ຍີ່ປຸ່ນ ກຽມປ່ອຍນໍ້າປົນເປື້ອນກຳມັນຕະພາບລັງສີ ທີ່ບຳບັດແລ້ວ ລົງສູ່ທະເລເດືອນສິງຫານີ້ ທ່າມກາງສຽງຄັດຄ້ານຈາກຫຼາຍຝ່າຍ


ສໍານັກຂ່າວຕ່າງປະເທດ ລາຍງານວ່າ ລັດຖະບານຍີ່ປຸ່ນ ກໍາລັງວາງແຜນທີ່ຈະປ່ອຍນໍ້າທີ່ປົນເປື້ອນກໍາມັນຕະພາບລັງສີ ທີ່ຜ່ານການບໍາບັດແລ້ວ ຈາກໂຮງງານໄຟຟ້າພະລັງງານນິວເຄຼຍຟຸກຸຊິມະໄດອິຈິ (Fukushima Daiichi Nuclear Power Plant) ໃຫ້ໄວທີ່ສຸດ ຫຼື ພາຍໃນເດືອນສິງຫານີ້. ຫຼັງຈາກທີ່ໄດ້ຮັບການອະນຸມັດຈາກສໍານັກງານ ພະລັງງານນິວເຄຼຍສາກົນ (IAEA) ເຊິ່ງເປັນໜ່ວຍງານທີ່ເຝົ້າລະວັງດ້ານນິວເຄຼຍຂອງສະຫະປະຊາຊາດ (UN) ທ່າມກາງຄວາມບໍ່ພໍໃຈຂອງຫຼາຍພາກສ່ວນ ແລະ ປະຊາຊົນໃນທ້ອງຖິ່ນ.   

IAEA ໄດ້ດໍາເນີນການທົບທວນເລື່ອງນີ້ເປັນເວລາ 2 ປີ ແລະ ໄດ້ຖະແຫຼງໃນວັນທີ 4 ກໍລະກົດ ທີ່ຜ່ານມານີ້ວ່າ ແຜນການປ່ອຍນໍ້າຂອງຍີ່ປຸ່ນສອດຄ່ອງກັບມາດຕະຖານຄວາມປອດໄພລະດັບໂລກ ຖືໄດ້ວ່າເປັນກ້າວສໍາຄັນໃນຂະບວນການຮື້ຖອນ ໂຮງໄຟຟ້າ ຟຸກຸຊິມະ ທີ່ໄດ້ຮັບຄວາມເສຍຫາຍໜັກຈາກເຫດແຜ່ນດິນໄຫວ ແລະ ສຶນາມິໃນປີ 2011.

ກ່ອນໜ້ານີ້ຍີ່ປຸ່ນໄດ້ຕັ້ງໃຈຈະເລີ່ມສູບນໍ້າລົງສູ່ມະຫາສະໝຸດ ໃນລະຫວ່າງລະດູໃບໄມ້ປົ່ງ ແລະ ລະດູຮ້ອນ ແຕ່ກໍ່ຍັງບໍ່ສາມາດກໍານົດມື້ທີ່ຈະປ່ອຍນໍ້າໄດ້ ເຊິ່ງຕອນນີ້ຢູ່ລະຫວ່າງ ລໍຖ້າການອະນຸມັດ ຢ່າງເປັນທາງການຈາກໜ່ວຍງານທີ່ຮັບຜິດຊອບດ້ານນິວເຄຼຍແຫ່ງຊາດຂອງຍີ່ປຸ່ນ ທີ່ຄາດວ່າຈະມີຂື້ນພາຍໃນອາທິດນີ້.

