ຊາຍຊາວອັງກິດ ເສຍຊີວິດຍ້ອນກິນວິຕາມິນໃນປະລິມານສູງ


ສຳນັກຂ່າວຕ່າງປະເທດໄດ້ລາຍງານເຖິງກໍລະນີທາງການແພດທີ່ອາດຈະເກີດຂຶ້ນໄດ້ໃນຊີວິດປະຈຳວັນຂອງຜູ້ທີ່ຮັກສຸຂະພາບ ໂດຍແພດຜູ້ຊ່ຽວຊານກຳລັງສົ່ງສັນຍານເຕືອນເລື່ອງການກິນອາຫານເສິມ ຫຼັງຈາກຊາຍຄົນໜຶ່ງທີ່ໄດ້ເສຍຊີວິດໄປຈາກການກິນວິຕາມິນເກີນຂະໜາດ.

ເດວິດ ມິດເຊນເນີ ອາຍຸ 89 ປີ ເສຍຊີວິດໃນເຂດເມືອງລອນດອນ ຫຼັງຈາກການຮັບປະທານອາຫານເສີມວິຕາມິນໃນປະລິມານທີ່ສູງ ເປັນເວລາຕິດຕໍ່ກັນເຖິງ 9 ເດືອນ ການທົດສອບພົບວ່າໃນຮ່າງກາຍມີລະດັບວິຕາມິນດີຢູ່ທີ່ 380 ເຊິ່ງເປັນລະດັບທີ່ສູງທີ່ສຸດທີ່ເຄີຍບັນທຶກໄວ້.

ການໄຕ່ສວນຄະດີພົບວ່າການເສຍຊີວິດມາຈາກອາການວິຕາມິນ D ເປັນພິດ ແຄລຊຽມໃນເລືອດສູງ ລວມໄປຮອດພາວະຫົວໃຈລົ້ມເຫຼວ, ໝາກໄຂ່ຫຼັງລົ້ມເຫຼວ ແລະ ໂຣກຫົວໃຈຂາດເລືຶອດ ດັ່ງນັ້ນ ທາງແພດຈຶ່ງໄດ້ອອກມາເຕືອນເຖິງການຮັບປະທານອາຫານເສີມ ໂດຍປະລິມານທີ່ແນະນຳຄື 600 IU (15 ໄມໂຄຣກຣາມ) ແລະ ບໍ່ຄວນຮັບປະທານວິຕາມິນຫຼາຍກວ່າ 100 ໄມໂຄຣກຣັມ ຫຼື 4,000 IU (100 ໄມໂຄຣກຣາມ) ຕໍ່ມື້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/