ປົກເວັບ 2026 10 13T120029 738

ປັບປຸງແລ້ວ! ຍີ່ປຸ່ນ ມອບກຸນແຈສະໜາມກິລາເຈົ້າອານຸວົງໃຫ້ທາງການລາວ, ຄາດເປີດນໍາໃຊ້ໄວໆນີ້

ນັບເປັນອີກໜຶ່ງບາດກ້າວສຳຄັນຂອງວົງການກິລາລາວ, ເມື່ອວັນທີ 12 ຕຸລາ ຜ່ານມາ ທີ່ນະຄອນຫຼວງວຽງຈັນ, ໄດ້ມີການຈັດພິທີມອບ-ຮັບກຸນແຈ ສະໜາມກິລາເຈົ້າອານຸວົງ ທີ່ໄດ້ຮັບການປັບປຸງໂສມໃໝ່ສຳເລັດ ລະຫວ່າງ ຕາງໜ້າລັດຖະບານຍີ່ປຸ່ນ ແລະ ສປປ ລາວ ຢ່າງເປັນທາງການ. ຕາມການລາຍງານຂອງ ໜັງສືພີມສຶກສາທິການ ແລະ ກິລາ.

ການມອບກຸນແຈໃນຄັ້ງນີ້ ມີຄວາມໝາຍສຳຄັນຢ່າງຍິ່ງ ເພາະເປັນການມອບສິດ ແລະ ໜ້າທີ່ຄວາມຮັບຜິດຊອບໃນການດູແລຮັກສາ, ຄຸ້ມຄອງ ແລະ ຈັດວາງລະບົບຮັກສາຄວາມປອດໄພຂອງສະຖານທີ່ ໃຫ້ແກ່ພາກສ່ວນທີ່ກ່ຽວຂ້ອງຂອງທາງການລາວໂດຍກົງ ກ່ອນທີ່ຈະມີການເປີດນຳໃຊ້ຢ່າງເຕັມຮູບແບບ.

ຫຼັງຈາກການຮັບມອບກຸນແຈ, ທາງການລາວຈະໄດ້ເຂົ້າມາຮັບຜິດຊອບໃນການບົວລະບັດຮັກສາສະພາບແວດລ້ອມ, ທຳຄວາມສະອາດ ແລະ ກວດກາຄວາມຮຽບຮ້ອຍຂອງທຸກສິ່ງອຳນວຍຄວາມສະດວກພາຍໃນສະໜາມ ຢ່າງເຂັ້ມງວດ ເພື່ອກຽມຄວາມພ້ອມສູງສຸດສຳລັບ ພິທີເປີດນຳໃຊ້ສະໜາມກິລາຢ່າງເປັນທາງການ ເຊິ່ງຄາດວ່າຈະຈັດຂຶ້ນໃນໄວໆນີ້.

ໂຄງການນີ້ ໄດ້ເລີ່ມຕົ້ນລົງມືກໍ່ສ້າງ ແລະ ປັບປຸງໃນຕົ້ນປີ 2025 ຈົນມາຮອດປັດຈຸບັນ ກໍສາມາດກໍ່ສ້າງສຳເລັດຢ່າງສົມບູນແບບ, ໃນນັ້ນ ກໍມີບ່ອນນັ່ງ ທີ່ສາມາດບັນຈຸຜູ້ເຂົ້າຊົມໄດ້ເຖິງ 2.800 ຄົນ, ໜ້າບ່ອນວີໄອພີນັ່ງຊົມ ບັນຈຸໄດ້ 1.300 ຄົນ ແລະ ບ່ອນນັ່ງເບື້ອງທີ່ຕິດກັບຫ້ອງການຄະນະກຳມະການໂອແລມປີກແຫ່ງຊາດລາວ ສາມາດບັນຈຸໄດ້ 1.500 ຄົນ ເຊິ່ງສະໜາມດັ່ງກ່າວ ສາມາດນຳໃຊ້ຮອງຮັບໄດ້ທັງນັກກິລາຄົນປົກກະຕິ ແລະ ຄົນພິການ ຖືກອອກແບບມາເປັນພິເສດ, ໃນນັ້ນ ກໍຍັງມີຫ້ອງການ, ຫ້ອງປະຊຸມ, ຫ້ອງສື່ມວນຊົນ, ຫ້ອງນໍ້າ, ຫ້ອງອາຫານ ທີ່ສາມາດຮອງຮັບເຖິງ 100 ຄົນ, ຫ້ອງອອກກຳລັງກາຍ ຫຼື ຟິດເນັດ, ຫ້ອງເກັບມ້ຽນອຸປະກອນ ແລະ ຫ້ອງອື່ນໆອີກດ້ວຍ

ໃນພິທີມອບ-ຮັບກຸນແຈ, ທ່ານ ວິໄລພອນ ພົມມະຫາໄຊ, ຫົວໜ້າຫ້ອງການກະຊວງສຶກສາທິການ ແລະ ກິລາ ໄດ້ກ່າວສະແດງຄວາມຂອບໃຈຢ່າງເລິກເຊິ່ງຕໍ່ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ຕະຫຼອດຮອດບໍລິສັດຜູ້ຮັບເໝົາ. ພ້ອມທັງໃຫ້ຄຳໝັ້ນສັນຍາຢ່າງໜັກແໜ້ນວ່າ ຈະນຳເອົາກຸນແຈທີ່ໄດ້ຮັບມອບນີ້ ໄປປະຕິບັດໜ້າທີ່ຄຸ້ມຄອງ, ດູແລ ແລະ ຮັກສາຄວາມປອດໄພຂອງສະໜາມກິລາແຫ່ງນີ້ໃຫ້ຢູ່ໃນສະພາບທີ່ສົມບູນແບບທີ່ສຸດ ເພື່ອຮັບປະກັນວ່າມັນຈະກາຍເປັນສູນລວມການພັດທະນາກິລາ ທີ່ສ້າງປະໂຫຍດອັນຍາວນານແກ່ຊາວໜຸ່ມ ແລະ ປະຊາຊົນລາວທຸກຄົນ.

#LaoX #JapanLaos #ChaoAnouvongStadium #Vientiane #Laos #SportsInfrastructure #JICA #LaoSports #ຍີ່ປຸ່ນລາວ #ສະໜາມກິລາເຈົ້າອານຸວົງ #ນະຄອນຫຼວງວຽງຈັນ #ກິລາລາວ #ມອບກຸນແຈສະໜາມກິລາ

Comments are disabled