ຫຼັງຈາກທີ່ IAEA ຮັບຮອງແຜນການ ນາຍົກລັດຖະມົນຕີ ຟູມິໂອະ ຄິຊິດະ ຜູ້ນໍາຍີ່ປຸ່ນ ໄດ້ສະເເດງເປົ້າໝາຍເພື່ອໃຫ້ແຜນການປ່ອຍນໍ້າໄດ້ຮັບການຍອມຮັບຈາກພາຍໃນ ແລະ ຕ່າງປະເທດ. ແຕ່ຢ່າງໃດກໍຕາມສະຫະພາບແຮງງານການປະມົງ ໃນທ້ອງຖິ່ນຂອງຍີ່ປຸ່ນ ສະເເດງຄວາມບໍ່ເຫັນດີກັບແຜນດັ່ງກ່າວມາດົນ ເນື່ອງຈາກພວກເຂົາເຊື່ອວ່າການປ່ອຍນໍ້າລົງສູ່ທະເລ ອາດເຮັດໃຫ້ຄວາມພະຍາຍາມທີ່ຈະກອບກູ້ຊື່ສຽງຂອງຜະລິດຕະພັນອາຫານຍີ່ປຸ່ນບໍ່ປະສົບຜົນສໍາເລັດ ຫຼັງຈາກທີ່ມີຫຼາຍປະເທດສັ່ງຫ້າມບໍ່ໃຫ້ນໍາເຂົ້າຜະລິດຕະພັນອາຫານຍີ່ປຸ່ນບາງຊະນິດເນື່ອງຈາກກັງວົນກ່ຽວກັບສານກໍາມັນຕະພາບລັງສີ.

ເຖິງຢ່າງໃດກໍຕາມ ທາງການຍີ່ປຸ່ນຢືນຢັນວ່າ ນໍ້າໄດ້ຜ່ານການກັ່ນຕອງເພື່ອກໍາຈັດທາດກໍາມັນຕະພາບລັງສີສ່ວນໃຫຍ່ແລ້ວ ຍົກເວັ້ນທຣິທຽມ (Tritium) ເຊິ່ງເປັນ ໄອໂຊໂທບໄຮໂດເຈນ ທີ່ແຍກອອກຈາກນໍ້າໄດ້ຍາກ ແຕ່ນໍ້າທີ່ຜ່ານການບໍາບັດແລ້ວ ຈະຖືກເຈືອຈາງໃຫ້ຢູ່ໃນລະດັບທີ່ຕໍ່າກວ່າ ລະດັບໄອໂຊໂທບ ມາດຕະຖານ ທີ່ໄດ້ຮັບການອະນຸມັດໃນລະດັບສາກົນເພື່ອບໍ່ໃຫ້ເປັນອັນຕະລາຍ ກ່ອນທີ່ຈະປ່ອຍລົງມະຫາສະໝຸດປາຊີຟິກ.

ສິ່ງທີ່ໜ້າກັງວົນກໍຄື ເຖິງແມ່ນວ່ານໍ້າປົນເປື້ອນຈະໄດ້ຮັບການບຳບັດຈົນເອີ້ນໄດ້ວ່າ ປອດໄພໃນລະດັບໜຶ່ງ ແຕ່ປະລິມານນໍ້າທີ່ຖືກກັກເກັບໃນບໍ່ບຳບັດໂຮງໄຟຟ້ານິວເຄຼຍ ຟຸກຸຊິມະ ທີ່ລໍຖ້າການປ່ອຍລົງທະເລນັ້ນມີປະລິມານຫຼາຍເຖິງ 1,3 ລ້ານໂຕນ ນັບແຕ່ເກີດໄພພິບັດແຜ່ນດິນໄຫວເມື່ອປີ 2011 ຈົນເຮັດໃຫ້ເກີດນິວເຄຼຍຮົ່ວໄຫຼ ແລະ ຕ້ອງໃຊ້ນໍ້າເປັນຈຳນວນມະຫາສານໃນການລົດຄວາມຮ້ອນຈາກເຕົານິວເຄຼຍ.

ຂອບໃຈຂໍ້ມຸນຈາກ: Nikkei, posttoday

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/