ໃນຍຸກທີ່ໂລກມະນຸດເຮົາຈະເລີນຮຸ່ງເຮືອງທາງອຸດສາຫະກຳແບບນີ້ໄມໂຄຣພລາສຕິກ ຫຼື ພລາສຕິກຂະໜາດນ້ອຍກວ່າ 5 ມິນລີແມັດ ໄດ້ກາຍເປັນອີກບັນຫາໜຶ່ງທີ່ຍາກທີ່ຈະຈັດການ. ເນື່ອງຈາກວ່າປະເພດຂອງພລາສຕິກນີ້ບໍ່ພຽງແຕ່ຍາກທີ່ຈະເຫັນດ້ວຍຕາເປົ່າ ແຕ່ມັນຍັງສາມາດພົບເຫັນໄດ້ຢູ່ທຸກແຫ່ງທົ່ວໂລກ. ຫຼ້າສຸດ ນັກວິທະຍາສາດໄດ້ພົບພລາສຕິກຂະໜາດນ້ອຍປະເພດນີ້ໃນກະແສເລືອດຂອງມະນຸດເປັນຄັ້ງທໍາອິດ.
ການຄົ້ນພົບຄັ້ງນີ້ເກີດຂຶ້ນໃນການວິໄຈທີ່ໄດ້ຮັບການຕີພິມໃນວາລະສານ Environment International. ນັກວິທະຍາສາດຈາກມະຫາໄລ Vrije Universiteit Amsterdam ມີການພັດທະນາເຄື່ອງວັດແທກຄວາມເຂັ້ມຂຸ້ນຂອງໄມໂຄຣພລາສຕິກໃນເລືອດຂອງມະນຸດໄດ້ຢ່າງຖືກຕ້ອງ.

ໂດຍທີ່ເຂົາເຈົ້າໄດ້ນໍາເອົາລະບົບນີ້ ໄປກວດຫາພລາສຕິກທົ່ວໄປ 5 ຊະນິດໃນເລືອດຈາກອາສາສະໝັກ 22 ຄົນ ແລະ ພົບວ່າ 17 ຄົນ ຫຼື 77% ຕົວຢ່າງເລືອດແມ່ນມີການປົນເປື້ອນຈາກໄມໂຄຣພລາສຕິກ.

ດຣ. MH Lamoree ຜູ້ຊ່ຽວຊານດ້ານສານພິດຈາກມະຫາວິທະຍາໄລ Vrije Universiteit Amsterdam ກ່າວວ່າ: “ໃນປັດຈຸບັນພວກເຮົາພິສູດໄດ້ແລ້ວວ່າ ແມ່ນແຕ່ກະແສເລືອດຂອງພວກເຮົາ ສະຖານທີ່ທີ່ເຄີຍເປັນແມ່ນ້ໍາຂອງຊີວິດຍັງສາມາດມີພລາສຕິກບາງຊະນິດປົນເປື້ອນຢູ່ໃນນັ້ນ”.
ຖືວ່າຍັງໂຊກດີຢູ່ ທີ່ປະລິມານການປົນເປື້ອນຂອງໄມໂຄຣພລາສຕິກ ທີ່ນັກວິທະຍາສາດຄົ້ນພົບໃນທຸກມື້ນີ້ ຍັງບໍ່ສູງປານໃດ ທຽບເທົ່າກັບໜຶ່ງບ່ວງກາເຟຂອງໄມໂຄຣພລາສຕິກໃນເລືອດ 1,000 ລິດ.

ນອກຈາກໃນເລືອດແລ້ວ ໃນໄລຍະທີ່ຜ່ານມາ ນັກວິທະຍາສາດໄດ້ພົບເຫັນໄມໂຄຣພລາສຕິກ. ຢູ່ໃນອະໄວຍະວະພາຍໃນຕ່າງໆຂອງມະນຸດເຊັ່ນ: ພາກສ່ວນເນື້ອເຍື່ອ ແລະ ອາຈົມຂອງມະນຸດ. ເຮັດໃຫ້ຫຼາຍຝ່າຍເລີ່ມກັງວົນເຖິງຜົນກະທົບຂອງໄມໂຄຣພລາສຕິກຕໍ່ສຸຂະພາບຂອງເຮົາໃນອະນາຄົດ.

ເຖິງແມ່ນວ່າໃນປັດຈຸບັນນີ້ພວກເຮົາບໍ່ມີຫຼັກຖານທີ່ຊັດເຈນ ວ່າພລາສຕິກເຫຼົ່ານີ້ສາມາດສົ່ງຜົນກະທົບຕໍ່ສຸຂະພາບຂອງເຮົາໄດ້ໜ້ອຍຫຼາຍສໍ່າໃດ. ແຕ່ການທີ່ມີວັດຖຸຕ່າງໆທີ່ມັນບໍ່ແມ່ນອະໄວຍະວະຂອງເຮົາ ແຖມຍາກທີ່ຈະຍ່ອຍສະຫຼາຍແບບນີ້ຢູ່ໃນຮ່າງກາຍ ມັນບໍ່ແມ່ນສິ່ງທີ່ຫຼາຍຄົນຕ້ອງການຢ່າງແນ່ນອນ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/