ໃນວັນທີ 14 ທັນວາ 2022 ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ສປປ ລາວ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ-ອີຢູ ສະເຫຼີມສະຫຼອງສາຍພົວພັນອາຊຽນກັບສະຫະພາບຢູໂຣບ ຄົບຮອບ 45 ປີ. ເຊິ່ງທ່ານນາຍົກໄດ້ນຳພາຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສຸດຍອດ ສະເຫຼີມສະຫຼອງສາຍພົວພັນອາຊຽນ-ສະຫະພາບຢູໂຣບ ຫຼື ອາຊຽນ-ອີຢູ ພາຍໃຕ້ການເປັນປະທານຮ່ວມກຳປູເຈຍ ແລະ ອີຢູ.
ບັນດາຜູ້ນຳອາຊຽນ ແລະ ອີຢູ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ໝາກຜົນການຮ່ວມມືອາຊຽນ-ອີຢູ ຕະຫຼອດໄລຍະ 45 ປີ ຜ່ານມາ ເຊິ່ງໄດ້ຮັບເສີມຂະຫຍາຍຢ່າງຕໍ່ເນື່ອງ ຈາກການຮ່ວມມືແບບປົກກະຕິ ກ້າວເຂົ້າສູ່ການເປັນຄູ່ຮ່ວມມືຍຸດທະສາດ ໃນປີ 2020. ປັດຈຸບັນ ອີຢູ ເປັນຄູ່ຄ້າໃຫຍ່ອັນດັບສາມຂອງອາຊຽນ ແລະ ອາຊຽນກໍເປັນຄູ່ຄ້າໃຫຍ່ ອັນດັບສາມຂອງອີຢູ ເຊິ່ງມູນຄ່າການຄ້າສອງຝ່າຍບັນລຸໄດ້ 268 ຕື້ກວ່າສະຫະລັດໃນປີ 2021.

ພ້ອມດຽວກັນນີ້ ອີຢູ ກໍເປັນຜູ້ລົງທຶນໂດຍກົງລາຍໃຫຍ່ຂອງອາຊຽນ ເຊິ່ງມີມູນຄ່າຫຼາຍຮ້ອຍລ້ານສະຫະລັດໃນປີ 2021. ບັນດາຜູ້ນຳອາຊຽນ ແລະ ອີຢູ ຍັງໄດ້ທົບທວນຄືນການຈັດຕັ້ງປະຕິບັດໂຄງການຮ່ວມມື ພາຍໃຕ້ແຜນພັດທະນາອີຢູ 2018-2022 ເຊິ່ງເຫັນໄດ້ວ່າ ໄດ້ຮັບຜົນສຳເລັດໃນຫຼາຍໆດ້ານ ເປັນຕົ້ນແມ່ນດ້ານ ການຄ້າ-ການລົງທຶນ, ການສຶກສາ, ການແລກປ່ຽນຂໍ້ມູນຂ່າວສານ ວິທະຍາສາດ ແລະ ເທັກໂນໂລຍີ, ການເຊື່ອມຈອດ ແລະ ອື່ນໆ.

ບັນດາຜູ້ນຳອາຊຽນອີຢູ ໄດ້ຊຸກຍູ້ການເພີ່ມທະວີຮ່ວມກັນໃຫ້ຫຼາຍຂຶ້ນ ໂດຍຜ່ານການຈັດຕັ້ງປະຕິບັດ ແຜນປະຕິບັດງານອີຢູສະບັບໃໝ່ 2023-2027 ທີ່ໄດ້ຮັບຮອງເອົາໃນກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ອີຢູ ໃນເດືອນສິງຫາ 2022 ໂດຍເນັ້ນໜັກການຮ່ວມມືສາທາລະນະສຸກ, ການໄປມາຫາສູ່ກັນຂອງປະຊາຊົນສອງພາກພື້ນ, ການຂົນສົ່ງທາງອາກາດ, ການຄ້າ-ການລົງທຶນ, ການຮັບມືກັບໄພພິບັດທາງທຳມະຊາດ, ການຕ້ານການກໍ່ການຮ້າຍ ແລະ ອື່ນໆ.

ຂອບໃຈຂໍ້ມູນຈາກ: https://bit.ly/3hr3SvF
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/