ຊ່ອງໄທອອກຂ່າວ! ຢຸດ ສາລະວັນ ໜຸ່ມລາວຮ້ອງເພງມ່ວນ ຈົນນັກຮ້ອງໄທຢ່າງ ຕັກ ສິຣິພອນ ຍ້ອງຍໍຊົມເຊີຍ ແລະ ຢາກຈະປັ້ນໜຸ່ມຄົນນີ້


ນ້ອງຢຸດ ຫຼື หยุด สาละวัน ໜຸ່ມແຂວງສາລະວັນ ຕອນນີ້ກໍຖືວ່າກຳລັງເປັນທີ່ສົນໃຈຂອງຫຼາຍຄົນ ຍ້ອນຄວາມສາມາດ ແລະ ສຽງຮ້ອງເພງທີ່ມ່ວນຫູ ມີເອກະລັກສຽງເປັນຂອງຕົນເອງ ຟັງແລ້ວຫຼົງໄປກັບສຽງຂອງລາວ ຈົນ ຕັກສິຣິພອນ (ນັກຮ້ອງ, ນັກສະແດງ, ພິທີກອນ ຊື່ດັງປະເທດໄທ) ໄດ້ບອກວ່າຢາກຈະປັ້ນນ້ອງຄົນນີ້, ເຊິ່ງ ຕັກ ສິຣິພອນ ໄດ້ໂພສຜ່ານ Instagram ແລະ Facebook ແລະ ມີຫຼາຍຄົນສະແດງຄວາມຄິດເຫັນໄປໃນທາງບວກເກືອບ 100% ພ້ອມຍັງໄດ້ອອກຂ່າວທາງຊ່ອງໄທນຳພ້ອມ. ນອກຈາກນີ້ ກໍຍັງມີຫຼາຍຊ່ອງດັງຂອງໄທ ກໍຢາກຮ່ວມງານນຳນ້ອງ ລວມທັງ ຕ່າຍ ອາກາດ ນັກຮ້ອງຊື່ດັງລາວເຮົາ ກໍສົນໃຈຢາກເຮັດເພງໃຫ້ນ້ອງນຳອີກ.

ໃນ TikTok ຂອງນ້ອງຢຸດເອງ ກໍມີຜູ້ຕິດຕາມຫຼາຍເຖິງແສນກວ່າຄົນ ຍອດວິວທີ່ເຂົ້າຮັບຊົມກໍສູງເຖິງລັກລ້ານ ມີທັງຜູ້ຕິດຕາມທັງປະເທດລາວ ແລະ ໄທ. ເນື່ອງຈາກເປັນຄົນທີ່ມີພອນສະຫວັນດ້ານການຮ້ອງເພງ ບໍ່ວ່າຈະຮ້ອງເພງໃດສຽງກໍມ່ວນ ແລະ ນ້ອງຢຸດເອງກໍເປັນຄົນທີ່ມີນິໄສໜ້າຮັກ ຈຶ່ງເຮັດໃຫ້ຫຼາຍຄົນສົນໃຈ ແລະ ກຳລັງຈັບຕາເບິ່ງໃນໄລຍະນີ້.

ມື້ນີ້ທາງທີມຂ່າວເຮົາຈະມານຳສະເໜີ ຄວາມເປັນມາຂອງນ້ອງຈັກເລັກໜ້ອຍ ເຊິ່ງທາງເຮົາໄດ້ສຳພາດນ້ອງໃນວັນທີ 16 ກັນຍາ 2021 ມີດັ່ງນີ້:

