ນະຄອນຫຼວງວຽງຈັນ ທີ່ເປັນສູນກາງຂອງທຸກໆຢ່າງບໍ່ວ່າຈະເປັນສູນກາງທາງເສດຖະກິດ, ການສຶກສາ, ການຄ້າ, ການລົງທຶນຕ່າງໆ ເຊິ່ງປີໜ້າແມ່ນຈະໄດ້ເປັນເຈົ້າພາບກອງປະຊຸມອາຊຽນ, ເພື່ອຕ້ອນຮັບວັນສຳຄັນດັ່ງກ່າວ ການນຳນະຄອນຫຼວງວຽງຈັນແມ່ນມີແຜນຈະປັບປຸງຄືນບາງເສັ້ນທາງທີ່ມີການເປ່ເພ, ປະດັບປະດາເພີ່ມຕື່ມບາງຈຸດ ສຳຄັນໄປກວ່ານັ້ນແມ່ນຈະໄດ້ເຂັ້ມງວດຫຼາຍຂຶ້ນຕໍ່ບັນຫາການຖົມດິນ ແລະການປູກສ້າງຕ່າງໆ.
ຕາມຂ່າວລາຍງານວ່າ: ນະຄອນຫຼວງວຽງຈັນ (ນວ) ໄດ້ຂຶ້ນແຜນເພື່ອສ້ອມແປງ ແລະ ປະດັບປະດາເສັ້ນທາງເພື່ອຮັບໃຊ້ກອງປະຊຸມອາຊຽນທີ່ ສປປ ລາວ ຈະໄດ້ຮັບກຽດເປັນເຈົ້າພາບໃນປີ 2024, ໃນຂະນະດຽວກັນໃນປີ 2023 ນະຄອນຫຼວງວຽງຈັນ ໄດ້ສືບຕໍ່ຕິດຕາມການຂຶ້ນແຜນ ເພື່ອສ້ອມແປງ ແລະ ປະດັບປະດາເສັ້ນທາງດັ່ງກ່າວໃຫ້ໄດ້ຮັບການຈັດຕັ້ງປະຕິບັດ.

ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ກ່າວລາຍຕໍ່ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງ ສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ II ກ່ຽວກັບສະພາບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປີ 2022 ແລະ ທິດທາງແຜນການ ປີ 2023 ຜ່ານມາໃຫ້ຮູ້ວ່າ: ປີ 2023 ນະຄອນຫຼວງວຽງຈັນ ຈະສຸມໃສ່ປັບປຸງສ້ອມແປງເສັ້ນທາງທີ່ເປ່ເພ, ຮັກສາອະນາໄມ, ປະດັບປະດາຕົວເມືອງ, ປັບປຸງສ້ອມແປງ ແລະ ຕິດຕັ້ງໃໝ່ລະບົບໄຟເຍືອງທາງ, ໄຟອໍານາດ, ເພື່ອກະກຽມຕ້ອນຮັບວັນສໍາຄັນຕ່າງໆຂອງພັກ-ຂອງຊາດ, ສືບຕໍ່ຄຸ້ມຄອງອໍານວຍຄວາມສະດວກ ແລະ ເຂັ້ມງວດກວດກາການອອກອະນຸຍາດປຸກສ້າງ-ຖົມດິນ ແລະ ວາງແຜນຜັງເມືອງ ຕາມການມອບໝາຍຂອງຂັ້ນເທິງ ແລະ ຄົ້ນຄວ້າປັບປຸງນິຕິກໍາທີ່ກ່ຽວຂ້ອງໃຫ້ສາມາດບັງຄັບໃຊ້ ໄດ້ຢ່າງມີປະສິດທິຜົນສູງສຸດ.

ເຈົ້າຄອງນະຄອນຫຼວງວຽງຈັນກ່າວອີກວ່າ: ນະຄອນຫຼວງວຽງຈັນ ຈະສຸມໃສ່ຮັກສາຄວາມສະອາດຕາມເສັ້ນທາງຫຼັກໃນຕົວເມືອງ ເພື່ອຮັບຕ້ອນວັນສໍາຄັນຂອງພັກ ແລະ ຂອງຊາດ ປີ 2023, ສຸມໃສ່ວຽກງານຄຸ້ມຄອງ ແລະ ປົກປັກຮັກສາສວນສາທາລະນະ ແລະ ຕົ້ນໄມ້ແຄມທາງສາຍຫຼັກ, ປັບປຸງຕົບແຕ່ງໃຫ້ມີ ຄວາມສວຍງາມ, ພັດທະນາສວນສາທາລະນະ ເຂດເປົ່າວ່າງ ແລະ ເຂດຂຽວ, ປັບປຸງສວນທີ່ມີແລ້ວ ໃຫ້ມີຄວາມສວຍງາມ.
ພ້ອມນີ້ຈະສືບຕໍ່ຄົ້ນຄວ້າປັບປຸງແບບກໍ່ສ້າງສວນປະຕູໄຊພາກຂະຫຍາຍ ຢູ່ພື້ນທີ່ 3 ກະຊວງ, ສຸມໃສ່ອະນາໄມລວງຮ່ອງລະບາຍນໍ້າສາຍຫຼັກ, ສາຍສໍາຮອງ ແລະ ຮ່ອງແຄມທາງ, ຕິດຕາມເຝົ້າລະວັງ ແລະ ແກ້ໄຂບັນຫານໍ້າອັ່ງຂັງໃນຕົວເມືອງ ກຽມຄວາມພ້ອມຈັດຕັ້ງກໍາລັງຕະລຸມບອນ ເພື່ອແກ້ໄຂເວລາສຸກເສີນເກີດພາຍຸ ເຮັດໃຫ້ຕົ້ນໄມ້ຫັກລົ້ມທັບທາງ, ແກ້ໄຂນໍ້າອັ່ງຂັງໃນຕົວເມືອງ ແລະ ອື່ນໆ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/