ຕົວແທນຊາວໜຸ່ມລາວເຂົ້າຮ່ວມໂຄງການອາຊຽນ (ASEAN Youth Fellows – AYF)


ຄະນະຊາວໜຸ່ມອາຊຽນຄົ້ນຫາໂອກາດໃນການຂັບເຄື່ອນການເຕີບໃຫຍ່ຂອງພາກພື້ນ ໃນໄລຍະທີ່ທົ່ວໂລກພັດທະນາຢ່າງໄວວາ
ຜູ້ເຂົ້າຮ່ວມໄດ້ປະກອບສ່ວນກັບຜູ້ສ້າງນະໂຍບາຍ ແລະ ຜູ້ນຳດ້ານແນວຄິດຈາກສິງກະໂປ ແລະ ຫວຽດນາມຕໍ່ຫົວຂໍ້ທາງສັງຄົມ, ເສດຖະກິດ ແລະ ສິ່ງແວດລ້ອມ, ແລະ ມີການລະດົມສະໝອງໃນການແກ້ໄຂບັນຫາຮ່ວມກັນ.
ວັນທີ 6 ພະຈິກ 2023, ທີ່ ສິງກະໂປ – ຊາວໜຸ່ມຈຳນວນ 40 ຄົນ ຈາກ 10 ປະເທດອາຊຽນ ໄດ້ເຂົ້າຮ່ວມໃນໂຄງການຄະນະຊາວໜຸ່ມອາຊຽນ (ASEAN Youth Fellows – AYF) ຕັ້ງແຕ່ ວັນທີ 28 ຕຸລາ ເຖິງ 4 ພະຈິກ 2023. ໂຄງການດັ່ງກ່າວໄດ້ມີການສ້າງຄວາມເຕີບໃຫຍ່ ແລະ ເຊື່ອມຕໍ່ຜູ້ນຳໄວໜຸ່ມຈາກຫຼາຍຂົງເຂດຂອງ ລັດ, ເອກະຊົນ, ແລະ ບຸກຄົນຈາກພາກສ່ວນການຮ່ວມມືຕ່າງໆ
ງານດັ່ງກ່າວໄດ້ມີການຮ່ວມມືໂດຍ ມູນນິທິສາກົນສິງກະໂປ (SIF) ແລະ ສະພາຊາວໜຸ່ມແຫ່ງຊາດສິງກະໂປ (NYC) ໃນແຕ່ລະປີ. ຮູບແບບຂອງປີນີ້ແມ່ນສອດຄ່ອງກັບຫົວຂໍ້ການເປັນປະທານອາຊຽນ ປີ 2023 ຂອງປະເທດອິນໂດເນເຊຍ, ອາຊຽນສຳຄັນ: ສູນກາງຂອງການເຕີບໃຫຍ່ (“ASEAN Matters: Epicentrum of Growth”.)

ໂຄງການດັ່ງກ່າວໄດ້ນຳພາຜູ້ເຂົ້າຮ່ວມໄປສິງກະໂປ ແລະ ຮາໂນ້ຍ, ປະເທດຫວຽດນາມ, ເຊິ່ງພວກເຂົາໄດ້ເຂົ້າຮ່ວມການສົນທະນາ ແລະ ຮັບຟັງ ການໂອ້ລົມແລກປ່ຽນໃນຫົວຂໍ້ຕ່າງໆ. ພວກເຂົາຍັງໄດ້ເຂົ້າຮ່ວມ ການສົນທະນາຂອງລັດຖະມົນຕີ ພະນະທ່ານ ລໍແຣນ ຫວົງກັບ, ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການເງິນ ປະເທດສິງກະໂປ.

