ນັກວິທະຍາສາດຈາກສະຖາບັນ Center for Applied Genomics ຟິລາເດເຟຍ ສະຫະລັດອາເມຣິກາ ໄດ້ສຶກສາ ແລະ ພົບວ່າໃນຮ່າງກາຍຂອງມະນຸດບາງຄົນມີຍີນກາຍພັນທີ່ຕ່າງຈາກຄົນທົ່ວໄປ ພວກເຂົາເອີ້ນມັນວ່າ “Thatcher gene” ພົບໄດ້ພຽງແຕ່ປະມານ 1-3% ຂອງປະຊາກອນໂລກ. ຄົນເຫຼົ່ານີ້ສາມາດເຂົ້ານອນຫຼັງທ່ຽງຄືນ ແລະ ສາມາດພັກຜ່ອນໜ້ອຍແລ້ວລຸກຂຶ້ນມາເຮັດວຽກໄດ້ຕະຫຼອດເວລາ ໂດຍບໍ່ສະແດງອາການອິດເມື່ອຍໃດໆ, ບໍ່ຕ້ອງດື່ມກາເຟຊ່ວຍ ແລະ ບໍ່ຕ້ອງນອນໃນລະຫວ່າງມື້ເລີຍ.
ໝໍທີ່ວິໄຈເລື່ອງນີ້ບອກວ່າຄົນປະເພດນີ້ອາດຈະມີອາການທີ່ເອີ້ນວ່າ “Hypomania” ເຊິ່ງເປັນອາການແປກໃຫມ່ ຂອງຄົນທີ່ຄວາມຄິດຄວາມອ່ານຜ່ານເຂົ້າອອກຢ່າງວ່ອງໄວ ແລະ ບໍ່ຄ່ອຍຈະມີເລື່ອງຫຍັງທີ່ບໍ່ກ້າເຮັດ. ຄົນເຫຼົ່ານີ້ມີບຸກຄະລິກຄ້າຍກັນຢ່າງໜຶ່ງຄືຂ້ອນຂ້າງຈະ “Super Active” ແລະ ສະແດງອອກຢ່າງວ່ອງໄວ, ເວົ້າໄວ, ເວົ້າບໍ່ຢຸດ ແລະ ຈະເຮັດກິດຈະກຳປະຈຳວັນດ້ວຍຄວາມຟ້າວ ແລະ ກະຕືລືລົ້ນສະເໝີ.
Dave School ຜູ້ກໍ່ຕັ້ງເວັບໄຊ Entrepreneur’s Handbook ໄດ້ນຳຂໍ້ມູນການນອນຫຼັບຂອງນັກທຸລະກິດມາວິເຄາະ ແລະ ພົບພຶດຕິກຳການນອນແບ່ງອອກເປັນ 3 ປະເພດຄື:
- The Sleepless Elite
(ຄົນນອນໜ້ອຍຕາມທຳມະຊາດ) ເປັນຄຳເອີ້ນທີ່ມາຈາກ Wall Street Journal ເພື່ອເອີ້ນກຸ່ມນັກທຸລະກິດ ຫຼື ຜູ້ນຳທີ່ນອນໜ້ອຍເຮັດວຽກຫຼາຍຈົນປະສົບຜົນສຳເລັດຢ່າງສູງ ເພາະມີຊົ່ວໂມງເຮັດວຽກທີ່ຫຼາຍກວ່າຄົນທົ່ວໄປ (ສ່ວນຫຼາຍນອນພຽງ 4 ຊົ່ວໂມງ/ມື້) ແລະ ເຮັດວຽກດົນເຖິງ 15-20 ຊົ່ວໂມງ ແຕ່ລະບົບປະສາດ ແລະ ຮ່າງກາຍຍັງຢູ່ດີ, ບໍ່ເສື່ອມລົງຢ່າງໃດ ຕົວຢ່າງເຊັ່ນ: Donald Trump ເຖິງແມ່ນວ່າປັດຈຸບັນລາວອາຍຸ 74 ປີແລ້ວ ແຕ່ໃຊ້ເວລານອນພຽງ 4-5 ຊົ່ວໂມງ/ມື້ ເທົ່ານັ້ນ.

- The Driven Ascetics
ກຸ່ມຄົນທຳມະດາ ບໍ່ມີຍີນພິເສດ ແຕ່ພະຍາຍາມຈັດລະບຽບຊີວິດຢ່າງມີວິໄນ ໂດຍນອນບໍ່ເກີນ 6ຊົ່ວໂມງ/ມື້ ມີຄວາມຫຼົງໄຫຼໃນການເຮັດວຽກຈົນປະສົບຄວາມສຳເລັດ ນີ້ຄືຕົວຢ່າງທີ່ຫຼາຍຄົນຄວນນຳໄປປັບໃຊ້ ເຖິງຮ່າງກາຍຈະບໍ່ໄດ້ໃຫ້ຫຍັງພິເສດກັບເຮົາມາ ແຕ່ເຮົາກໍສາມາດສ້າງໃຫ້ມັນເປັນໄປໄດ້ໂດຍມີວິໄນການໃຊ້ຊີວິດ ຕົວຢ່າງເຊັ່ນ: The Rock ຫຼື Dwayne Johnson ນອນມື້ລະ 6 ຊົ່ວໂມງ/ມື້ ຕື່ນ 4ໂມງເຊົ້າ ມາອອກກຳລັງກາຍ (ຄາດິໂອ) ຕອນເຊົ້າ ແລະ ຕອນບ່າຍຈະເປັນການອອກກຳລັງກາຍ (ເວດເທຣນນິ່ງ) ສະເລ່ຍ The Rock ມີຫນັງເຂົ້າສາຍປີລະ 4 ເລື່ອງ.

- The Successful Sleepers
ຄົນທຳມະດາມີເວລາໃນແຕ່ລະວັນຄືກັບຄົນທົ່ວໄປ ທີ່ບໍ່ໄດ້ມີຫຍັງພິເສທັງຍີນ ຫຼື ວິໄນການຄວບຄຸມການນອນຫຼັບ ພວກເຂົານອນຫຼັບ 7-9 ຊົ່ວໂມງຕາມທີ່ແພດແນະນຳ ແຕ່ກໍສາມາດສ້າງຄວາມສຳເລັດໄດ້ຢ່າງສູງ ຕົວຢ່າງເຊັ່ນ: Mark Zuckerberg ບອກວ່າຕົນເອງມີຄວາມສຸກເມື່ອຕື່ນ 8 ໂມງເຊົ້າທຸກມື້ ໂດຍບໍ່ຕ້ອງກັງວົນວ່າໄດ້ນອນໄປ ແລ້ວເທົ່າໃດຊົ່ວໂມງ ແລະ ຫາກມື້ໃດເຮັດວຽກຮອດເດິກກໍຈະເລື່ອນເວລາຕື່ນໄປອີກ.

ທີ່ມາ: https://www.facebook.com/221757371312307/posts/1995580137263346/?d=n
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/