ນາຍົກ ໃຫ້ພາກສ່ວນທຸລະກິດຮັກສາສະພາບຄ່ອງດ້ານການເງິນຂອງຕົນ ບໍ່ສ້າງພາລະໜີ້ສິນເກີນຂອບເຂດ

ນາຍົກ

ທ່ານ ສອນໄຊ ສີພັນດອນ ນາຍົກລັດ​ຖະມົນຕີ ແຫ່ງ ສປປ ລາວ ໄດ້ເນັ້ນໃຫ້ພາກທຸ​ລະກິດ ຕ້ອງໄດ້ເອົາໃຈໃສ່ຮ່ວມມືກັບລັດຖະບານ ແລະ ປະຊາຊົນໃນທົ່ວປະເທດ ເພື່ອໃຫ້ບັນດາເປົ້າໝາຍທີ່ລັດຖະບານວາງໄວ້ໃນປີ 2023 ເປັນຕົ້ນ ເປົ້າໝາຍດ້ານການເຕີບໂຕເສດຖະ​ກິດ, ການຜະລິດເປັນສິນຄ້າ ແລະ ເປົ້າໝາຍອື່ນໆ ໄດ້ບັນລຸໃຫ້ເກີດຜົນເປັນຈິງ.

ກອງປະຊຸມໄດ້ຮັບຟັງການໂອ້ລົມຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ງານມອບຮາງວັນນັກທຸລະກິດຊັ້ນນໍາດີເດັ່ນ ສະພາການຄ້າ ແລະ ອຸດສາຫະກກຳ ແຫ່ງຊາດລາວ (ສຄອຊ) ປະຈໍາປີ 2022 ໄດ້ຈັດຂຶ້ນໃນວັນທີ 23 ມັງກອນນີ້ ທີ່ຫໍປະຊຸມແຫ່ງຊາດ ໂດຍມີບັນດາລັດ​ຖະມົນຕີ, ຮອງລັດຖະມົນຕີ, ຄະນະບໍລິຫານງານ, ຄະນະທີ່ປຶກສາຂອງ ສຄອຊ ແລະ ສະພາການຄ້າ ແລະ ອຸດສາຫະກຳ (ສຄອ) ແຂວງ-ນະຄອນ ພ້ອມດ້ວຍບັນດາພາກສ່ວນທຸລະກິດເຂົ້າຮ່ວມ.

ໃນກອງປະຊຸມ, ທ່ານ ອຸເດດ ສຸວັນນະວົງ ປະທານ ສຄອຊ ໄດ້ກ່າວລາຍງານຫຍໍ້ໃຫ້ຮູ້ວ່າ: ການມອບ-ຮັບຮາງວັນທຸລະກິດຊັ້ນນໍາດີເດັ່ນ ສຄອຊ ປະຈໍາປີ 2022 ແມ່ນເປັນຄັ້ງທີ 6 ນັບແຕ່ປີ 2016 ເຊິ່ງການຄັດເລືອກຫົວ​ໜ່ວຍທຸລະກິດທີ່ຈະໄດ້ຮັບລາງວັນດັ່ງກ່າວ ປະຈຳປີ 2022 ແມ່ນໄດ້ມີ 5 ມາດຕະຖານຫຼັກໃນການຄັດເລືອກ ແລະ ຈາກການຄັດເລືອກ ຄະນະກໍາມະການຮັບຜິດຊອບ ສາມາດຄັດເລືອກໄດ້ຫົວໜ່ວຍທຸລະກິດຈຳນວນ 80 ຫົວໜ່ວຍ ທີ່ມາຈາກ 84 ຫົວໜ່ວຍ ໃນນີ້ມີ ນະຄອນຫຼວງວຽງຈັນ 61 ຫົວໜ່ວຍ, ແຂວງຫຼວງນໍ້າທາ 4 ຫົວໜ່ວຍ, ແຂວງວຽງຈັນ 1 ຫົວໜ່ວຍ, ແຂວງບໍລິຄໍາໄຊ 1 ຫົວໜ່ວຍ, ແຂວງສະຫວັນນະເຂດ 6 ຫົວໜ່ວຍ, ແຂວງສາລະວັນ 1 ຫົວໜ່ວຍ, ແຂວງຈຳປາສັກ 5 ຫົວໜ່ວຍ ແລະ ແຂວງອັດຕະປື 5 ຫົວໜ່ວຍ. ລວມມູນຄ່າຕົວເລກທຸລະກິດຂອງ 80 ຫົວໜ່ວຍທີ່ໄດ້ຮັບການຄັດເລືອກ ໃຫ້ໄດ້ຮັບຮາງວັນນັກທຸລະກິດຊັ້ນນໍາດີເດັ່ນ ສຄອຊ ປະຈໍາປີ 2022 ມີຢູ່ 2.000 ຕື້ກີບ ແລະ ມີການຈ້າງງານຫຼາຍກວ່າ 15.000 ຄົນ.

