ປົກເວັບ 2026 08 04T215514 350

ທະນາຄານແຫ່ງ ສປປ ລາວ ປະກາດໂຈະຮັບຄຳຮ້ອງຂໍສ້າງຕັ້ງສະຖາບັນການເງິນທີ່ບໍ່ແມ່ນທະນາຄານໃນນະຄອນຫຼວງວຽງຈັນຊົ່ວຄາວ ເລີ່ມແຕ່ວັນທີ 31 ກໍລະກົດ 2026 ເປັນຕົ້ນໄປ. ມາດຕະການນີ້ແນໃສ່ນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ ເພື່ອຢຸດພັກຈັດລະບຽບ ແລະ ປັບປຸງເງື່ອນໄຂການອະນຸຍາດໃໝ່ໃຫ້ມີຄວາມຮັດກຸມ ແລະ ມີປະສິດທິພາບຫຼາຍຂຶ້ນກວ່າເກົ່າ.

ອີງຕາມແຈ້ງການສະບັບເລກທີ 204/ຫກ ຂອງທະນາຄານແຫ່ງ ສປປ ລາວ, , ການຕັດສິນໃຈໂຈະຊົ່ວຄາວໃນຄັ້ງນີ້ ແມ່ນບາດກ້າວສຳຄັນຂອງພາກລັດໃນການກະກຽມ ແລະ ຄົ້ນຄວ້າເງື່ອນໄຂເພີ່ມເຕີມ ເພື່ອພິຈາລະນາອະນຸຍາດດຳເນີນທຸລະກິດຢ່າງຖີ່ຖ້ວນ. ສາເຫດຫຼັກແມ່ນເພື່ອໃຫ້ເວລາໜ່ວຍງານທີ່ກ່ຽວຂ້ອງໄດ້ທົບທວນຄືນສະພາບການເຄື່ອນໄຫວຂອງສະຖາບັນການເງິນຈຸລະພາກທັງແບບຮັບຝາກເງິນ, ບໍ່ຮັບຝາກເງິນ ແລະ ໂຮງຊວດຈຳ ໃນປັດຈຸບັນ. 

ພ້ອມດຽວກັນນັ້ນ, ກໍເພື່ອເປັນການກຳນົດເງື່ອນໄຂໃໝ່ທີ່ເປັນມາດຕະຖານສູງຂຶ້ນ ສຳລັບໃຊ້ເປັນບ່ອນອີງໃນການພິຈາລະນາອະນຸຍາດສ້າງຕັ້ງທຸລະກິດດັ່ງກ່າວໃນອະນາຄົດ ເພື່ອຮັບປະກັນບໍ່ໃຫ້ເກີດຊ່ອງໂຫວ່ທີ່ອາດສົ່ງຜົນກະທົບຕໍ່ລະບົບເສດຖະກິດ ແລະ ການເງິນຂອງປະເທດ.

ການປັບປຸງເງື່ອນໄຂໃໝ່ໃນຄັ້ງນີ້ ບໍ່ແມ່ນການປິດປະຕູ ຫຼື ກີດກັນການລົງທຶນພາຍໃນ ແລະ ຕ່າງປະເທດ, ແຕ່ເປັນການຍົກລະດັບລະບົບນິເວດທາງການເງິນນອກທະນາຄານໃຫ້ມີຄວາມປອດໄພສູງສຸດ. ເປົ້າໝາຍສຳຄັນແມ່ນການສ້າງກົນໄກການຄຸ້ມຄອງທີ່ເຂັ້ມງວດກວ່າເກົ່າ ເຊິ່ງຈະຊ່ວຍຫຼຸດຜ່ອນຄວາມສ່ຽງໃນລະບົບການເງິນ ແລະ ປົກປ້ອງຜົນປະໂຫຍດຂອງປະຊາຊົນ. 

ໃນຂະນະດຽວກັນ, ການປັບປຸງນີ້ຍັງຄາດວ່າຈະສົ່ງເສີມໃຫ້ສະຖາບັນການເງິນເຫຼົ່ານີ້ ກາຍເປັນກົນໄກສຳຄັນທີ່ສາມາດສະໜັບສະໜູນການເຂົ້າເຖິງແຫຼ່ງທຶນຂອງສັງຄົມໄດ້ຢ່າງກວ້າງຂວາງ ແລະ ມີປະສິດທິພາບກວ່າເດີມ. ທາງການຄາດຄະເນວ່າຈະສາມາດກັບມາເປີດຮັບເອກະສານພາຍໃຕ້ເງື່ອນໄຂໃໝ່ໄດ້ໃນເດືອນພະຈິກ 2026 ເຊິ່ງລາຍລະອຽດເພີ່ມເຕີມຈະມີການແຈ້ງໃຫ້ຊາບໃນພາຍຫຼັງ. 

ແນວໃດກໍຕາມ, ສຳລັບນັກລົງທຶນທີ່ມີຈຸດປະສົງຢາກເປີດກິດຈະການຢູ່ຕ່າງແຂວງ ແມ່ນຍັງສາມາດພົວພັນຍື່ນເອກະສານນຳສາຂາທະນາຄານແຫ່ງ ສປປ ລາວ ປະຈຳພາກໄດ້ຕາມເງື່ອນໄຂປັດຈຸບັນຢ່າງເປັນປົກກະຕິ.

#LaoXperts #ທະນາຄານແຫ່ງສປປລາວ #BOL #ຂ່າວເສດຖະກິດລາວ #ສະຖາບັນການເງິນຈຸລະພາກ #ໂຮງຊວດຈຳ #ທຸລະກິດລາວ #ການລົງທຶນໃນລາວ

Comments are disabled