ປົກເວັບ 2026 09 24T104441 066

ທະນາຄານໂລກ ຊີ້ 3 ບຸລິມະສິດ ຍູ້ຜະລິດຕະພາບອາຊຽນ ມຸ່ງສູ່ເສດຖະກິດມູນຄ່າສູງ

ທະນາຄານໂລກ ແນະອາຊຽນເລັ່ງປັບປ່ຽນຮູບແບບເສດຖະກິດ ໂດຍຫັນມານຳໃຊ້ເຕັກໂນໂລຊີ, ຍົກລະດັບຜະລິດຕະພາບ ແລະ ເຊື່ອມໂຍງພາກພື້ນຢ່າງເລິກເຊິ່ງ ເພື່ອກ້າວຂ້າມກັບດັກລາຍໄດ້ປານກາງ ສູ່ການສ້າງມູນຄ່າເພີ່ມສູງ ແລະ ຮອງຮັບຕະຫຼາດຂະໜາດ 700 ລ້ານຄົນ ຢ່າງຍືນຍົງ.

ຕາມການລາຍງານຂອງ ຂອງ The Nation Thailand, ທ່ານ ສະຕີເຟນ ເອນ. ເອນເດກວາ (Stephen N. Ndegwa), ຜູ້ອຳນວຍການກຸ່ມທະນາຄານໂລກ ປະຈຳໄທ ແລະ ມຽນມາ ໄດ້ກ່າວໃນກອງປະຊຸມເວທີປາໄສການຄ້າ ແລະ ການພັດທະນາອາຊີຕາເວັນອອກສ່ຽງໃຕ້ 2026 ວ່າ ເສັ້ນທາງການເຕີບໂຕແບບດັ້ງເດີມຂອງອາຊຽນ ທີ່ອາໄສການດຶງດູດການລົງທຶນ, ການຜະລິດຂັ້ນພື້ນຖານ ແລະ ການສົ່ງອອກ ກຳລັງເລີ່ມໝົດແຮງສົ່ງ ຍ້ອນການເຕີບໂຕຂອງຜະລິດພາບຫຼຸດລົງ ບວກກັບຄວາມກົດດັນທາງໂຄງສ້າງປະຊາກອນ ແລະ ການປ່ຽນແປງຢ່າງວ່ອງໄວຂອງເຕັກໂນໂລຊີ.

ເພື່ອຮັບປະກັນການພັດທະນາໃນໄລຍະຕໍ່ໄປ, ອາຊຽນຈຳເປັນຕ້ອງຂັບເຄື່ອນ 3 ທິດທາງບຸລິມະສິດ ຄື: ການຍົກລະດັບມູນຄ່າເພີ່ມພາຍໃນ, ການສ້າງພະລັງຂັບເຄື່ອນໃຫ້ພາກທຸລະກິດ ແລະ ການເຊື່ອມໂຍງພາກພື້ນຢ່າງແໜ້ນແຟ້ນ.

ໃນໄລຍະຂ້າມຜ່ານນີ້ ປະເທດໄທຖືເປັນກໍລະນີສຶກສາທີ່ຊັດເຈນ ເນື່ອງຈາກຕິດຢູ່ໃນກຸ່ມປະເທດລາຍໄດ້ປານກາງລະດັບສູງມາດົນກວ່າ 15 ປີ ແລະ ມີລະດັບລາຍໄດ້ພຽງ 54% ຂອງເກນລາຍໄດ້ສູງ. 

ການຈະຍົກລະດັບເສດຖະກິດໄດ້ ຮຽກຮ້ອງໃຫ້ມີການນຳໃຊ້ນະວັດຕະກຳ ແລະ ປັນຍາປະດິດ (AI) ຢ່າງກວ້າງຂວາງ ເຊິ່ງປັດຈຸບັນບໍລິສັດໃນໄທມີການນຳໃຊ້ AI ພຽງແຕ່ 12% ທຽບກັບສະຫະລັດອາເມລິກາທີ່ມີເຖິງ 43%, ໂດຍສະເພາະທຸລະກິດຂະໜາດນ້ອຍມີພຽງ 7% ເທົ່ານັ້ນ. ທະນາຄານໂລກປະເມີນວ່າ ຖ້າຫາກເລັ່ງການນຳໃຊ້ AI ເຂົ້າໃນໂຮງງານ, ກະສິກຳ, ສາທາລະນະສຸກ ແລະ ວຽກງານບໍລິການຕ່າງໆ ຈະຊ່ວຍເພີ່ມອັດຕາການເຕີບໂຕຂອງຜະລິດພາບໃນໄທໄດ້ຢ່າງໜ້ອຍ 0.3% ຕໍ່ປີ.

