ປາກົດການ Swiftflation ທີ່ຄົນແຫ່ຊື້ບັດຄອນເສີດ Taylor Swift Eras Tour ຈົນເຮັດໃຫ້ລາຄາປີ້ສູງຂຶ້ນ


ຕົວແມ່ເທົ່ານັ້ນທີ່ຈະເຮັດໄດ້! ເມື່ອນັກຮ້ອງຊື່ດັງຢ່າງ Taylor Swift ເຈົ້າຂອງຮາງວັນ Grammy ທັງໝົດ 12 ຮາງວັນ ແລະ ອີກຫຼາກຫຼາຍຮາງວັນໄດ້ມາຈັດຄອນເສີດໃຫ້ແຟນໆຕາເວັນອອກສຽງໃຕ້ໄດ້ຮັບຊົມກັນ. ແນ່ນອນວ່າເມື່ອແມ່ມາຕ້ອງບໍ່ທຳມະດາ ເຮັດຫຼາຍໃຫ້ຄົນໃຊ້ຄວາມພະຍາຍາມຢ່າງຫຼວງຫຼາຍເພື່ອຈະໄດ້ປີ້ຄອນເສີດມາຄອບຄອງ.

ປາຍທາງການຈັບຈອງປີ້ຂອງຊາວ Swifties (ຊື່ແຟນຄລັບຂອງ Taylor Swift) ນັ້ນກໍຄືປະເທດສິງກະໂປ ເຊິ່ງຈຸດມຸ່ງໝາຍອັນໜຶ່ງອັນດຽວໃນເຂດອາຊີຕາເວັນອອກສຽງໃຕ້ທີ່ຈະເປັນພິກັດການຈັດຄອນເສີດຂອງນັກຮ້ອງສາວປາກແດງ Taylor Swift ທີ່ມີຊື່ຄອນເສີດວ່າ The Eras Tour.

ສຳນັກຂ່າວຕ່າງປະເທດໄດ້ລາຍງານວ່າ ມີຊາວ Swifties ທີ່ມີ່ຊື່ວ່າ Lukman ທີ່ໄດ້ຕໍ່ແຖວຍາວນານຮອດ 36 ຊົ່ວໂມງ ແລະ ໄດ້ປີ້ຄອນເສີດທີ່ຈະຈັດຂຶ້ນໃນສິງກະໂປ ເຮັດໃຫ້ Swifties ຄົນນີ້ກາຍເປັນໜຶ່ງໃນ 300.000 ຄົນທີ່ຈະໄດ້ຮັບຊົມຄອນເສີດຂອງສາວ Taylor Swift. ແນ່ນອນວ່າມີຄົນສົມຫວັງພຽງແຕ່ 300.000 ຄົນເທົ່ານັ້ນ ແຕ່ບັນດາຊາວ Swifties ທົ່ວພູມີພາກອາຊີມີປະຊາກອນຫຼາຍກວ່າ 500 ລ້ານຄົນ ມັນຈຶ່ງນຳໄປສູ່ບັນຫາລາຄາປີ້ຄອນເສີດທີ່ສູງຂຶ້ນ ເນື່ອງຈາກມັນຫາຍາກ ຈົນເຮັດໃຫ້ນັກເສດຖະສາດບາງຄົນກ່າວວ່ານີ້ແມ່ນ Swiftflation.

ນອກຈາກນີ້ ຫາກຜູ້ທີ່ຖືບັດເຄດິດຂອງທະນາຄານ UOB ໃນອາຊຽນ ຈະໄດ້ຮັບສິດທິພິເສດໃນການຊື້ປີ້ຄອນເສີດ ກາຍເປັນວ່າມີການສະໝັກສະມາຊິກບັດເຄດິດຂອງທະນາຄານເພີ່ມຂຶ້ນສູງຮອດ 45% ໃນປະເທດສິງກະໂປ, ປະເທດໄທ, ປະເທດມາເລເຊຍ, ປະເທດອິນໂດເນເຊຍ ແລະ ປະເທດຫວຽດນາມ.

ມີລາຍງານວ່າກ່ອນເວລາເປີດຈອງປີ້ກ່ອນການຈຳໜ່າຍຢ່າງເປັນທາງການຈະໝົດລົງ ແອັບພິເຄຊັນຈຳໜ່າຍສິນຄ້າອອນລາຍຢ່າງ Carousell ໄດ້ອອກມາເປີດເຜີຍລາຄາປີ້ຄອນເສີດ ໂດຍທີ່ລາຄາປີ້ປົກກະຕິຢູ່ທີ່ປະມານ 358 ໂດລາສິງກະໂປ ແຕ່ດຽວນີ້ຂື້ນໄປຮອດ 1.000 ໂດລາສິງກະໂປແລ້ວ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/