ບໍ່ຕ້ອງຍ່າງໃຫ້ເມື່ອຍ! ຣັດເຊຍຈັດ ການແຂ່ງຂັນຊົກມວຍ ໃນຕູ້ໂທລະສັບແຄບໆ ແຖມສາມາດອອກອາວຸດໄດ້ເຕັມທີ່

ການແຂ່ງຂັນຊົກມວຍ

ເອີ້ນວ່າບໍ່ຕ້ອງຍ່າງ ຕ້ອງຖອຍເບິ່ງມວຍກັນເລີຍ ເຂົ້າມາແລ້ວແກວ່ງກຳປັ້ນໃສ່ກັນໂລດ ເມື່ອຣັດເຊຍ ຈັດການແຂ່ງຂັນ PHONE BOOTH FIGHTING ກໍຄືການຍົກເອົາຕູ້ໂທລະສັບ ມາເປັນສັງວຽນຊົກມວຍ ແລ້ວໃຫ້ 2 ນັກຊົກເຂົ້າໄປສູ້ກັນໃນຕູ້ໂທລະສັບດັ່ງກ່າວ.

ການແຂ່ງຂັນຊົກມວຍ

ການແຂ່ງຂັນຄັ້ງນີ້ ຖືກຄິດຂຶ້ນມາຈາກກຸ່ມທີ່ມີຊື່ວ່າ  Punch Club ເຊິ່ງເປັນກຸ່ມທີ່ຮັກໃນກິລາຕໍ່ສູ້ ແຕ່ມັກຈະຈັດການແຂ່ງຂັນຂຶ້ນໃນຮູບແບບທີ່ແປກໆ.

ການແຂ່ງຂັນຊົກມວຍ

ໂດຍການແຂ່ງຂັນຊົກມວຍໃນຕູ້ໂທລະສັບດັ່ງກ່າວ ນັກຊົກທັງ 2 ຄົນຈະສາມາດອອກອາວຸດໄດ້ທັງໝົດ ແລະ ຈະຊົກກັນຢູ່ປະມານ 15 ນາທີ ແຕ່ຈະບໍ່ມີການກຳນົດວ່າຈັກຍົກ ນັ້ນໝາຍຄວາມວ່າ ພາຍໃນ 15 ນາທີ ນັກສູ້ທັງ 2 ຄົນຈະຊົກກັນຈົນມີຄົນໃດຄົນ 1 ນັອກ ຫຼື ຍອມ ນັ້ນເອງ.

ເຊິ່ງຈາກການຈັດການແຂ່ງຂັນແບບນີ້ ກໍມີຫຼາຍຝ່າຍອອກມາວິຈານວ່າເປັນການຊົກທີ່ດຸເດືອດຫຼາຍ ບາງຄົນກໍບອກວ່າມັນເປັນການແຂ່ງຂັນທີ່ປ່າເຖື່ອນເກີນໄປ ເພາະບໍ່ມີການໃຫ້ນັກກິລາພັກ ຫຼີ ຍ່າງຖອຍຫຼັງ ຫຼົບຫຼີກ ຄືກັບການແຂ່ງຂັນຊົກມວຍທົ່ວໄປ.

ການແຂ່ງຂັນຊົກມວຍ

ພາຍຫຼັງວິດີໂອດັ່ງກ່າວຖືກເຜີຍແຜ່ໄປໃນໂລກອອນລາຍພາຍໃນມື້ດຽວ ໄດ້ມີຍອດວິວ ໃນ Twitter ໄປແລ້ວ ຫຼາຍກວ່າ 17.5 ລ້ານຄັ້ງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