ຜູ້ຂົ້າຮ່ວມໄດ້ຮັບໂອກາດໃນການມີສ່ວນຮ່ວມກັບ ຜູ້ນຳທາງຄວາມຄິດທີ່ໂດດເດັ່ນ ໃນຫົວຂໍ້ຕ່າງໆເຊັ່ນ ໂອກາດ ແລະ ສິ່ງທ້າທາຍໃນສະມາຄົມອາຊຽນ, ການສ້າງຊາວໜຸ່ມທີ່ມີການປັບຕົວໃນການເປັນຜູ້ນຳໃນອະນາຄົດ ແລະ ການຮ່ວມມືພາກພື້ນໃນການຂັບເຄື່ອນການເຕີບໃຫຍ່ຂອງພາກພື້ນ. ເຊິ່ງລວມມີ:

  • ພະນະທ່ານ ລາຈາ ຣັດນາມ – Mr Jaya Ratnam, ເອກອັກຄະລັດຖະທູດສິງກະໂປ ປະຈໍາ ສ. ຫວຽດນາມ.
  • ພະນະທ່ານ ຫງຽນ ເຕືອງ ລາມ – Mr Nguyen Tuong Lam, ຮອງປະທານຖາວອນ ປະຈໍາ ຄະນະຊາວໜຸ່ມແຫ່ງຊາດ ຫວຽດນາມ
    ການໂອ້ລົມກັບຜູ້ເຂົ້າຮ່ວມໃນງານປິດພິທີ, ທ່ານເອກອັກຄະລັດຖະທູດ ຣັດນາມ ກ່າວວ່າ: “ປະຊາຄົມອາຊຽນບໍ່ແມ່ນບັນດາການນໍາ, ລັດຖະມົນຕີ, ຫຼື ຫົວໜ້າອາວຸໂສໃດໆ. ອາຊຽນແມ່ນ ທຸກຄົນທີ່ຢູ່ໃນທີ່ນີ້ ມື້ນີ້. ພວກເຈົ້າມີພາສາໃນການໂອ້ລົມເພື່ອສ້າງສາຍສຳພັນ, ຮ່ວມມື ແລະ ການເຮັດວຽກຮ່ວມກັນ. ນັ້ນແມ່ນສິ່ງສຳຄັນສຳລັບພວກເຮົາ ຂອງປະຊາຄົມອາຊຽນ ທີ່ຈະມີຄວາມເຂັ້ມແຂງຂຶ້ນ ແລະ ດີຂຶ້ນນໍາກັນ. ຂໍໃຫ້ຮັກສາຄວາມກ້າຫານ ແລະ ຄວາມກະຕືລືລົ້ນຂອງພວກເຈົ້າໄວ້ ເພື່ອເດີນໜ້າ, ສ້າງພື້ນທີ່ໃໝ່, ທ້າທາຍຕໍ່ໂອກາດ ແລະ ເປີດສິ່ງໃໝ່ໆແກ່ເຮົາທຸກຄົນ”
    ຜ່ານໂຄງການ 8 ວັນ, ຜູ້ເຂົ້າຮ່ວມໂຄງການທຸກຄົນໄດ້ຮັບແນວຄວາມຄິດໃໝ່ໆຈາກການຢ້ຽມຢາມອົງການ ແລະ ໜ່ວຍງານຕ່າງໆ ທີ່ມີນະວັດຕະກຳແຖວໜ້າ ດ້ານການເບິ່ງແຍງສຸຂະພາບ, ຄວາມໝັ້ນຄົງດ້ານອາຫານ, ຄວາມຍືນຍົງ ແລະ ການຫັນປ່ຽນເປັນດີຈິຕອນ. ຢູ່ສິງກະໂປ, ໄດ້ມີການຢ້ຽມຢາມ:
  • ສູນນະວັດຕະກໍາເບິ່ງແຍງສຸຂະພາບ, ທີ່ຊອກຫາການຂັບເຄື່ອນການປັບປ່ຽນການເບິ່ງແຍງສຸຂະພາບ ຜ່ານການຮ່ວມມືປະດິດສ້າງ ແລະ ການເປັນຜູ້ນໍາດ້ານຄວາມຄິດ;
  • Comcrop, ບໍລິສັດ ຜະລິດ ກະສິກຳ ເທິງດາດຟ້າແຫ່ງທຳອິດຂອງສິງກະໂປ.
