລາຄານໍ້າມັນໂລກ #ກະຊວງອຸດສາຫະກຳແລະການຄ້າ

Comments are disabled