ນາຍົກ

ຈາກນັ້ນ, ທ່ານ ມະໄລທອງ ກົມມະສິດ ລັດ​ຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ກໍໄດ້ຂຶ້ນມອບຮາງວັນໃຫ້ແກ່ 80 ຫົວໜ່ວຍທຸລະກິດ ທີ່ໄດ້ຮັບການຄັດເລືອກໃຫ້ໄດ້ຮັບຮາງວັນນັກທຸລະກິດຊັ້ນນໍາດີເດັ່ນ ສຄອຊ ປະຈໍາປີ 2022. ພ້ອມນີ້, ໃນກອງປະຊຸມ ຍັງໄດ້ມີຕາງໜ້າພາກທຸລະກິດ ລາຍງານຫຍໍ້ຜົນສໍາເລັດຂອງການດຳເນີນທຸລະກິດໄລຍະຜ່ານມາ ແລະ ມີບາງຂໍ້ສະເໜີຕໍ່ທ່ານນາຍົກລັດຖະ​ມົນຕີ ກໍຄື ລັດຖະບານ.

ທ່ານ ສອນໄຊ ສີພັນດອນ ໄດ້ມີຄໍາເຫັນໂອ້ລົມ ເຊິ່ງກອ່ນອື່ນທ່ານກໍໄດ້ແຈ້ງໃຫ້ຮູ້ວ່າ: ໃນປີ 2023 ລັດຖະບານ ຈະໄດ້ເອົາໃຈໃສ່ ສຸມໃສ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ແລະ ເນັ້ນໃສ່ເປົ້າໝາຍຈຸດສຸມຕ່າງໆ ໂດຍສະເພາະເປົ້າ​ໝາຍທີ່ເປັນບຸລິມະສິດ ເປັນຕົ້ນ ເປົ້າໝາຍດ້ານການເຕີບໂຕເສດຖະກິດ ທີ່ຈະໄດ້ສູ້ຊົນໃຫ້ລວມຍອດຜະລິດຕະພັນພາຍໃນ (GDP) ຂະຫຍາຍຕົວໃນລະດັບ 4,5% ຂຶ້ນໄປ, ລາຍຮັບຕໍ່ຫົວຄົນ (GDP ຕໍ່ ຫົວຄົນ) ບໍ່ຕໍ່າກວ່າ 1.625 ໂດລາ ແລະ ລວມຍອດລາຍໄດ້ແຫ່ງຊາດ (GNI) ສະເລ່ຍຕໍ່ຫົວຄົນ 1.534 ໂດລາ; ສູ້ຊົນຜະລິດກະສິກໍາ ເປັນສິນຄ້າ ໃຫ້ໄດ້ 7,47 ລ້ານໂຕນ, ອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ ບັນລຸ 14.029,09 ຕື້ກີບ, ຜະລິດກະແສໄຟຟ້າ ໃຫ້ບັນລຸໄດ້ 51.134 ລ້ານກິໂລວັດໂມງ ເປັນມູນຄ່າ 41.321 ຕື້ກີບ; ສູ້ຊົນສ້າງມູນຄ່າການຈໍລະຈອນສິນຄ້າ (ຂາຍຍົກ-ຂາຍຍ່ອຍ ແລະ ຄ່າບໍລິການສ້ອມແປງ) ໃຫ້ບັນລຸໄດ້ 73.541,80 ຕື້ກີບ, ການບໍລິການຂົນສົົ່ງສິນຄ້າໃນທຸກເສັ້ນທາງ (ທາງບົກ, ທາງນໍ້າ, ທາງອາກາດ ແລະ ທາງລາງ) ໃຫ້ໄດ້ 12.754 ພັນໂຕນ, ສູ້ຊົນດຶງດູດນັກທ່ອງທ່ຽວມາທ່ອງທ່ຽວ ສປປ ລາວ ໃຫ້ໄດ້ປະມານ 1.400.000 ເທືື່ອຄົນ ແລະ ສ້າງລາຍຮັບໝູນວຽນຈາກການທ່ອງທ່ຽວປະ​ມານ 340.000.000 ໂດລາ ແລະ ເປົ້າໝາຍບຸລິມະສິດອື່ນໆ ທີ່ລັດຖະບານຈະສຸມໃສ່ ເຊິ່ງບັນດາເປົ້າໝາຍນີ້ ເປັນເປົ້າໝາຍທີ່ທ້າທາຍແກ່ຄວາມສາມາດ ໂດຍສະເພາະໃນສະພາບແວດລ້ອມໃໝ່ ຂອງພາກພາກພື້ນ ແລະ ສາກົນ, ແຕ່ພັດມີຄວາມຈຳເປັນ ຕ້ອງສູ້ຊົນປະຕິບັດ ແລະ ກໍເປັນໜ້າທີ່ຂອງລັດຖະບານ ທີ່ຈະໄດ້ພ້ອມກັບປະຊາຊົນໃນທົ່ວປະເທດ ເວົ້າສະເພາະກໍແມ່ນພາກສ່ວນການຜະລິດ-ທຸລະກິດຕ້ອງໄດ້ຮ່ວມມືເຮັດໃຫ້ບັນລຸ ໃຫ້ເກີດຜົນເປັນຈິງ.