  • ຫ້ອງທົດລອງການມີຊີວິດແບບຍືນຍົງ (SL2), ທີ່ໃຫ້ຄຳປຶກສາດ້ານຄວາມຍືນຍົງ ແລະ ຫ້ອງທົດລອງນະວັດຕະກໍາທີ່ນໍາໃຊ້ເຕັກໂນໂລຊີເປັນເຄື່ອງມືເພື່ອຄວາມຍືນຍົງ.
  • ຫ້ອງສ້ອມແປງໂກປິຕຽມ – Repair Kopitiam, ການລິເລີ່ມຊຸມຊົນໂດຍ SL2 ທີ່ສອນເຕັກນິກງ່າຍໆໃນການແກ້ໄຂເຄື່ອງໃຊ້ໃນຄົວເຮືອນທີ່ແຕກຫັກ ແລະ ເພື່ອຫຼຸດຜ່ອນສິ່ງເສດເຫຼືອ.
  • ກຸ່ມສະໜາມບິນຊາງງີ, ເປັນຜູ້ບໍລິຫານ ສະໜາມ ບິນ ຊາງງີ ສິງກະ ໂປ Changi Airport ເຊິ່ງເປັນໜຶ່ງໃນສູນລວມສາຍການບິນສາກົນ ທີ່ເຊື່ອມຕໍ່ກັບປະເທດຕ່າງໆຫຼາຍທີ່ສຸດໃນອາຊີ.

ທ່ານ ນາງ ເພນລີກ ຈັນ (Penhleak Chan), ຜູ້ເຂົ້າຮ່ວມຈາກກຳປູເຈຍ ເວົ້າວ່າ: “ຜ່ານການຢ້ຽມຢາມສິງກະ ໂປ, ຂ້າພະເຈົ້າໄດ້ເຫັນປະເທດນີ້ເປັນສູນກາງນະວັດຕະກຳຂອງອາຊຽນ. ນອກຈາກການຈຳລອງກໍລະນີສຶກສາ ທີ່ປະສົບຜົນສໍາເລັດ, ພວກເຮົາໄດ້ຖືກຖາມ ກໍລະນີສົມມຸດ ແລະ ສຸມໃສ່ຂະບວນການແກ້ບັນຫາ. ໃນຕອນນັ້ນ, ພວກ ເຮົາຈຶ່ງຈະສາມາດ ຂັບເຄື່ອນການແກ້ໄຂບັນຫາທີ່ເໝາະສົມກັບແຕ່ລະຊຸມຊົນຂອງພວກເຮົາໄດ້”
ທ່ານ ໂອພາກອນ ກຸໂພຄຳ, ຜູ້ເຂົ້າຮ່ວມຈາກ ສປປ ລາວ ເວົ້າວ່າ: “ການຢ້ຽມຢາມໄດ້ສະແດງໃຫ້ເຫັນຄວາມສຳຄັນ ໃນການຮັບປະກັນໃຫ້ທຸກຄົນຢູ່ນຳກັນ ແລະ ມີເປົ້າໝາຍຮ່ວມກັນ. ສິ່ງນີ້ຈະຊ່ວຍໃຫ້ຫຼາຍພາກສ່ວນໃນຂະແໜງການຕ່າງໆ ຮ່ວມມືກັນເພື່ອແກ້ໄຂບັນຫາສັງຄົມ. ສິງກະໂປໄດ້ສະແດງໃຫ້ເຫັນຄວາມກະຕືລືລົ້ນ ທີ່ສາມາດເຮັດແນວນັ້ນໄດ້, ໃນຂະນະທີ່ການເຊື່ອມຕໍ່ຄວາມຍືນຍົງເຂົ້າໃນການແກ້ໄຂບັນຫາ ຢ່າງມີຫົວຄິດປະດິດສ້າງ”
