ນາຍົກລົງຢ້ຽມຢາມເບິ່ງສະພາບການບ້ານເມືອງ ຢູ່ແຂວງຫຼວງນ້ຳທາ ດ້ວຍຕົນເອງ

ແຂວງຫຼວງນ້ຳທາ

ໃນໂອກາດ ເຄື່ອນໄຫວເຮັດວຽກ ແລະ ໂອ້ລົມພະນັກງານການນໍາຫຼັກແຫຼ່ງແຂວງຫຼວງນໍ້າທາ ໃນທ້າຍອາທິດຜ່ານມາ ໂດຍໄດ້ຮັບການຕ້ອນຮັບຈາກ ທ່ານ ຄໍາໄຫຼ ສີປະເສີດ ເຈົ້າ ແຂວງຫຼວງນ້ຳທາ ພ້ອມດ້ວຍຄະນະພັກ-ຄະນະນຳຂອງແຂວງນັ້ນ, ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ໄດ້ມີຄໍາເຫັນ ແລະ ຊີ້ນໍາໃຫ້ຄະນະພັກ, ຄະນະນໍາຂອງແຂວງ ຕະຫຼອດຮອດພະນັກງານທຸກພາກສ່ວນພາຍໃນແຂວງ ສືບຕໍ່ເອົາໃຈໃສ່ບາງດ້ານ ເພື່ອເປັນທິດທາງໃນການແກ້ໄຂບັນດາຂໍ້ຄົງຄ້າງ ແລະ ປັບປຸງວຽກງານໃນຕໍ່ໜ້າ.

ແຂວງຫຼວງນ້ຳທາ

ທ່ານນາຍົກລັດຖະມົນຕີ ໄດ້ກ່າວວ່າ: ເພື່ອເປັນທິດທາງໃນ ການແກ້ໄຂບັນດາຂໍໍ້ຄົງຄ້າງ ແລະ ປັບປຸງວຽກງານໃນຕໍ່ໜ້າ ໃຫ້ຄະນະພັກ, ຄະນະນໍາຂອງແຂວງ ຕະຫຼອດຮອດພະນັກງານທຸກພາກສ່ວນພາຍໃນແຂວງ ສືບຕໍ່ເອົາໃຈໃສ່ບາງດ້ານ ເປັນຕົ້ນ ເອົາໃຈໃສ່ນໍາພາ-ຊີ້ນຳຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ຢູ່ພາຍໃນແຂວງ ໃຫ້ສືບຕໍ່ມີຄວາມສະຫງົບປົກກະຕິ ແລະ ຕໍ່ເນື່ອງ, ເພີ່ມທະວີການແກ້ໄຂປາກົດການຫຍໍ້ທໍ້ຕ່າງໆ ໃນສັງຄົມໃຫ້ລົດໜ້ອຍຖອຍລົງເປັນກ້າວໆ ໂດຍສະເພາະການຄຸ້ມຄອງຄົນເຂົ້າ-ອອກຢູ່ດ່ານຊາຍແດນ, ການຄຸ້ມຄອງແຮງງານຕ່າງປະເທດ, ການສະກັດກັ້ນຕ້ານການຄ້າມະນຸດ, ການແກ້ໄຂບັນຫາຢາເສບຕິດ ແລະ ບັນຫາອື່ນໆ; ສຸມໃສ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ກໍຄື ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ພາຍຫຼັງທີ່ໄດ້ຜັນຂະຫຍາຍສ້າງເປັນແຜນການ ພ້ອມທັງກໍານົດໜ້າວຽກຈຸດສຸມລະອຽດ ຂອງແຂວງແລ້ວ, ສິ່ງສຳຄັນແມ່ນຕ້ອງໄດ້ຍົກສູງຄວາມເປັນເຈົ້າການໃນການນໍາພາ, ຊຸກຍູ້ ແລະ ຕິດຕາມກວດກາການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ໃຫ້ເຂົ້າສູ່ວຽກງານຕົວຈິງ, ມີຜົນສຳເລັດຕາມລະດັບຄາດໝາຍ ແລະ ເວລາທີ່ກຳນົດໄວ້ ໂດຍສະເພາະການປະຕິບັດດຳລັດວ່າດ້ວຍລົດລັດ, ການແກ້ໄຂບັນຫາລົດທີ່ນຳເຂົ້າບໍ່ຖືກຕ້ອງຕາມກົດໝາຍ; ສຸມໃສ່ການຈັດເກັບລາຍຮັບ ການນໍາເຂົ້າ ແລະ ສົ່ງອອກສິນຄ້າໃຫ້ຖືກຕ້ອງ ແລະ ຄົບຖ້ວນ, ແກ້ໄຂບັນຫາການຄ້າຂາຍເຖື່ອນ, ການແລກປ່ຽນເງິນຕາ ໂດຍສະເພາະຢູ່ດ່ານຊາຍແດນ ແລະ ຢູ່ພາຍໃນເຂດເສດຖະກິດພິເສດ, ການຄຸ້ມຄອງລາຍຈ່າຍງົບປະມານ, ຄຸ້ມຄອງລາຄາສິນຄ້າ, ຕິດຕາມກວດກາການຂຸດຄົ້ນ ແລະ ສົ່ງອອກແຮ່ທາດໃຫ້ຖືກຕ້ອງຕາມກົດໝາຍ ແລະ ລະບຽບການທີ່ກຳນົດໄວ້.

ແຂວງຫຼວງນ້ຳທາ

ພ້ອມນີ້, ໃຫ້ສືບຕໍ່ຕິດຕາມຊຸກຍູ້ ແລະ ສົ່ງເສີມການລົງທຶນພາຍໃນ ແລະ ຕ່າງປະເທດ ໃຫ້ມີຄວາມວ່ອງໄວ, ມີປະສິດທິຜົນສູງຂຶ້ນ ໂດຍສະເພາະການແກ້ໄຂ 6 ກຸ່ມບັນຫາໃຫຍ່ທີ່ຄົງຄ້າງ ໃນການພັດທະນາເຂດເສດຖະກິດພິເສດ ບໍ່ເຕັນແດນງາມ ໃຫ້ສຳເລັດໂດຍພື້ນຖານ ຕາມແຜນທີ່ຄະນະສະເພາະກິດກຳນົດໄວ້ ຄື: ການນໍາເຂົ້າທຶນ ແລະ ການນຳໃຊ້ເງິນຕາຕ່າງປະເທດ, ການເກັບພັນທະອາກອນ, ການນຳເຂົ້າ ແລະ ສົ່ງອອກ, ການສ້າງແຮງງານລາວ, ການຄຸ້ມຄອງແຮງງານຕ່າງປະເທດ, ການສ້າງ ແລະ ຈັດຕັ້ງປະຕິບັດໂຄງການທີ່ມີສ່ວນຮ່ວມກັບປະຊາຊົນ, ການອະນຸມັດ ການປຸກສ້າງຢູ່ພາຍໃນເຂດ, ການລຶບລ້າງປ້າຍໂຄສະນາ ແລະ ບັນຫາທີ່ດິນ ແລະ ສິ່ງແວດລ້ອມ; ໃຫ້ຄະນະພັກ, ຄະນະນໍາຂອງແຂວງ ສືບຕໍ່ຍົກສູງຄວາມຮັບຜິດຊອບ ໃນການນໍາພາ-ຊີ້ນໍາອຳນາດການປົກຄອງເມືອງ, ບ້ານ ແລະ ໜ່ວຍງານກ່ຽວຂ້ອງ ສືບຕໍ່ປະຕິບັດມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19. ພ້ອມກັນນັ້ນ, ກໍໃຫ້ເພີ່ມທະວີເອົາໃຈ ໃສ່ວຽກງານສຶກສາອົບຮົມການເມືອງແນວຄິດ, ພັດທະນາຊົນນະບົດຕາມ 4 ເນື້ອໃນ 4 ຄາດໝາຍ, ໃຫ້ທຸກຄົນເປັນເຈົ້າການຍົກສູງສະຕິລະວັງຕົວ, ຕ້ານປາກົດການທີ່ບໍ່ຖືກຕ້ອງ, ມີສະຕິຕໍ່ອິດທິພົນກຳລັງປໍລະປັກ ແລະ ກຸ່ມຄົນທີ່ບໍ່ຫວັງດີຕໍ່ພັກ-ລັດ, ກຳໄດ້ຫາງສຽງສັງຄົມ, ບໍລິໂພກຂໍ້ມູນຂ່າວສານຢ່າງມີສະຕິ ໂດຍສະເພາະຂໍ້ມູນຂ່າວສານຜ່ານສື່ອອນລາຍຕ່າງໆ.

ໃນໂອກາດເດີນທາງມາເຄື່ອນໄຫວຢ້ຽມຢາມແຂວງຫຼວງນໍ້າທາຄັ້ງນີ້, ທ່ານນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ຍັງໄດ້ໄປຢ້ຽມຢາມສະຖານີລົດໄຟນາເຕີຍ ຕື່ມອີກ.

ຂໍ້ມູນຈາກ: https://cutt.ly/jZXErCR

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