ບໍລິສັດຮັບສົບຄົນມາເຮັດປຸ໋ຍ ເປີດໃຫ້ບໍລິການແລ້ວ ພ້ອມບອກວ່າເປັນມິດກັບສິ່ງແວດລ້ອມຫຼາຍກວ່າ!!!


ຄົນເຮົາເມື່ອເສຍຊີວິດໄປແລ້ວ ວິທີຈັດການກັບຮ່າງກາຍອັນໄຮ້ວິນຍານທີ່ເຮົາເຫັນຕະຫຼອດນັ້ນ ຄົງບໍ່ເວັ້ນການເຜົາ ແລະ ການຝັງ, ເຊິ່ງການເຜົາກໍເປັນການກໍ່ໃຫ້ເກີດຄວັນ ສ່ວນການຝັງກໍໃຊ້ພື້ນທີ່ມະຫາສານ ເຮັດໃຫ້ທຳລາຍປ່າ ແລະ ໜ້າດິນ. ດັ່ງນັ້ນ ຈຶ່ງມີການອະນຸຍາດໃຫ້ປະຊາຊົນສາມາດໃຊ້ສົບມາເຮັດເປັນປຸ໋ຍທຳມະຊາດຢ່າງຖືກກົດໝາຍ ທີ່ເອີ້ນວ່າ Human Composting ນອກຈາກຊ່ວຍເປັນປຸ໋ຍໃຫ້ທຳມະຊາດແລ້ວ ຍັງປະຢັດຄ່າໃຊ້ຈ່າຍໃນການຈັດການສົບ ແລະ ເປັນມິດກັບສິ່ງແວດລ້ອມນຳອີກດ້ວຍ.

ຫຼ້າສຸດ ບໍລິສັດ Recompose ຈາກສະຫະລັດອາເມຣິກາ ກໍ່ຕັ້ງໂດຍ Katrina Spade ເປີດບໍລິການເອົາສົບໄປເຮັດເປັນປຸ໋ຍ Human Composting ໄດ້ແລ້ວ, ເຊິ່ງເລີ່ມໃຫ້ບໍລິການໃນລັດ Seattle ແລະ Washington ໃນເດືອນທັນວາ 2020 ທີ່ຜ່ານມາ.

Katrina Spade ບອກວ່າ ຂະບວນການນີ້ເປັນມິດຕໍ່ສິ່ງແວດລ້ອມຫຼາຍກວ່າ, ເປັນພິດໜ້ອຍກວ່າ ແລະ ປ່ອຍແກ໊ສຄາບອນໜ້ອຍກວ່າ ເມື່ອປຽບທຽບການການເຜົາ ແລະ ຝັງ.

ວິທີທີ່ຈະຍ່ອຍສະຫຼາຍສົບແມ່ນ ຈະເອົາສົບຂອງຜູ້ເສຍຊີວິດເຂົ້າໄປແຄັບຊູນໝຸນໄດ້ທີ່ເອີ້ນວ່າ composting pods ພ້ອມວັດສະດຸທຳມະຊາດຕ່າງໆເຊັ່ນ: ໄມ້ສັບ, ເຟືອງ. ນອກຈາກນັ້ນຍັງມີການຄວບຄຸມອຸນຫະພູມ ແລະ ສະພາບແກ໊ສຕ່າງໆໃຫ້ເໝາະສົມກັບການຍ່ອຍສະຫຼາຍ ໂດຍເຄື່ອງຈະໝຸນຮ່າງກາຍໃຫ້ຈຸລິນຊີຍ່ອຍສະຫຼາຍຕາມທຳມະຊາດ, ຂະບວນການຕ່າງໆຈະສຳເລັດໃນໄລຍະ 4-7 ອາທິດ ແລ້ວຈຶ່ງກາຍເປັນປຸ໋ຍອອກມາໃສ່ຕົ້ນໄມ້.

ເຖິງວິທີດັ່ງກ່າວຈະໄດ້ຮັບການສະໜັບສະໜູນຈາກບັນດາຄົນທີ່ຮັກສິ່ງແວດລ້ອມເປັນຈຳນວນຫຼາຍ ແຕ່ສຳລັບຄົນທີ່ເຄັ່ງໃນສາສະໜາມັນກໍຍັງຂັດກັບຄວາມເຊື່ອຂອງຫຼາຍຄົນຢູ່, ແລ້ວເຮົາເດ ຄິດແນວໃດ?

ຂອບໃຈຂໍ້ມູນຈາກ:

https://www.seattletimes.com/life/recompose-the-first-human-compositing-funeral-home-in-the-u-s-is-now-open-for-business/?fbclid=IwAR1ifBcUp-08wwTFmukcKSesnmrh2SAb_OXIsgA-nZL5h-pnM7Vq6VYxcNQ

https://www.vice.com/en/article/93wmd5/the-first-us-funeral-home-that-turns-bodies-into-compost-is-now-open?utm_content=1612539005&utm_medium=social&utm_source=VICE_facebook&fbclid=IwAR30OHmZOGiVP-SyETMqpGC_GRyzzGD5cANg97GNxYcuGSKLFeiYojpwKIY

https://www.facebook.com/environman.th/posts/3419089364886153