ບໍ່ຢາກເວົ້ານຳແລ້ວ! ຈີນຍົກເລີກການໂອ້ລົມ ແລະ ໂຈະການຮ່ວມມືຫຼາຍດ້ານ ກັບ ອາເມຣິກາ ຫຼັງ ກໍລະນີຂອງ Nancy Pelosi ມາຢາມໄຕ້ຫວັນ

ອາເມຣິກາ

ຫຼັງຈາກ ທ່ານ ນາງແນນຊີ ເພໂລຊີ ປະທານສະພາສະຫະລັດອາເມຣິກາ ໄດ້ເດີນທາງມາຢ້ຽມຢາມໄຕ້ຫວັນ ເມື່ອຕອນຄໍ່າຂອງວັນທີ 2 ສິງຫາ 2022 ທີ່ຜ່ານມານີ້ ເຊິ່ງໄດ້ສ້າງຄວາມບໍ່ພໍໃຈໃຫ້ລັດຖະບານຈີນເປັນຢ່າງສູງ. ຫຼ້າສຸດໃນວັນທີ 5 ສິງຫາ 2022 ກະຊວງ ການຕ່າງປະເທດຈີນ ໄດ້ປະກາດ 8 ມາດຕະການ ເພື່ອຕອບໂຕ້ ແລະ ສະແດງຄວາມບໍ່ພໍໃຈ ຕໍ່ສະຫະລັດ ອາເມຣິກາ ເຊິ່ງມີດັ່ງນີ້:

ອາເມຣິກາ

1. ຍົກເລີກແຜນການໂອ້ລົມ ລະຫວ່າງຜູ້ນຳເຂດສູ້ຮົບຂອງສອງກອງທັບຈີນ ແລະ ສະຫະລັດອາເມຣິກາ.

2. ຍົກເລີກການເຈລະຈາ ປະສານງານເລື່ອງນະໂຍບາຍຄວາມໝັ້ນຄົງ ຈີນ ແລະ ສະຫະລັດອາເມຣິກາ.

3. ຍົກເລີກກອງປະຊຸມກົນໄກປຶກສາຫາລືຄວາມໝັ້ນຄົງດ້ານການທະຫານທາງທະເລຈີນ ແລະ ສະຫະລັດອາເມຣິກາ.

4. ໂຈະການຮ່ວມມືນຳສົ່ງຜູ້ຍົກຍ້າຍຖິ່ນຖານທີ່ຜິດກົດໝາຍລະຫວ່າງ ຈີນ ແລະ ສະຫະລັດອາເມຣິກາຊົ່ວຄາວ.

5. ໂຈະການຮ່ວມມືກ່ຽວກັບການຊ່ວຍເຫຼືອກົດໝາຍ ທາງອາຍາລະຫວ່າງ ຈີນ ແລະ ສະຫະລັດອາເມຣິກາ ຊົ່ວຄາວ.

6. ໂຈະການຮ່ວມມືເພື່ອຕໍ່ຕ້ານການກໍ່ອາຊະຍາກຳຂ້າມຊາດລະຫວ່າງຈີນ ແລະ ສະຫະລັດອາເມຣິກາ ຊົ່ວຄາວ.

7. ໂຈະການຮ່ວມມືການປາບປາມຢາເສບຕິດລະຫວ່າງປະເທດ ຈີນ ແລະ ສະຫະລັດອາເມຣິກາ ຊົ່ວຄາວ.

8. ໂຈະການປຶກສາຫາລືກ່ຽວກັບການປ່ຽນແປງຂອງດິນຟ້າອາກາດລະຫວ່າງ ຈີນ ແລະ ສະຫະລັດອາເມຣິກາ ຊົ່ວຄາວ.

ເທື່ອນີ້ຖືເປັນການຕອບໂຕ້ຕໍ່ ສະຫະລັດ ອາເມຣິກາ ເທື່ອທຳອິດຂອງຈີນ ຫຼັງຈາກທີ່ ທ່ານ ນາງ ແນນຊີ ເພໂລຊີ ໄດ້ເດີນທາງມາຢຽບແຜ່ນດິນໄຕ້ຫວັນ. ໂດຍກ່ອນໜ້ານີ້ ຈີນໄດ້ຕອບໂຕ້ໄຕ້ຫວັນດ້ວຍການ ຈັດການຊ້ອມຮົບຄັ້ງໃຫຍ່ ບໍລິເວນອ້ອມຮອບ ເກາະໄຕ້ຫວັນ ແລະ ຂວໍ້າບາດທາງເສດຖະກິດຂອງໄຕ້ຫວັນ ໂດຍການ ໂຈະການນຳເຂົ້າສິນຄ້າຫຼາຍລາຍການຈາກໄຕ້ຫວັນ.

ອາເມຣິກາ

ຂອບໃຈຂໍ້ມູນຈາກ: https://cutt.ly/AZGMdjV

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