ພ້ອມດຽວກັນນັ້ນ, ການຍົກລະດັບຍັງກວມລວມເຖິງການເປີດກວ້າງຂະແໜງບໍລິການທີ່ທັນສະໄໝ ເຊັ່ນ: ໂລຈິສຕິກ, ການເງິນ, ວິສະວະກຳ ແລະ ຊອບແວ ເພື່ອສ້າງມູນຄ່າເພີ່ມພາຍໃນປະເທດໃຫ້ສູງຂຶ້ນ ເນື່ອງຈາກມູນຄ່າພາກບໍລິການໃນສິນຄ້າສົ່ງອອກຂອງໄທຍັງກວມເອົາພຽງ 27% ເຊິ່ງຕໍ່າກວ່າກຸ່ມປະເທດ OECD ທີ່ມີເຖິງ 54%. 

ນອກຈາກນີ້, ຕ້ອງສ້າງສະພາບແວດລ້ອມທີ່ເປີດໂອກາດໃຫ້ທຸລະກິດທົ່ວໄປສາມາດແຂ່ງຂັນ, ເຂົ້າເຖິງແຫຼ່ງທຶນ ແລະ ສ້າງນະວັດຕະກຳໄດ້ເທົ່າທຽມກັບກຸ່ມບໍລິສັດຊັ້ນນຳ, ຄວບຄູ່ໄປກັບການຮັດແໜ້ນມາດຕະຖານການຄ້າດີຈິຕອນ ແລະ ພະລັງງານ ເພື່ອຊຸກຍູ້ການຄ້າພາຍໃນອາຊຽນ ເຊິ່ງປັດຈຸບັນກວມເອົາພຽງປະມານ 1 ໃນ 5 ຂອງມູນຄ່າການຄ້າທັງໝົດເທົ່ານັ້ນ. ການຫຼຸດຜ່ອນຕົ້ນທຶນການຄ້າພາຍໃນພາກພື້ນລົງ 15% ຈະຊ່ວຍເພີ່ມສະຫວັດດີການເສດຖະກິດຂອງໄທ ແລະ ຫວຽດນາມ ໄດ້ 2% ແລະ ມາເລເຊຍ ເຖິງ 3%.

ກ້າວກະໂດດໃໝ່ຂອງອາຊຽນຕໍ່ຈາກນີ້ ຈຶ່ງບໍ່ແມ່ນພຽງແຕ່ການແຂ່ງຂັນຜະລິດ ຫຼື ສົ່ງອອກໃຫ້ໄດ້ປະລິມານຫຼາຍຂຶ້ນເທົ່ານັ້ນ, ແຕ່ຂຶ້ນກັບຄວາມສາມາດໃນການປ່ຽນການລົງທຶນໃຫ້ກາຍເປັນເຕັກໂນໂລຊີ, ປ່ຽນເຕັກໂນໂລຊີໃຫ້ກາຍເປັນຜະລິດພາບ ແລະ ຫັນເອົາຕະຫຼາດລວມ 700 ລ້ານຄົນ ໃຫ້ກາຍເປັນຖານພະລັງຂັບເຄື່ອນການເຕີບໂຕທີ່ມີມູນຄ່າສູງຢ່າງແທ້ຈິງ.

#LaoXperts #ເສດຖະກິດອາຊຽນ #ທະນາຄານໂລກ #ຜະລິດພາບ #ເຕັກໂນໂລຊີAI #ການຄ້າອາຊຽນ #WorldBank #ASEAN2026

Comments are disabled