ຍົກລະດັບສິນຄ້າ ‘Made in Laos’ ດ້ວຍບາໂຄດ 887 ເປີດປະຕູສູ່ຕະຫຼາດໂລກ”
ພາກທຸລະກິດລາວກຽມຍົກລະດັບສູ່ຍຸກດິຈິຕອນ ດ້ວຍການຫັນມານຳໃຊ້ລະບົບບາໂຄດມາດຕະຖານສາກົນ (GS1) ລະຫັດ 887 ຂອງລາວຢ່າງເປັນທາງການ ເພື່ອແນໃສ່ເພີ່ມປະສິດທິພາບໃນລະບົບຕ່ອງໂສ້ອຸປະທານ, ສ້າງຄວາມໂປ່ງໃສໃນການກວດສອບຢ້ອນຫຼັງ ແລະ ຍົກລະດັບສິນຄ້າ “Made in Laos” ໃຫ້ສາມາດແຂ່ງຂັນໄດ້ໃນຕະຫຼາດໂລກຢ່າງເຕັມຕົວ.
ບາດກ້າວສຳຄັນນີ້ເກີດຂຶ້ນພາຍຫຼັງທີ່ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ແລະ ບໍລິສັດ ສູນລະຫັດສິນຄ້າລາວ ຈຳກັດ (GS1 Laos) ໄດ້ຮ່ວມລົງນາມໃນບົດບັນທຶກຄວາມເຂົ້າໃຈທີ່ນະຄອນຫຼວງວຽງຈັນ ໃນວັນທີ 6 ຕຸລາ ຜ່ານມາ ໂດຍການລົງນາມຂອງ ທ່ານ ພູໄຊ ເທບພະວົງ ເລຂາທິການ ສຄອຊ ແລະ ຕົວແທນຈາກບໍລິສັດ, ໂດຍມີ ທ່ານ ນາງ ຈັນທະຈອນ ວົງໄຊ ຮອງປະທານ ສຄອຊ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ຕາມການລາຍງານຂອງ ວຽງຈັນທາມ.
ການຮ່ວມມືຄັ້ງນີ້ຈະເປັນແຮງຊຸກຍູ້ໃຫ້ບັນດາຫົວໜ່ວຍທຸລະກິດໃນຂະແໜງການຜະລິດ, ຂາຍຍ່ອຍ, ກະສິກຳ, ຕຳ່ແຜ່ນຕັດຫຍິບ, ໄອຊີທີ, ການຄ້າ ແລະ ໂລຈິສຕິກ ຫັນມານຳໃຊ້ບາໂຄດມາດຕະຖານ GS1 ທີ່ຂຶ້ນຕົ້ນດ້ວຍລະຫັດປະເທດລາວ “887” ຫຼາຍຂຶ້ນ ເພື່ອແທນທີ່ການນຳໃຊ້ລະຫັດບາໂຄດຂອງປະເທດອື່ນ ຫຼື ເຄື່ອງໝາຍທີ່ບໍ່ໄດ້ຮັບອະນຸຍາດໃນໄລຍະຜ່ານມາ.
ລະບົບດັ່ງກ່າວຈະຊ່ວຍກຳນົດຕົວເລກສະເພາະໃຫ້ແຕ່ລະຜະລິດຕະພັນ ເຊິ່ງເຮັດໃຫ້ພາກທຸລະກິດສາມາດຄຸ້ມຄອງຂໍ້ມູນ, ກວດສອບ ແລະ ຕິດຕາມສິນຄ້າໄດ້ຢ່າງຊັດເຈນນັບແຕ່ຂັ້ນຕອນການຜະລິດ ຈົນຮອດມື້ຜູ້ບໍລິໂພກ.
ການຫັນມາໃຊ້ລະບົບຂອງລາວໂດຍສະເພາະ ຈະເປັນການຢັ້ງຢືນຕົວຕົນຂອງສິນຄ້າ “Made in Laos” ໃຫ້ມີຄວາມໜ້າເຊື່ອຖື, ໂປ່ງໃສ ແລະ ເປັນທີ່ຍອມຮັບໃນລະດັບສາກົນ. ທັງນີ້, GS1 Laos ແມ່ນອົງການດຽວໃນລາວທີ່ໄດ້ຮັບສິດອອກລະຫັດບາໂຄດມາດຕະຖານສາກົນໝວດ 887 ເຊິ່ງຈະເປັນກຸນແຈສຳຄັນຊ່ວຍໃຫ້ສິນຄ້າລາວສາມາດຕອບສະໜອງໄດ້ຕາມເງື່ອນໄຂການຄ້າລະຫວ່າງປະເທດ ແລະ ເຂົ້າເຖິງຕະຫຼາດພາກພື້ນໄດ້ງ່າຍຂຶ້ນ.
ນອກຈາກການນຳໃຊ້ບາໂຄດແບບດັ້ງເດີມແລ້ວ, ທັງສອງພາກສ່ວນຍັງມີແຜນຂະຫຍາຍການຮ່ວມມືໄປສູ່ການນຳໃຊ້ສະຫຼາກດິຈິຕອນ, ບາໂຄດ 2 ມິຕິ (2D), ໜັງສືຜ່ານແດນສິນຄ້າແບບດິຈິຕອນ ແລະ ລະບົບການຄ້າແບບຍືນຍົງໃນອະນາຄົດ ເຊິ່ງປັດຈຸບັນມາດຕະຖານ GS1 ໄດ້ຮັບຄວາມໄວ້ວາງໃຈຈາກບໍລິສັດຫຼາຍກວ່າ 2 ລ້ານແຫ່ງ ໃນ 150 ກວ່າປະເທດທົ່ວໂລກ ແລະ ມີການສະແກນບາໂຄດສູງເຖິງ 10 ຕື້ຄັ້ງຕໍ່ມື້.
#LaoXperts #ທຸລະກິດລາວ #MadeInLaos #GS1Laos #Barcode887 #ດິຈິຕອນລາວ #ສຄອຊ #LNCCI


