ປັດຈຸບັນ ການອ່ານ ຍັງສຳຄັນຢູ່ບໍ່ ໃນຍຸກທີ່ເຮົາ ຟັງເອົາກໍໄດ້


ໃນຍຸກແຫ່ງຄວາມກ້າວໜ້າຂອງເທັກໂນໂລຢີ ທີ່ສ້າງຄວາມສະດວກສະບາຍແກ່ມະນຸດຫຼາຍໆຢ່າງ ໜຶ່ງໃນນັ້ນກໍແມ່ນ ການຮັບຂໍ້ມູນຂ່າວສານ ພວກເຮົາສາມາດຮັບຂໍ້ມູນຂ່າວສານໄດ້ຜ່ານຫຼາຍຊ່ອງທາງ ເຊັ່ນ: ສື່ສັງຄົມອອນລາຍ Facebook, Google, Twitter, instagram, ໂທລະພາບ, ວິທະຍຸ, ໜັງສືພິມ, ວາລະສານ ເປັນຕົ້ນ. ໂດຍປັດຈຸບັນ, ສັງເກດເຫັນວ່າຄົນສ່ວນຫຼາຍໄດ້ຫັນມາຮັບຂໍ້ມູນຜ່ານການຟັງສຽງຫຼາຍຂຶ້ນ ແລະ ຮັບຂໍ້ມູນຈາກການອ່ານໜ້ອຍລົງ.

ເຊື່ອກັນວ່າ, ທຸກຄົນຍ່ອມຕ້ອງການຄວາມສະດວກສະບາຍໃນຊີວິດກັນຢູ່ແລ້ວ. ຍ້ອນເຫດນີ້, ການຟັງເພື່ອຮັບຂໍ້ມູນຈຶ່ງເປັນອີກທາງເລືອກໜຶ່ງທີ່ໄດ້ຮັບຄວາມນິຍົມຫຼາຍໃນປັດຈຸບັນ ໂດຍສະແດງອອກຜ່ານການຟັງຈາກພັອດແຄສ, ການຟັງຂ່າວ ທີ່ສາມາດເປີດຮັບຟັງໄດ້ຕະຫຼອດເວລາ ໃນເວລາວ່າງ ຫຼື ບໍ່ວ່າງກໍສາມາດຟັງໄດ້ ເຊັ່ນ: ໃນຂະນະຂັບລົດ, ເຮັດວຽກ, ອອກກຳລັງກາຍ ຫຼື ເຮັດກິດຈະກຳອື່ນໆ ເຮົາກໍສາມາດເປີດຟັງຢ່າງເພີດເພີນໄດ້ເຊັ່ນກັນ.

ນອກນີ້, ຍັງສາມາດຮັບຂ່າວສານໄດ້ຢ່າງວ່ອງໄວ  ແລະ ຟັງໄດ້ຫຼາຍເລື່ອງຢ່າງປະຢັດເວລາ ພ້ອມທັງ ໄດ້ສຳຜັດເຖິງນໍ້າສຽງ, ຈັງຫວະ, ຄວາມຊ້າ, ໄວຂອງສຽງຂອງຜູ້ເລົ່າແຕ່ລະເລື່ອງທີ່ແຕກຕ່າງກັນ ເພີ່ມອັດທະຣົດໃນການຟັງໄດ້ດີ. ຍ້ອນແນວນີ້, ການຟັງແທນການອ່ານຈຶ່ງໄດ້ກາຍເປັນທີ່ນິຍົມຫຼາຍຂຶ້ນ.

ແຕ່ກົງກັນຂ້າມ, ຖ້າຫາກການຮັບຂໍ້ມູນຈາກຕົວໜັງສືຈຳເປັນຕ້ອງໄດ້ໃຊ້ເວລາຈົດຈໍ່ເຂົ້າໃນການອ່ານ, ຕ້ອງໄດ້ຄົ້ນຊອກຫາອ່ານທ່າມກາງຫໍສະໝຸດ ມີປຶ້ມເປັນພັນໆຫົວ ພ້ອມຍັງບໍ່ສາມາດເຮັດກິດຈະກຳອື່ນຮ່ວມໄດ້.