ໃນວັນ ທີ 1–4 ພະຈິກ 2023, ຢູ່ ຮ່າ ໂນ້ຍ, ຜູ້ເຂົ້າຮ່ວມໄດ້ໄປຢ້ຽມຢາມ ສູນປະດິດສ້າງແຫ່ງຊາດ ຮ່າໂນ້ຍ (NIC) ໃນການຮຽນຮູ້ວິທີຊ່ວຍເຫຼືອ ແລະ ພັດທະນາລະບົບນິເວດການເລີ່ມຕົ້ນທຸລະກິດໃນຫວຽດນາມ, ນະວັດຕະກໍາຂອງຫວຽດນາມ ແລະ ລະບົບນິເວດຂອງການປະດິດສ້າງ; ແລະ ບໍລິສັດ ໂກໂຕ – KOTO ແມ່ນ ວິສາຫະກິດຂອງສັງຄົມ ທີ່ຊ່ວຍຊາວໜຸ່ມຜູ້ທີ່ມີຄວາມສ່ຽງ ແລະ ດ້ອຍໂອກາດ ຢູ່ຫວຽດນາມ ຜ່ານບັນດາໂຄງການເຝິກອົບຮົບ ດ້ານການບໍລິການ.
ທ່ານ ແອນໂທນີ້ ໄຊມອນ (Antony Simon), ຜູ້ເຂົ້າຮ່ວມຈາກອິນໂດເນເຊຍ ເວົ້າວ່າ: “ເມື່ອມາຢ້ຽມຢາມ ສູນປະດິດສ້າງແຫ່ງຊາດ ຮ່າໂນ້ຍ, ພວກເຮົາໄດ້ ຮຽນຮູ້ກ່ຽວກັບການປະຕິບັດ ແລະ ຂໍ້ລິເລີ່ມເພື່ອ ສະໜັບສະໜູນນະວັດຕະກຳ ຢູ່ຫວຽດນາມ. ຂ້າພະເຈົ້າຮູ້ສຶກແປກໃຈທີ່ເຫັນວ່າມັນມີຄວາມຄ້າຍຄືກັນ ກັບສິ່ງທີ່ພວກເຮົາກຳລັງເຮັດຢູ່ໃນອິນໂດເນເຊຍ, ເຊິ່ງເຮັດໃຫ້ຂ້ອຍຄິດວ່າ ມີໂອກາດຫຼາຍສໍາລັບການຮ່ວມມືກັນ, ຫຼາຍກວ່າຈະເປັນການແຂ່ງຂັນກັນ”
ທ່ານ ດາແຣນ ໄລ ໃຈ ເອນ (Darren Lai Chai En), ຜູ້ເຂົ້າຮ່ວມຈາກມາເລເຊຍ ເວົ້າວ່າ: “ການໄດ້ເຫັນຄວາມມຸ່ງໝັ້ນຂອງທ່ານ ຈິ່ມມີ້ ພາມ, ຜູ້ກໍ່ຕັ້ງ ໂກໂຕ, ໃນການປ່ຽນແປງຫຼາຍຊີວິດຢູ່ຫວຽດນາມ ເປັນແຮງບັນດານໃຈອັນຍິ່ງໃຫຍ່ຂອງຂ້ອຍ. ຂ້ອຍເຊື່ອວ່າຈິດໃຈຂອງ ‘ການຮູ້ໜຶ່ງ, ສອນອີກໜຶ່ງ’ ສາມາດສ້າງການປ່ຽນແປງທີ່ມີຄວາມໝາຍ ແລະ ຫວັງທີ່ຈະລິເລີ່ມຄ້າຍໆກັນໃນ ຈໍຮໍ, ມາເລເຊຍ ແລະ ປະເທດອື່ນໆໃນສະມາຄົມອາຊຽນ”

ທ່ານນາງ ຢີນ ທານ (Jean Tan), ຜູ້ອໍານວຍການບໍລິຫານ ມູນນິທິສາກົນສິງກະໂປ ໄດ້ກ່າວວ່າ: “ພາກພື້ນອາຊຽນ ກຳລັງຂະຫຍາຍຕົວໄປດ້ວຍໂອກາດຂອງ ການເຕີບໃຫຍ່ເຖິງວ່າຈະມີສິ່ງທ້າທາຍ ທີ່ກຳລັງປ່ຽນແປງວິທີການດຳລົງຊີວິດ ແລະ ການເຮັດວຽກຂອງພວກເຮົາ. ບັນດາຜູ້ນຳຊາວໜຸ່ມ ເຊັ່ນ: ຄະນະຊາວໜຸ່ມອາຊຽນ ສາມາດນຳເອົາແນວຄວາມຄິດໃໝ່ໆ ແລະ ຮ່ວມມືກັນແກ້ໄຂບັນຫາໂດຍໃຊ້ນະວັດຕະກໍາ ເພື່ອຊ່ວຍຊຸກຍູ້ໃຫ້ອາຊຽນກ້າວໄປສູ່ຄວາມຍືນຍົງ, ການລວມຕົວກັນ ແລະ ຈະເລີນຮຸ່ງເຮືອງ ທ່າມກາງຄວາມບໍ່ແນ່ນອນ”
ທ່ານ ເດວິດ ຈົວ David Chua, ປະທານບໍລິຫານ ສະພາຊາວໜຸ່ມແຫ່ງຊາດສິງກະໂປ ເວົ້າວ່າ: “ໃນຖານະທີ່ເປັນໂຄງການນໍາພາຊາວໜຸ່ມໃນພາກພື້ນ, ໂຄງການຄະນະຊາວໜຸ່ມອາຊຽນ ໄດ້ມີບົດບາດສຳຄັນໃນການຊຸກຍູ້ການຮ່ວມມື ຂ້າມຊາຍແດນ ແລະ ໂອກາດ ຂອງການເຕີບໃຫຍ່ ຂອງຜູ້ນຳຊາວໜຸ່ມ. ດ້ວຍຄວາມບໍ່ ແນ່ນອນ ແລະ ຄວາມເຄັ່ງຕຶງໃນທົ່ວໂລກທີ່ເພີ່ມຂຶ້ນ, ມັນເປັນສິ່ງສຳຄັນທີ່ຊາວໜຸ່ມຂອງພວກເຮົາເຂົ້າໃຈເຖິງຄວາມສຳຄັນຂອງການເຮັດວຽກໃນການຮັກສາ ສັນຕິພາບ ແລະ ສະຖຽນລະພາບ, ເພື່ອໃຫ້ພວກເຮົາສາມາດເຕີບໃຫຍ່ ແລະ ພັດທະນາເປັນພາກພື້ນໄດ້.”
ທ່ານ ນາງ ໂຈລີ ຫງຽນ (Jolly Nguyen), ຜູ້ເຂົ້າຮ່ວມຈາກຫວຽດນາມ ເວົ້າວ່າ: “ໂຄງການຊາວໜຸ່ມອາຊຽນ ໄປເປີດກວ້າງແນວຄວາມຄິດຂອງຂ້ອຍຕໍ່ກັບການຮັກສາຄວາມຍືນຍົງ ແລະ ພາກສ່ວນອື່ນໆໃນອາຊຽນ”
ຜູ້ກໍ່ຕັ້ງ ແລະ ຜູ້ບໍລິຫານສູງສຸດ ຂອງ EVOL ຫວຽດນາມ, ແມ່ນວິສາຫະກິດເພື່ອສັງຄົມເພື່ອແນໃສ່ການເພີ່ມຄວາມຮັບຮູ້ກ່ຽວກັບພລາສຕິກທີ່ໃຊ້ໄດ້ເທື່ອດຽວໃນມະຫາສະໝຸດ, ພ້ອມທັງແນະນຳນັກທຸລະກິດຍິງໜຸ່ມຢູ່ພາກພື້ນອາຊີ-ປາຊີຟິກ (APAC). ທ່ານນາງໄດ້ກ່າວຕື່ມວ່າ: “ຄວາມເຂົ້າໃຈທີ່ຂ້າພະເຈົ້າໄດ້ຮັບໂດຍຜ່ານການຢ້ຽມຢາມສະຖານທີ່ຕ່າງໆຂອງພວກເຮົາ, ການສົນທະນາ ແລະ ການແລກປ່ຽນກັບຊາວໜຸ່ມ ແລະ ບັນດາອະດີດຜູ້ເຂົ້າຮ່ວມຍັງຈະເປັນປະໂຫຍດແກ່ຜູ້ປະກອບການທີ່ຂ້າພະເຈົ້າແນະນໍາພວກເຂົາໃນອະນາຄົດ.”
