ປະເທດມຽນມາ ເສດຖະກິດກຳລັງເຕີບໂຕ ໂດຍສະເພາະດ້ານການຄ້າ-ການທ່ອງທ່ຽວ

ປະເທດມຽນມາ-ເສດຖະກິດ

ກະຊວງການຄ້າຂອງມຽນມາໄດ້ເປີດເຜີຍວ່າ: ການຄ້າຜ່ານເສັ້ນທາງທະເລຂອງມຽນມາເພີ່ມຂຶ້ນ 19,42% ເມື່ອທຽບແບບລາຍປີ ຢູ່ທີ່ 2,22 ໝື່ນລ້ານໂດລາ ໃນໄລຍະຫຼາຍກວ່າ 10 ເດືອນທຳອິດຂອງປີ 2022-2023 ເຊິ່ງເລີ່ມຕັ້ງແຕ່ເດືອນເມສາ 2022.

ກະຊວງການຄ້າຂອງມຽນມາລະບຸວ່າ ນັບແຕ່ວັນທີ 1 ເມສາ 2022 – 10 ກຸມພາ 2023 ການສົ່ງອອກທາງທະເລຂອງມຽນມາເພີ່ມຂຶ້ນ 10,21% ຫຼາຍກວ່າ 9,22 ພັນລ້ານໂດລາ ຈາກປີ 2021 ຂະນະທີ່ການນຳເຂົ້າທາງທະເລເພີ່ມຂຶ້ນ 26,94% ຫຼາຍກວ່າ 1,3 ໝື່ນລ້ານໂດລາ.

ປະເທດມຽນມາ-ເສດຖະກິດ

ໂດຍອີງຕາມຂໍ້ມູນຈາກຕົວເລກຂອງກະຊວງການຄ້າມຽນມາລະບຸວ່າ ມູນຄ່າການຄ້າຕ່າງປະເທດຂອງມຽນມາສູງກວ່າ 2,93 ໝື່ນລ້ານໂດລາໃນໄລຍະເວລາດັ່ງກ່າວ ເຊິ່ງລວມມູນຄ່າການຄ້າຊາຍແດນອີກຫຼາຍກວ່າ 7,09 ພັນລ້ານໂດລາ ເຊິ່ງການຄ້າຂອງມຽນມາກັບຕ່າງປະເທດສ່ວນໃຫຍ່ຈະດຳເນີນຜ່ານເສັ້ນທາງເຮືອ ເນື່ອງຈາກມຽນມາມີແຄມຝັ່ງທະເລຍາວ ໂດຍຈະເຮັດການຄ້າທາງຊາຍແດນກັບປະເທດໃກ້ຄຽງໄດ້ແກ່ ຈີນ, ໄທ, ບັງກະລາເທດ ແລະ ອິນເດຍ.

ປະເທດມຽນມາ-ເສດຖະກິດ

ທັງນີ້, ສິນຄ້າສົ່ງອອກຂອງມຽນມາໄດ້ແກ່ ສິນຄ້າການກະເສດ, ຜະລິດຕະພັນຈາກສັດ, ການປະມົງ, ແຮ່ທາດ ແລະ ຜະລິດຕະພັນຈາກປ່າ, ສິນຄ້າຫັດຖະກຳ ແລະ ອື່ນໆ ຂະນະທີ່ສິນຄ້ານຳເຂົ້າໄດ້ແກ່ ຊັບສິນປະເພດທຶນ ແລະ ສິນຄ້າອຸປະໂພກ-ບໍລິໂພກ.

ປະເທດມຽນມາ-ເສດຖະກິດ

ນອກຈາກນີ້ ກໍແມ່ນດ້ານການທ່ອງທ່ຽວ ນັກທ່ອງທ່ຽວບໍ່ວ່າຈະເປັນທັງພາຍໃນ-ຕ່າງປະເທດ ແມ່ນຄຶກຄື້ນຫຼາຍພໍສົມຄວນ, ເນື່ອງຈາກ ມຽນມາເປັນປະເທດໜຶ່ງທີ່ມີແຫຼ່ງທ່ອງທ່ຽວທາງວັດທະນະທຳຫຼາຍ ແລະ ມີເອກະລັກທີ່ເປັນຂອງຕົນເອງ ມີສະເໜ່ໜ້າດຶງດູດ. ຫຼັກໆກໍຈະແມ່ນວັດວາອາຮາມ ເຊິ່ງມຽນມາມີສະຖານທີ່ວັດອາຮາມຫຼາຍແຫ່ງ ມີຄວາມໂດດເດັ່ນຢ່າງເຫັນໄດ້ຊັດເຈນ ຕົວເມືອງກໍມີຄວາມສີວິໄລ​, ພ້ອມກັນນີ້ ຍັງມີທະເລສາບທີ່ໃຫຍ່ທີ່ສຸດໃນມຽນມາ ທີ່ເປັນທັງແຫຼ່ງທ່ອງທ່ຽວ ແລະ ທຳມາຫາກິນຂອງປະຊາຊົນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/