ເມື່ອຄິດເຖິງເມນູທີ່ເຮັດງ່າຍທີ່ສຸດ ແນ່ນອນວ່າຕ້ອງມີໝີ່ສຳເລັດຮູບເປັນໜຶ່ງໃນທາງເລືອກແນ່ນອນ ອາຫານປະຈຳຄົວເຮືອນທີ່ທັງເຮັດງ່າຍ, ປະຢັດເວລາ ແລ້ວຍັງແຊບອີກດ້ວຍ. ແຕ່ເຮົາຈະພາມາຮູ້ຈັກຄວາມເປັນມາກ່ອນຈະມາເປັນໝີ່ສຳເລັດຮູບທີ່ເຮົາກິນໃນປັດຈຸບັນ.
ເມື່ອເວົ້າເຖິງຈຸດກຳເນີດໝີ່ສຳເລັດຮູບຕ້ອງຢ້ອນກັບໄປປີ 1958 ຫຼື 65 ປີກ່ອນ ເຊິ່ງຄິດຄົ້ນໂດຍ ອັນໂດະ ໂມໂມຟຸຄຸ (Ando Momofuku) ຜູ້ກໍ່ຕັ້ງ ແລະ ປະທານກຸ່ມບໍລິສັດ Nissin food products ນອກຈາກໝີ່ສຳເລັດຮູບແລ້ວອັນໂດະຍັງມີກິດຈະການກ່ຽວກັບຜ້າ ແລະ ສິ່ງຖັກທໍຂອງຕົນເອງ ເຮັດໃຫ້ອັນໂດະເປັນທີ່ຮູ້ຈັກໃນຖານະນັກທຸລະກິດອາຍຸພຽງ 23 ປີເທົ່ານັ້ນ.

ຫຼັງຈາກສົງຄາມໂລກຄັ້ງທີ 2 ສະຫງົບລົງໃນປີ 1945 ປະເທດຍີ່ປຸ່ນຢູ່ໃນພາວະຂັດສົນ ແລະ ຍັງບໍ່ທັນຟື້ນຕົວ ຊາວຍີ່ປຸ່ນມີພຽງເຂົ້າຈີ່ທີ່ເຮັດຈາກເຂົ້າສາລີໂດຍໄດ້ຮັບການສະໜັບສະໜູນຈາກອາເມຣິກາ. ມື້ໜຶ່ງ ໃນຂະນະທີ່ອັນໂດະຍ່າງຢູ່ໃນເມືອງ ລາວໄດ້ສັງເກດເຫັນຜູ້ຄົນຕໍ່ແຖວຍາວຢຽດເພື່ອຖ້າຣາເມັງດຽວ. ຂະນະນັ້ນເອງລາວຈຶ່ງເກີດມີຄວາມຄິດວ່າ ‘ເປັນຫຍັງເຮົາຈຶ່ງບໍ່ສະໜັບສະໜູນໃຫ້ຄົນຍີ່ປຸ່ນໄດ້ກິນຣາເມັງ, ຣາເມັງກໍເຮັດມາຈາກເຂົ້າສາລີເຊັ່ນກັນ ແລະ ເປັນອາຫານທີ່ຄົນຍີ່ປຸ່ນຄຸ້ນເຄີຍ’.
ນັບຈາກນັ້ນອັນໂດະຈຶ່ງຄົ້ນຄິດຫຼາຍວິທີເຮັດຣາເມັງໃນແບບຕົນເອງເຊິ່ງມີຈຸດມຸ່ງຫວັງໃຫ້ຕອບໂຈດ 5 ຂໍ້ນັ້ນກໍຄື:
- ຕ້ອງແຊບ
- ຕ້ອງປຸງງ່າຍ
- ຕ້ອງເກັບໄວ້ໄດ້ດົນ
- ລາຄາຖືກ
- ຕ້ອງສະອາດ ແລະ ປອດໄພ

ແຕ່ໂຈດທີ່ຍາກທີ່ສຸດກໍຄືເສັ້ນຣາເມັງທີ່ແຫ້ງ ແລະ ເກັບໄວ້ໄດ້ດົນ ແລະ ລາວກໍໄດ້ຄຳຕອບເມື່ອອັນໂດະເຂົ້າໄປຫ້ອງຄົວເຫັນພັນລະຍາກຳລັງຈືນເທັມປຸລະຢູ່ ຈຶ່ງເຮັດໃຫ້ລາວເກີດຄວາມຄິດວ່າ ຖ້າຫາກນຳເສັ້ນຣາເມັງໄປຈືນໃນນ້ຳມັນຈະໄດ້ເສັ້ນຣາເມັງກອບ, ແຫ້ງກຳລັງດີ ແລະ ສາມາດເກັບໄດ້ດົນ ເມື່ອເຕີມນ້ຳຮ້ອນກໍສາມາດເປັນໝີ່ນ້ຳໄດ້ທັນທີ.
ຜ່ານການລອງຜິດລອງຖືກຢູ່ຫຼາຍຄັ້ງ ໃນວັນທີ 25 ເດືອນສິງຫາປີ 1958 ໝີ່ສຳເລັດຮູບຊອງທຳອິດຂອງໂລກກໍໄດ້ເປີດຕົວໂດຍມີຊື່ວ່າ Chicken Ramen ຣາເມັງຣົດຊາດໄກ່ທີ່ແຊບ ແລະ ສະດວກ ເຮັດໃຫ້ Chicken Ramen ຖືກເອີ້ນວ່າເປັນຣາເມັງວິເສດ ແລະ ຍົກໃຫ້ວັນທີ 25 ສິງຫາຂອງທຸກໆປີເປັນວັນຣາເມັງເພື່ອລະນຶກເຖິງຕົ້ນກຳເນີດຂອງໝີ່ສຳເລັດຮູບ ທີ່ເປັນນະວັດຕະກຳປ່ຽນຊີວິດແຫ່ງຍຸກ.

ຄວາມສຳເລັດຂອງອັນໂດະບໍພຽງແຕ່ເປັນຜູ້ຜະລິດໝີ່ສຳເລັດຮູບເຈົ້າທຳອິດຂອງໂລກເທົ່ານັ້ນ ອັນໂດະຍັງຄົງຕໍ່ຍອດພັດທະນາຈົນເກີດມີ Cup Noodle ໝີ່ສຳເລັດຮູບແບບກ່ອງຖ້ວຍທຳອິດຂອງໂລກທີ່ມາປ່ຽນຮູບແບບການກິນໝີ່ສຳເລັດຮູບໃຫ້ສະດວກສະບາຍຍິ່ງຂຶ້ນ.
“ບໍ່ມີຫຍັງຊ້າເກີນໄປໃນຊີວິດ” ຄຳເວົ້າຂອງອັນໂດະຜູ້ເຮັດໃຫ້ຄວາມຝັນໃນການຄິດຄົ້ນອາຫານ ແລະ ສົ່ງສິ່ງປະດິດຂອງຕົນເອງໄປໄກທົ່ວໂລກ ແລະ ຍັງຄົງເປັນອາຫານຢູ່ຄູ່ຄົນທົ່ວໂລກໃນທຸກຍຸກທຸກສະໄໝ.
ຂໍຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/