ດັດຊະນີ Fear and Greed Index ເພີ່ມຂຶ້ນແຕະລະດັບ 90 ເຊິ່ງສູງທີ່ສຸດໃນຮອບ 3 ປີ


ໃນມື້ວານນີ້ຖືໄດ້ວ່າເປັນອີກຄັ້ງທີ່ດັດສະນີຄວາມຢ້ານ ແລະ ຄວາມໂລບສາມາດເຮັດຄະແນນຢູ່ໃນລະດັບ “ຄວາມໂລບຫຼາຍທີ່ສຸດ” ເຊິ່ງໃນຕະຫຼອດ 3 ເດືອນທີ່ຜ່ານມາ ຄະແນນດັດສະນີບໍ່ເຄີຍເພີ່ມຂຶ້ນແຕະລະດັບ 80 ໄດ້ເລີຍ ຈົນໃນມື້ນີ້ກໍໄດ້ເກີດເລື່ອງທີ່ບໍ່ໜ້າເຊື່ອຂຶ້ນອີກຄັ້ງ.

ໃນມື້ວັນທີ 5 ມີນາ, ດັດສະນີຄວາມຢ້ານ ແລະ ຄວາມໂລບ (Fear and Greed Index) ທັງໃນຕະຫຼາດຫຼັກຊັບທົ່ວໄປ ແລະ ຕະຫຼາດ cryptocurrency ໄດ້ເພີ່ມຂຶ້ນເຖິງລະດັບ 90, ເຊິ່ງຊີ້ໃຫ້ເຫັນເຖິງຄວາມໂລບຢ່າງຮຸນແຮງຂອງນັກລົງທຶນ.

ໂດຍເຫດການດັ່ງກ່າວໄດ້ເກີດຂຶ້ນຫຼັງຈາກທີ່ລາຄາຂອງ Bitcoin ເພີ່ມຂຶ້ນເຮັດລາຄາສູງເຖິງ 2,000 ໂດລາໃນໄລຍະເວລາສັ້ນໆ, ເຊິ່ງໃນລະດັບ 90 ຄະແນນນັ້ນແມ່ນບໍ່ໄດ້ເຫັນມາດົນແລ້ວນັບຕັ້ງແຕ່ເດືອນກຸມພາ ປີ 2021. ຖ້າາຫາກຄະແນນດັ່ງກ່າວສາມາດຂຶ້ນໄດ້ເຖິງ 96 ຄະແນນ, ເຊິ່ງປັດຈຸບັນຍັງເຫຼືອພຽງ 6 ຄະແນນເທົ່ານັ້ນ, ກໍຈະທຳລາຍສະຖິຕິສູງສຸດນັບຕັ້ງແຕ່ປີ 2019 ດ້ວຍຄະແນນ 95 ຄະແນນ.

ດັດຊະນີຄວາມຢ້ານ ແລະ ຄວາມໂລບ (Fear and Greed Index) ໃນລະດັບ 75-100 ຊີ້ໃຫ້ເຫັນເຖິງລະດັບຄວາມໂລບທີ່ສູງ ເຊິ່ງນີ້ໝາຍຄວາມວ່ານັກເທຣດໃນຕະຫຼາດແມ່ນຢູ່ໃນອາລົມທີ່ຕ້ອງການຈະຊື້ຊັບສິນຫຼາຍ. ເມື່ອຕະຫຼາດປັບຕົວເພີ່ມຂຶ້ນ ຜູ້ຄົນມັກຈະມີແນວໂນ້ມທີ່ຈະເກັບສະສົມ cryptocurrencies ຫຼາຍຂຶ້ນ, ເຊິ່ງນີ້ໝາຍຄວາມວ່າພວກເຂົາມີຄວາມໂລບທີ່ສູງ, ເຮັດໃຫ້ປາກົດການນີ້ນໍາໄປສູ່ການເຄື່ອນໄຫວຂອງລາຄາທີ່ສູງຂຶ້ນ.

ດັດສະນີດັດສະນີຄວາມຢ້ານ ແລະ ຄວາມໂລບ (Fear and Greed Index) ຂອງສະກຸນເງິນດິຈິຕອນໄດ້ເພີ່ມສູ່ລະດັບສູງສຸດໃນຮອບ 3 ປີ. ໂດຍໃນກຣາຟໄດ້ສະແດງໃຫ້ເຫັນວ່າ ຕົວຊີ້ວັດນີ້ແມ່ນຢູ່ຕໍ່າກວ່າ 70 ມາເປັນເວລາຫຼາຍປີແລ້ວ. ຄວາມເຊື່ອໝັ້ນໃນຕະຫຼາດ (Market sentiment) ແມ່ນດີຂຶ້ນຢ່າງເຫັນໄດ້ຊັດເຈນນັບຕັ້ງແຕ່ລະດູໃບໄມ້ປົ່ງທີ່ຜ່ານມາ ທ່າມກາງການຟື້ນຕົວຂອງຕະຫຼາດ ແລະ ການຫັນໄປສູ່ຕະຫຼາດ bull (Bullish phase)

ສໍາລັບດັດຊະນີ crypto fear & greed index ນັ້ນແມ່ນຈະໃຊ້ຂໍ້ມູນຫຼັກໆ 6 ປະການເພື່ອໃຊ້ຄຳນວນເປັນຜົນຄະແນນ ເຊິ່ງຈະປະກອບໄປດ້ວຍ ຄວາມຜັນຜວນ (25%), ເວລາ ແລະ ປະລິມານຕະຫຼາດ (25%), social media (15%), ຜົນສໍາຫຼວດ (15%), Bitcoin Dominance (10%), ແນວໂນ້ມ (10%) ລວມທັງໝົດເປັນ 100% ແລະ ຈະຄິດໄລ່ຄະແນນສະຫຼຸບແບບລາຍວັນ.

ໃນເວລາທີ່ຂຽນ, ລາຄາຂອງ Bitcoin (BTC) ແມ່ນການຊື້ຂາຍທີ່ 67,414 ໂດລາ ເຊິ່ງເພີ່ມຂຶ້ນ 3.58% ພາຍໃນ 24 ຊົ່ວໂມງທີ່ຜ່ານມາ, ເພີ່ມຂຶ້ນ 18.70% ໃນເຈັດມື້ທີ່ຜ່ານມາ, ອີງຕາມຂໍ້ມູນ CoinMarketCap.

ທີ່ມາ:

siamblockchain

crypto.news

coinmarketcap

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/