ປະກາດຈາກ Microsoft ຈະບໍ່ຂຶ້ນເງິນເດືອນໃຫ້ພະນັກງານປະຈຳປີນີ້


Microsoft ປະກາດຈະບໍ່ຂຶ້ນເງິນເດືອນໃຫ້ພະນັກງານປະຈຳປິນີ້ ການຕັດສິນໃຈບໍ່ຂຶ້ນເງິນໃຫ້ ສາເຫດມາຈາກບໍລິສັດຕ້ອງພົບກັບບັນຫາເສດຖະກິດ ຈົນຕ້ອງໄດ້ເທພະນັກງານອອກມາແລ້ວຮອບໜຶ່ງ ຈົນຫຼ້າສຸດໄດ້ປະກາດບໍ່ຂຶ້ນເງິນເດືອນໃຫ້ພະນັກງານປະຈຳປີ.

ເຊິ່ງໃນເວລານີ້ກຳລັງມຸ່ງເນັ້ນໄປທີ່ການພັດທະນາປັນຍາປະດິດ ຫຼື AI ໂດຍທີ່ທາງ Microsoft ຕັດສິນໃຈເມື່ອເດືອນມັງກອນ ທີ່ຜ່ານມາ ໄດ້ຕັດຕຳແໜ່ງງານລົງ 10.000 ຕຳແໜ່ງ ໂດຍການຕັດສິນໃຈລົດພະນັກງານລົງ ຄືກັບບໍສັດອື່ນໆທີ່ລົດພະນັກງານ ເພື່ອຮັບມືກັບການປ່ຽນແປງທາງເສດຖະກິດ.

ທາງດ້ານໂຄສົກຈາກ Microsoft ໄດ້ໃຫ້ຂໍ້ມູນດ້ານເລິກທີ່ກ່ຽວກັບກົນລະຍຸດວ່າ ພວກເຂົາຄຳນຶງຄວາມຈຳເປັນການຕັດສິນໃຈທີ່ສຳຄັນໃນການສ້າງສົມດຸນຂອງສະພາບແວດລ້ອມທາງເສດຖະກິດທີ່ປ່ຽນແປງ ແລະ ການເພີ່ມຂອງ AI ການປະກາດຂອງ Microsoft ມີຂຶ້ນຫຼັງຈາກທີ່ຄວາມກັງວົນທາງດ້ານເສດຖະກິດທີ່ເຮັດໃຫ້ການໃຊ້ຈ່າຍທັງຜູ້ບໍລິໂພກ ແລະ ທຸລະກິດລົດລົງ ເຊິ່ງສົ່ງຜົນເສຍຕໍ່ຄວາມຕ້ອງການຂອງຊອບແວ ແລະ ບໍລິການຂອງ Microsoft.

ທັງນີ້ Microsoft ເປີດເຜີຍວ່າ ຜົນປະກອບການໃນໄຕມາດທຳອິດ ລະຫວ່າງເດືອນ ມັງກອນ-ມີນາ 2023 ເພີ່ມຂຶ້ນຢູ່ 7% ຢູ່ທີ່ 5.290 ລ້ານໂດລາ ເຊິ່ງສູງກວ່າທີ່ຄາດການໄວ້. ຢ່າງໃດກໍຕາມທາງບໍລິສັດເອງ ກໍກຳລັງພົບກັບບັນຫາທາງເສດຖະກິດທີ່ທ້າທາຍຢ່າງຕໍ່ເນື່ອງ ເຊັ່ນດຽວກັນກັບບໍລິສັດອື່ນທີ່ຕ້ອງປົດພະນັກງານອອກ ແລະ ຍັງພົບບັນຫາອີກຫຼາຍ ໂດຍທີ່ເມື່ອອາທິດກ່ອນທາງ Microsoft ຫາກໍປິດ LinkedIn ໃນປະເທດຈີນ ຫຼ້າສຸດກໍປະກາດວ່າຈະບໍ່ຂຶ້ນເງິນເດືອນໃຫ້ພະນັກງານ ການຕັດສິນໃຈມາຈາກສາເຫດການຊະລໍການເຕີບໂຕຂອງລາຍໄດ້ ແລະ ການປ່ຽນແປງວິທີການໃຊ້ບໍລິການຂອງລູກຄ້າ.

ນີ້ອາດຈະເປັນກົນລະຍຸດທີ່ບໍ່ຄືໃຜຂອງ Microsoft ເມື່ອພົບກັບພາວະເສດຖະກິດທີ່ຊະລໍຕົວ ບໍລິສັດເທັກໂນໂລຢີຫຼາຍແຫ່ງກໍກຳລັງໃຊ້ມາດຕະການລົດຕົ້ນທຶນທີ່ຄ້າຍກັນ ເຊິ່ງລວມໄປຮອດການປົດພະນັກງານ ແລະ ການຢຸດເງິນເດືອນ ແຕ່ເຖິງຈະເປັນສະຖານະການທີ່ຍາກລຳບາກ ບໍລິສັດເຫຼົ່ານີ້ກໍເຊື່ອວ່າ ການຕັດສິນໃຈດັ່ງກ່າວມີຄວາມຈຳເປັນໃນການຮັບກັບຄວາມບໍ່ແນ່ນອນທາງເສດຖະກິດໃນປັດຈຸບັນນັ້ນເອງ.

ຂອບໃຈຂໍ້ມຸນຈາກ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/