ສຳລັບການອ່ານປຶ້ມ ເຮົາຕ້ອງໄດ້ຕີຄວາມໝາຍ ແລະ ຈິນຕະນາການ, ໃຊ້ນໍ້າສຽງດ້ວຍຕົນເອງ. ດ້ວຍເຫດນີ້, ການອ່ານຈຶ່ງເໝາະສໍາລັບການເຂົ້າໃຈເນື້ອຫາຍາກໆ ທີ່ຈະໃຫ້ເວລາ, ມີສະມາທິ, ສະໝອງໄດ້ຄິດໄຕ່ຕອງ ແລະ ປະມວນຜົນ. ສະນັ້ນ, ຄົນສ່ວນຫຼາຍທີ່ບໍ່ມີເວລາຈຶ່ງມັກຮັບຂໍ້ມູນຈາກການຟັງຫຼາຍກວ່າການອ່ານ.

ຢ່າງໃດກໍຕາມ, ການອ່ານນີ້ຈະເຮັດໃຫ້ເຮົາຮັບຂໍ້ມູນແບບຜ່ານໆໄດ້ຫຼາຍກວ່າທີ່ຈະຈື່ຈໍາໃນໄລຍະຍາວ ຍ້ອນວ່າສະໝອງບໍ່ໄດ້ “ຈົດຈໍ່” ໃນສຽງທີ່ໄດ້ຍິນເທົ່າກັບການອ່ານ ແລະ ການຟັງນັ້ນຈະຖືກດຶງຄວາມສົນໃຈໃຫ້ໄປເຮັດສິ່ງອື່ນໄດ້ງ່າຍ, ເຮັດໃຫ້ບໍ່ມີສະມາທິໃນເລື່ອງທີ່ຟັງ ແຕ່ຖ້າຢາກຮູ້ລາຍລະອຽດ ແລະ ຈື່ຈຳໄດ້ຢ່າງເລິກເຊິ່ງ ຄົນສ່ວນໃຫຍ່ຈະໄປຊອກຫາຂໍ້ມູນຈາກ “ການອ່ານ” ຫຼາຍກວ່າ.

ເຖິງແນວໃດກໍດີ, ການຮັບສານບໍ່ວ່າຈະດ້ວຍຮູບແບບ ການອ່ານ ແລະ ການຟັງ ເປົ້າໝາຍດຽວກັນກໍເພື່ອຢາກຮັບຮູ້ ແລະ ເຂົ້າໃຈຂ່າວສານນັ້ນ. ທັງນີ້, ການຟັງກໍເຮັດໃຫ້ເຮົາໄດ້ຮັບຮູ້ຂໍ້ມູນຢ່າງມີປະສິດທິພາບທຽບເທົ່າການອ່ານ. ອີງຕາມການຄົ້ນຄວ້າຈາກ Gallant Lab, ມະຫາວິທະຍາໄລແຄລິຟໍເນຍ, ພົບວ່າ ຖ້າຂໍ້ມູນມີເນື້ອໃນດຽວກັນ ສະໝອງຂອງຄົນເຮົາສາມາດຮັບຮູ້ຂໍ້ມູນຈາກການອ່ານ ແລະ ການຟັງໃນແບບທີ່ບໍ່ແຕກຕ່າງກັນ. 

ໃນຄວາມເປັນຈິງ, ທັງສອງຢ່າງເປັນທັກສະທີ່ຄຽງຄູ່ກັນຢ່າງຂາດບໍ່ໄດ້ ທັງອ່ານ ແລະ ຟັງ ລ້ວນແຕ່ມີຈຸດດີທີ່ແຕກຕ່າງກັນໄປ ມັນຂຶ້ນກັບຄວາມມັກ, ຖະໜັດ ແລະ ຄວາມສະດວກຂອງແຕ່ລະຄົນ.

ອ້າງອີງ:

https://cutt.ly/4wepjky1

https://cutt.ly/dwepjSXH

https://cutt.ly/4weplptE

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/