ເພື່ອໃຫ້ໄດ້ແນວນັ້ນ, ທ່ານ ນາຍົກ ໄດ້ເນັ້ນ​ໜັກວ່າ: ພວກເຮົາຕ້ອງໄດ້ພ້ອມກັນ ບຸກທະລຸ ໃນທຸກດ້ານ ເພື່ອປັບປຸງ ແລະ ກໍ່ສ້າງວິສາຫະກິດ, ບໍ່ອະຄະຕິ ຕໍ່ນັກທຸລະກິດ, ຖືນັກທຸລະກິດ ຜູ້ປະກອບການ ຄື ນັກຮົບປະຕິວັດ ໃນພາລະກິດການສ້າງສາພັດທະນາປະເທດ​ຊາດ. ການຊຸກຍູ້ສົ່ງເສີມບັນດາວິສາຫະກິດ ຕ້ອງແທດເໝາະກັບຄວາມເປັນຈິງ, ໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ປະຕິບັດຢ່າງສະເໝີຕົ້ນສະເໝີປາຍ ກ່ຽວກັບການສົ່ງເສີມກຳລັງແຮງ ຂອງພາກສ່ວນເສດ​ຖະກິດ ໂດຍຮັບປະກັນໃຫ້ທຸກພາກສ່ວນ ມີຄວາມສະເໝີພາບ ຕໍ່ໜ້າກົດໝາຍ, ທັງມີສະພາບແວດລ້ອມທີ່ອຳນວຍ ແລະ ເຄື່ອນ​ໄຫວຢ່າງຄ່ອງຕົວ, ປະກອບສ່ວນເຂົ້າໃນການຂະຫຍາຍກຳລັງການຜະລິດ, ສ້າງສາພັດ​ທະນາປະເທດຊາດ, ທັງມີຄວາມສາມາດແຂ່ງຂັນ ໃນຂະບວນວິວັດ ແຫ່ງການເຊື່ອມໂຍງ ກັບພາກພື້ນ ແລະ ສາກົນ.