ທ່ານ ນາງ ດີລານ ຟູ ເວີຍ ເອນ (Delane Foo Wei En), ຊາວໜຸ່ມຈາກສິງກະໂປກ່າວວ່າ: “ໂຄງການ AYF ກຳລັງເຮັດວຽກງານສຳຄັນໂດຍການເຕົ້າໂຮມ ບັນດາຜູ້ນຳໜຸ່ມອາຊຽນ ເພື່ອຮຽນຮູ້ເຊິ່ງກັນ ແລະກັນ ແລະ ສ້າງເພື່ອນໃໝ່ທີ່ໄດ້ແບ່ງປັນປະສົບການຮ່ວມກັນ. ສິ່ງນີ້ຈະກາຍເປັນພື້ນຖານຂອງຄວາມຮັກແພງ ແລະ ຄວາມຮ່ວມມື ໃນເວລາທີ່ພວກເຮົາດຳເນີນວຽກງານແລະຊີວິດຂອງພວກເຮົາ. ໂຄງການນີ້ຈະຍັງຊ່ວຍເຕືອນພວກເຮົາເຖິງຄວາມສໍາຄັນຂອງຄວາມສາມັກຄີໃນການບັນລຸເປົ້າໝາຍແລະຈິດໃຈ ເຖິງວ່າຈະມີຄວາມແຕກຕ່າງກັນຂອງບັນດາປະເທດຂອງພວກເຮົາ ໃນຖານະເພື່ອນບ້ານໃນພາກພື້ນ.”
ມູນນິທິສາກົນສິງກະໂປສະເຫຼີມສະຫຼອງ 29 ປີແຫ່ງການຮ່ວມມືກັບປະຊາຊົນຫວຽດນາມ ຢູ່ SIF Connects! ທີ່ ຮ່າໂນ້ຍ
ຄະນະຊາວໜຸ່ມອາຊຽນຍັງໄດ້ເຂົ້າຮ່ວມ SIF Connects! ທີ່ ຮ່າໂນ້ຍ ເຊິ່ງເປັນພື້ນທີ່ໃຫ້ມູນນິທິສາກົນສິງກະໂປໄດ້ ເຊື່ອມໂຍງຄືນ ແລະ ສືບຕໍ່ສາຍພົວພັນກັບບັນດາອະດີດຜູ້ເຂົ້າຮ່ວມໂຄງການ ແລະ ເພື່ອນມິດສິງກະ ໂປ (FOS). ໃນ ວັນ ທີ 2 ພະຈິກ 2023, ມີສະມາຊິກກວ່າ 150 ຄົນຈາກປະຊາຄົມການທູດ Diplomatic Community, ອົງການ FOS ແລະ ປະຊາຊົນ ສິງກະໂປ ທີ່ອາໄສຢູ່ ຮ່າໂນ້ຍ ໄດ້ເຂົ້າຮ່ວມງານດັ່ງກ່າວ .