  • ຊື່ ແລະ ອາຍຸ ອາຊີບ: ຊື່ຢຸດ ອາຍຸ 20 ປີ ອາຊີບກຳມະກອນກໍ່ສ້າງ ເປັນຄົນແຂວງສາລະວັນ, ນ້ອງໄດ້ບອກວ່າເຮັດອາຊີບນີ້ມາແຕ່ຍັງນ້ອຍ ຈົນຕອນນີ້ກໍຍັງເຮັດຢູ່.
  • ການຮ້ອງເພງ: ນ້ອງເປັນຄົນທີ່ມັກຮ້ອງເພງມາຕັ້ງແຕ່ຍັງນ້ອຍແລ້ວ ຕັ້ງແຕ່ຈື່ຄວາມໄດ້ກໍຮູ້ສຶກວ່າມັກຮ້ອງເພງ ແລະ ກໍໄດ້ຮ້ອງມາເລື້ອຍໆ ໂດຍການຮັບຟັງຈາກເພງຕ່າງໆ. ໃນການຮ້ອງເພງນີ້ ນ້ອງມັກຫຼາຍຮ້ອງທຸກມື້ ເຮັດວຽກໄປນຳຮ້ອງໄປນຳ ເປັນການຝຶກຮ້ອງເພງໄປພ້ອມ. ຖ້າວ່າງຈາກວຽກກໍອັດຄລິບຮ້ອງເພງ ນຳອ້າຍ, ນ້ອງ ໝູ່ເພື່ອນ 3-4 ຄົນ ບາງຄັ້ງນັ່ງຮ້ອງເພງຫຼິ້ນດົນຕີໄປພ້ອມ ແລະ ບາງຄັ້ງກໍເອົາຄຸມາເຮັດເປັນສຽງກອງ ຫຼື ເອົາອຸປະກອນການກໍ່ສ້າງສິ່ງອື່ນ ເພື່ອມາປະກອບກັບບົດເພງ ຕາມດ້ວຍກີຕ້າຄູ່ໃຈມາດີດເກືອບທຸກຄັ້ງ.
  • ໃນອະນາຄົດ: ໃນເລື່ອງອະນາຄົດ ຖ້າເປັນໄປໄດ້ນ້ອງກໍບອກວ່າ ຢາກຈະເປັນນັກຮ້ອງ ແຕ່ກໍຄືຈະເປັນໄປໄດ້ຍາກ ເພາະໄລຍະນີ້ໂລກເຮົາຍັງປະສົບກັບວິກິດການແຜ່ລະບາດຂອງພະຍາດໂຄວິດ-19, ອາດຈະມີຄວາມຫຍຸ້ງຍາກໃນບາງເລື່ອງ ແຕ່ໃນຄວາມຝັນ ຫຼື ອະນາຄົດ ແມ່ນຢາກຈະເປັນນັກຮ້ອງ.

ຈາກການສຳພາດແລ້ວ ສຳຜັດໄດ້ເລີຍວ່ານ້ອງຢຸດເປັນຄົນທີ່ມີພອນສະຫວັນມາແຕ່ຍັງນ້ອຍ ມັກ ແລະ ຮັກ ໃນການຮ້ອງເພງເປັນຊີວິດຈິດໃຈຮ້ອງທຸກມື້ທຸກວັນໃນເວລາເຮັດວຽກ ໂດຍບໍ່ໄດ້ຝຶກຝົນຮ້ອງເພງຈາກໂຮງຮຽນໃດ, ຮ້ອງໄປຮ້ອງມາດ້ວຍຄວາມມັກ ສຽງດີຈົນໃຜໆກໍຍ້ອງຍໍ ຈົນ ຕັກ ສິຣິພອນ ຍັງຢາກຈະປັ້ນນ້ອງ, ຈາກທີ່ ຕັກ ສິຣິພອນ ໂພສລົງໂຊຊ່ຽວເຮັດໃຫ້ຊ່ອງຂ່າວຂອງໄທເຖິງກັບນຳມາເຮັດເປັນຂ່າວ ແລະ ຫຼາຍໆຄົນກໍໄດ້ຮັບຮູ້ເພີ່ມໄປອີກ.

ສ່ວນໃຜທີ່ສົນໃຈຢາກຈະຟັງເພງ ກໍຟັງໄດ້ທີ່ຊ່ອງຢູທູບນ້ອງຢຸດ ເຊິ່ງຫາກໍເປີດຊ່ອງບໍ່ພໍເທົ່າໃດ ຜູ້ຕິດຕາມທະລຸເຖິງໝື່ນກວ່າບັນຊີແລ້ວ ແລະ ຜູ້ຕິດຕາມຊ່ອງ ຕິກຕັອກ ກໍຍັງຄົງເພີ່ມຂຶ້ນເລື້ອຍໆ.

ອອກຂ່າວຊ່ອງໄທ: https://youtu.be/sdshW5fTvxo
ຊ່ອງ YouTube: หยุด สาละวัน ( https://bit.ly/3hWGLX9 )
ຊ່ອງ TikTok: https://bit.ly/2YWGHQd

ຂອບໃຈບົດສຳພາດຈາກ: ນ້ອງຢຸດ, ຊື່ເຟສບຸກ: หยุด สาละวัน
ສຳພາດວັນທີ 16 ກັນຍາ 2021
ຮຽບຮຽງໂດຍ: Cat-Meo-ManU

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/