ນາຍົກ

ທ່ານ ນາຍົກລັດຖະມົນຕີ ເນັ້ນຕື່ມວ່າ: ກ່ອນອື່ນໝົດ, ພວກເຮົາຕ້ອງຮັບປະກັນສະຖຽນລະພາບ ຂອງເສດຖະກິດມະຫາພາກ, ເຊິ່ງມັນສະແດງອອກໃນດ້ານການດຸ່ນດ່ຽງຕ່າງໆ ເປັນຕົ້ນ ການມີວຽກເຮັດງານທຳ, ການມີລາຍໄດ້ປົກກະຕິ ຈຶ່ງຈະຮັບປະກັນການຈັບ​ຈ່າຍໃຊ້ສອຍຂອງສັງຄົມ, ຈາກນັ້ນວິສາ​ຫະກິດ ຈຶ່ງຈະຮັກສາລະດັບການລົງທຶນ ກໍຄືການສະໜອງສິນຄ້າ. ພາກສ່ວນທຸລະກິດ ຕ້ອງເອົາໃຈໃສ່ໃນການຮັກສາສະພາບຄ່ອງດ້ານການເງິນຂອງຕົນ ເວົ້າງ່າຍໆ ກໍໃຫ້ມີເງິນໝູນວຽນ ເພື່ອໃຊ້ຈ່າຍໃນການເຄື່ອນໄຫວທຸລະກິດ ບໍ່ສ້າງພາລະໜີ້ສິນເກີນຂອບເຂດ. ການເພີ່ມຂຶ້ນຂອງລາຄາສິນຄ້າຕ້ອງສົມເຫດສົມຜົນ ແລະ ຄວບຄຸມໄດ້. ຕ້ອງມີການດຸ່ນດ່ຽງດ້ານຊັບພະຍາກອນທີ່ເປັນປັດໄຈການຜະລິດຕ່າງໆ ເຊັ່ນ: ທຶນຮອນ, ແຮງງານ, ວັດຖຸດິບ, ຕະຫຼາດ ກັບກຳລັງການຜະລິດ ແລະ ອື່ນໆ. ພ້ອມນັ້ນ ກໍຕ້ອງມີການເສຍພັນທະດ້ານພາສີ ແລະ ອາກອນຖືກຕ້ອງຕາມກົດ​ໝາຍ. ເມື່ອມີສະຖຽນລະພາບໃນເສດຖະກິດຈຸນລະພາກ ມັນກໍຈະປະກອບສ່ວນໃຫ້ແກ່ສະຖຽນລະພາບຂອງເສດຖະກິດມະຫາພາກໄດ້.

ສຳລັບ, ການປະກອບສ່ວນຕໍ່ການເຕີບໂຕເສດຖະກິດ, ທ່ານນາຍົກ ຍັງໄດ້ຮຽກຮ້ອງໃຫ້ພາກສ່ວນການຜະລິດ-ທຸລະກິດ ເອົາໃຈໃສ່ຢ່າງຈິງຈັງການເຕີບໂຕທີ່ຍືນຍົງຕາມທິດສີຂຽວ. ຄວາມຍືນຍົງ ໃນລະດັບມະຫາພາກ ເຊິ່ງຕ້ອງເອົາໃຈໃສ່ພັດທະນາ ຫຼື ຂະຫຍາຍການຜະລິດ-ທຸລະກິດ ໂດຍຄຳນຶງເຖິງດ້ານເສດຖະກິດ, ດ້ານສັງຄົມ ແລະ ການປົກປັກຮັກສາສິ່ງແວດລ້ອມ.

ໃນຕອນທ້າຍ, ທ່ານນາຍົກ ກໍໄດ້ໃຫ້ທັດ​ສະນະວ່າ: ພັກ ແລະ ລັດຖະບານ ຖືເສດຖະກິດ ເປັນໃຈກາງ. ສະນັ້ນ, ພວກເຮົາຕ້ອງພ້ອມກັນເອົາໃຈໃສ່ບັນຫານີ້ຢ່າງຈິງຈັງ. ພວກເຮົາເຂົ້າໃຈຄວາມຫຍຸ້ງຍາກຂອງພາກທຸລະກິດ ແລະ ຄວາມບໍ່ແນ່ນອນຂອງການຜະລິດ-ທຸລະກິດ, ເຊິ່ງສ່ວນໜຶ່ງກໍຢູ່ນອກການຄາດຄະເນ ແລະ ຄວບຄຸມໄດ້. ອັນເຫັນໄດ້ຊັດເຈນ ຄື ສະພາບເສດຖະກິດໂລກ ທີ່ຍັງບໍ່ຟື້ນຕົວດີເທົ່າຄວນ. ນອກນັ້ນ, ສະພາບລາຄານ້ຳມັນໃນຕະຫຼາດໂລກເພີ່ມຂຶ້ນ, ວັດຖຸດິບ ແລະ ປັດໄຈການຜະລິດອື່ນໆ ກໍເພີ່ມຂຶ້ນເຊັ່ນກັນ ອັນໄດ້ສົ່ງຜົນກະທົບໃຫ້ລາຄາສິນຄ້າຂາຍຢູ່ພາຍໃນ-ສົ່ງອອກ ຂອງພວກເຮົາ ແມ່ນມີຄວາມຫຍຸ້ງຍາກຂຶ້ນ ເຊິ່ງພວກເຮົາຕ້ອງໄດ້ພ້ອມກັນສູ້ຊົນໄປຕື່ມອີກໄລຍະໜຶ່ງ.

ຂອບໃຈຂໍ້ມູນຈາກ: https://bit.ly/3Wzamaj

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/