ທ່ານ ນາງ ຮວ່າງ ໄທ ລີ Hoang Thai Ly, ອາຈານສອນຢູ່ມະຫາວິທະຍາໄລວິຈິດສິນອຸດສາຫະກຳ ຮ່າໂນ້ຍ ໄດ້ກ່າວວ່າ: “ຜ່ານມາໜຶ່ງປີແລ້ວທີ່ຂ້າພະເຈົ້າໄດ້ເຂົ້າຮ່ວມງານຂອງ SIF ກໍຄືງານສິລະປະເພື່ອຄວາມດີ (Arts for Good A4G) ໃນປີ 2022. ຂ້າພະເຈົ້າຮູ້ສຶກດີໃຈຫຼາຍທີ່ໄດ້ເຫັນເພື່ອນເກົ່າຈາກໂຄງການ ແລະ ຍັງໄດ້ສ້າງເພື່ອນໃໝ່ຈາກໂຄງການອື່ນໆຂອງ SIF.”
ທ່ານ ນາງ ເຢັນ ຕຣິນ Yen Trinh, ຜູ້ຈັດການທົ່ວໄປຂອງ ກາຣູນາ ຫວຽດນາມ Karuna Vietnam, ໄດ້ກ່າວວ່າ: “SIF Connects! ທີ່ຮ່າໂນ້ຍ ແມ່ນໂອກາດຄັ້ງສໍາຄັນທີ່ໄດ້ກັບມາເຊື່ອມສາຍສຳພັນຄືນໃໝ່ກັບອະດີດຜູ້ເຂ້າຮ່ວມໂຄງການ ນັກທຸລະກິດໜຸ່ມເພື່ອສັງຄົມ (YSE) ແລະ ຖາມໄຖ່ແລກປ່ຽນວ່າໃຜກຳລັງເຮັດຫຍັງ. ຂ້າພະເຈົ້າຍັງໄດ້ມີໂອກາດ ໄດ້ພົບປະເພື່ອນໃໝ່ທີ່ມີຄວາມຄິດຄວາມຫວັງອັນດຽວກັນ ເພື່ອໃຫ້ໂລກທີ່ດີກວ່າເກົ່າ, ແລະ ແບ່ງປັນ ກ່ຽວ ກັບ ທຸລະກິດເພື່ອສັງຄົມ ຂອງຂ້າພະເຈົ້າກັບເຂົາ ເຈົ້າ.” ກາຣູນາ ຫວຽດນາມ ແມ່ນວິສາຫະກິດສັງຄົມທີ່ຜະລິດ ຜະລິດຕະພັນຈາກເຜິ້ງແບບຍືນຍົງ, ທ່ານນາງ ເຢັນ ໄດ້ເຂົ້າ ຮ່ວມໂຄງການ YSE Global ຂອງ SIF ໃນ ປີ 2022.
ນັບແຕ່ ປີ 1994 ເປັນຕົ້ນມາ, SIF ແລະ ປະຊາຄົມຊາວຫວຽດນາມ ໄດ້ຮ່ວມມືໃນຫຼາຍກວ່າ 100 ໂຄງການ ລິເລີ່ມ ຢູ່ ຮ່າໂນ້ຍ, ນະຄອນໂຮ່ຈິມິນ ແລະ ທົ່ວ ອາຊີ. ເຫຼົ່ານີ້ລວມມີບັນດາໂຄງການໃນຂົງເຂດການດູແລສຸຂະພາບ, ການສຶກສາ, ຜູ້ປະກອບການທາງດ້ານສັງຄົມ, ສິລະປະ ແລະ ວັດທະນະທໍາ.
ເພື່ອແນໃສ່ຊຸກຍູ້ການພົວພັນ ຮ່ວມມື ແລະ ມິດຕະພາບ ລະຫວ່າງສອງປະເທດ, ບັນດາ ຜູ້ ນຳ SIF ໄດ້ ຮັບ ຫຼຽນໄຊສັນຕິພາບ ແລະ ມິດຕະພາບລະຫວ່າງປະ ເທດ ໂດຍສະຫະພັນມິດຕະພາບ ຫວຽດນາມ ໃນ ປີ 2022.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/