ເປີດຕົວຢ່າງເປັນທາງການກັນໄປເປັນທີ່ຮຽບຮ້ອຍແລ້ວ ກັບລະບົບປະຕິບັດການໃໝ່ຂອງ iPhone ຢ່າງ iOS 16 ທີ່ຫຼາຍຄົນຕັ້ງໜ້າລໍຖ້າມາຕະຫຼອດ ໂດຍສະເພາະກຸ່ມໄວໜຸ່ມ ເພາະການອັບເດດຄັ້ງນີ້ ແມ່ນເອີ້ນໄດ້ວ່າເອົາໃຈໄວໜຸ່ມກັນແບບສຸດໆ ເພາະການອັບເດດຄັ້ງນີ້ມາພ້ອມກັບ ໜ້າຈໍ Lock Screen ທີ່ເຮົາສາມາດປັບແຕ່ງຮູບແບບ, ເພີ່ມ Widget ແລະ ສີສັນຕ່າງໆໄດ້ຢ່າງອິດສະຫຼະຫຼາຍຂຶ້ນ

ຕະຫຼອດເວລາ 10 ກວ່າປີຂອງ iPhone ແມ່ນມີຮູບແບບການໃຊ້ງານເກົ່າໆມາຕະຫຼອດ ແລະ ບໍ່ສາມາດເພີ່ມ ຫຼື ແຕ່ງຫຍັງໄດ້ເລີຍ ເຊິ່ງການອັບເດດໃໝ່ຄັ້ງນີ້ ສິ່ງທຳອິດທີ່ຜູ້ໃຊ້ງານຈະສາມາດເພີ່ມໄດ້ກໍຄື Widget ຕ່າງໆ ບໍ່ວ່າຈະເປັນ ສະພາບອາກາດ, ປະຕິທິນ, ແບັດເຕີຣີ້, ການແຈ້ງເຕືອນຂອງ Facebook, ການແຈ້ງເຕືອນສຸຂະພາບ ແລະ ອື່ນໆ ເຂົ້າມາຢູ່ໃນໜ້າ Lock Screen ໄດ້ເລີຍ ໂດຍບໍ່ຕ້ອງເຂົ້າໄປໜ້າ Home.

ສິ່ງຕໍ່ມາທີ່ຫຼາຍຄົນຕື່ນເຕັ້ນກໍຄື ການອັບເດດຄັ້ງນີ້ ເຮົາສາມາດປ່ຽນຮູບແບບຂອງຕົວໜັງສື ແລະ ສີຂອງຕົວໜັງສື ທີ່ຢູ່ໜ້າ Lock Screen ໄດ້ແລ້ວ ໂດຍປົກກະຕິ iPhone ຫຼາຍລ້ານໜ່ວຍທົ່ວໂລກ ກໍຈະມີຕົວໜັງສືທີ່ຢູ່ໜ້າ Lock Screen ຄ້າຍໆຄືກັນໝົດ ແຕ່ມາມື້ນີ້ Apple ໃຈດີ ມີ Font ຕົວໜັງສືໃຫ້ເລືອກເຖິງ 8 ຮູບແບບດ້ວຍກັນ ແຖມຍັງມີສີສັນໃຫ້ເລືອກອີກຫຼາຍສີ ເພື່ອບົ່ງບອກເຖິງຄວາມເປັນຕົວຕົນຂອງເຮົາໄດ້ຫຼາຍຂຶ້ນ.

ຕໍ່ມາກໍຄື ຮູບທີ່ເຮົາເອົາມາຕັ້ງເປັນ Wallpaper ຍັງສາມາດໃສ່ Filter ປ່ຽນສີ ແລະ ບາງຮູບກໍຍັງສາມາດຕັດພາບພື້ນຫຼັງຂອງພາບນັ້ນໆອອກໄດ້ອີກດ້ວຍ ໂດຍທັງໝົດນີ້ ແມ່ນສາມາດປັບແຕ່ງຢູ່ໜ້າ Lock Screen ໄດ້ເລີຍໂດຍບໍ່ຕ້ອງ ໂຫຼດແອັບອື່ນ ຫຼື ເຂົ້າແອັບໃດໆ.

ຄວາມສາມາດຕໍ່ມາກໍຄື Depth Effect ທີ່ສາມາດແຍກຕົວຄົນ ຫຼື ວັດຖຸອອກຈາດຮູບພາບພື້ນຫຼັງເພື່ອນຳມາຊ້ອນທັບກັບຕົວອັກສອນໃນໜ້າຈໍ Lock Screen ເພື່ອໃຫ້ຄວາມແຕກຕ່າງ ແລະ ມີຄວາມໜ້າສົນໃຈຫຼາຍຂຶ້ນ
ໂດຍ iPhone ທີ່ຈະສາມາດອັບເດດມາເປັນ iOS 16 ນີ້ ແມ່ນຈະສາມາດອັບໄດ້ແຕ່ iPhone 8 ຫຼືວ່າ ໃໝ່ກວ່າເທົ່ານັ້ນ. ໂດຍທຸກຄົນທີ່ໃຊ້ iPhone 8 ຂຶ້ນໄປສາມາດເຂົ້າໄປໜ້າຕັ້ງຄ່າ ແລ້ວ ດາວໂຫຼດ ພ້ອມຕິດຕັ້ງ iOS 16 ນີ້ໄດ້ແລ້ວ.
ຂໍ້ມູນຈາກ: https://cutt.ly/ACMIDLy
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/
No comment