ຂາຍໄຟຟ້າໄປຕ່າງປະເທດ! ນັບຖອຍຫຼັງອີກ 3 ປີ ລາວຈະມີໄຟຟ້າ ສົ່ງຂາຍໄປໃຫ້ແກ່ກຳປູເຈຍ


ໃນວັນທີ 8 ພຶດສະພາ 2023 ທີ່ຜ່ານມາ ທີ່ໂຮງແຮມຄລາວພາຊາ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມສະຫຼຸບຜົນການເຈລະຈາສັນຍາສຳປະທານ ໂຄງການເຂື່ອນໄຟຟ້າປະສົມປະສານກັບໄຟຟ້າແສງຕາເວັນ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ທອງພັດ ອິນທະວົງ ຮອງນາຍົກລັດຖະມົນຕີກະຊວງບໍ່ແຮ່ ມີຜູ້ຕາງໜ້າບັນດາກົມ ແລະ ສະຖາບັນອ້ອມຂ້າງກະຊວງ ພ້ອມດ້ວຍຜູ້ຕາງໜ້າບໍລິສັດເຂົ້າຮ່ວມ.

ໂຄງການເຂື່ອນໄຟຟ້ານ້ຳພາກປະສົມປະສານ ກັບແສງໄຟຟ້າຕາເວັນແມ່ນໜຶ່ງໃນໂຄງການຂະໜາດໃຫຍ່ ທີ່ລັດຖະບານໄດ້ອະນຸຍາດເຊັນບົດບັນທຶກຄວາມເຂົ້າໃຈ ເພື່ອສຶກສາຄວາມເປັນໄປໄດ້ຂອງໂຄງການໃນວັນທີ 31 ກຸມພາ 2022 ທີ່ຜ່ານມາ. ລະຫວ່າງລັດຖະບານກັບບໍລິສັດຈາກປະເທດຍີ່ປຸ່ນ ໂຄງການເຂື່ອນໄຟຟ້ານ້ຳພາກ ຕັ້ງຢູ່ບ້ານໜອງຫຼວງ ເມືອງປາກຊ່ອງ ແຂວງຈຳປາສັກ.

ເຂື່ອນມີກຳລັງຕິດຕັ້ງ 168 ເມກາວັດ ຜະລິດພະລັງງານສະເລ່ຍໄດ້ 188 ກິໂລວັດຕໍ່ປີ ໂຄງການໄຟຟ້ານ້ຳພາກປະສົມປະສານກັບໄຟຟ້າແສງຕາເວັນ ບໍ່ພຽງແຕ່ເປັນການຊຸກຍູ້ ທາງດ້ານເສດຖະກິດສັງຄົມຂອງປະເທດຊາດ ແຕ່ຍັງເປັນຫົວຕໍ່ໃນການຮັດແໜ້ນຄວາມສຳພັນ ໃນປີທີ່ລັດຖະບານຂອງ 3 ປະເທດ ລາວ, ຍີ່ປຸ່ນ ແລະ ກຳປູເຈຍ.

ເນື່ອງຈາກໂຄງການດັ່ງກ່າວ ເມື່ອສ້າງແລ້ວຈະສົ່ງຂາຍກະແສໄຟຟ້າຂອງໂຄງການໃຫ້ການໄຟຟ້າ ເພື່ອຮັດແໜ້ນປະເທດກຳປູເຈຍ ອີດີຊີ ຕາມການບັນທຶກຄວາມເຂົ້າໃຈ ການຮ່ວມມືສົ່ງໄຟຟ້າຈາກ ສປປ ລາວ ໄປໃຫ້ກຳປູເຈຍຈຳນວນ 6.000 ເມກາວັດ. ດັ່ງນັ້ນ ເພື່ອເຮັດໃຫ້ໂຄງການດັ່ງກ່າວ ໄດ້ຈັດຕັ້ງປະຕິບັດແຜນການທີ່ວາງໄວ້ ຈຶ່ງໄດ້ຈັດກອງປະຊຸມບົດສະຫຼຸບ ຜົນການເຈລະຈາສັນຍາໂຄງການເພື່ອເປັນພື້ນຖານໃນການລາຍງານລັດຖະບານ ແລະ ຄະນະປະຈຳສະພາແຫ່ງຊາດ ໄດ້ພິຈາລະນາເຊັນສັນຍາອະນຸມັດສຳປະທານ ພາຍຫຼັງເຊັນສັນຍາແລ້ວ ບໍລິສັດຈະດຳເນີນເອກະສານທີ່ກ່ຽວຂ້ອງ ໂດຍສະເພາະການລະດົມທຶນ ມາກໍ່ສ້າງໂຄງການໃຫ້ຫັນເຂົ້າກັບໂຄງການ ຊີໂອດີ ເຊິ່ງຕາມແຜນຈະໃຫ້ການຜະລິດ ແລະ ສົ່ງຂາຍກະແສໄຟຟ້າ ໃນຕົ້ນປີ 2026 ເປັນຕົ້ນໄປ.

ຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/