ໃນຄ່ຳຄືນຂອງວັນທີ 21 ມັງກອນ 2023 ເວລາປະມານ 22:22 (ຕາມເວລາທ້ອງຖິ່ນ) ທີ່ເມືອງມອນເທີເຣປາຣ໌ກ ລັດແຄລິຟໍເນຍ ສະຫະລັດອາເມຣິກາ ໄດ້ມີຄົນຮ້າຍໃຊ້ອາວຸດປືນກວາດຍິງໃນບໍລິເວນທີ່ມີຊາວອາເມຣິກາເຊື້ອສາຍເອເຊຍອາໄສຢູ່ເປັນຈຳນວນຫຼາຍ ສົ່ງຜົນໃຫ້ມີຜູ້ເສຍຊີວິດແລ້ວ 10 ຄົນ ບາດເຈັບຢ່າງໜ້ອຍ 10 ຄົນ ແລະ ໃນຂະນະນີ້ຜູ້ກໍ່ເຫດແມ່ນກຳລັງຫຼົບໜີຢູ່ ເຖິງເຫດການຈະຜ່ານມາຫຼາຍຊົ່ວໂມງ ໂດຍເຫດການນີ້ແມ່ນເກີດຂຶ້ນໃນລະຫວ່າງຜູ້ຄົນອອກມາເຕົ້າໂຮມກັນສະເຫຼີມສະຫຼອງວັນກຸດຈີນ.

ທາງ ແອນດຣູວ໌ ເມເຍີ (Andrew Meyer) ເຈົ້າໜ້າທີ່ຈາກລອສແອງເຈລິສ ກ່າວວ່າ ໃນຕອນທີ່ເກີດເຫດຜູ້ຄົນທີ່ຢູ່ໃນງານຕ່າງພາກັນແລ່ນໜີຕາຍພ້ອມກັບຮ້ອງສຽງດັງອອກມາ ແລະ ເມື່ອເຈົ້າໜ້າທີ່ໄປເຖິງທີ່ເກີດເຫດກໍພົບຜູ້ເສຍຊີວິດນອນຢູ່ໃນຫ້ອງບອລລູມ (Ballroom) ທີ່ຈັດງານດັ່ງກ່າວ ພ້ອມກັບເຈົ້າໜ້າທີ່ສຸກເສີນກໍາລັງປະຖົມພະຍາບານໃຫ້ກັບຜູ້ບາດເຈັບ.

ແອນດຣູວ໌ ເມເຢີ ບໍ່ໄດ້ບັນຍາຍເຖິງຮູບຮ່າງລັກສະນະຂອງຊາຍຜູ້ກໍ່ເຫດຫຼືອາວຸດທີ່ຄົນຮ້າຍໃຊ້ ພ້ອມທັງບໍ່ຊີ້ແຈງວ່າ ເຫດໃດຕຳຫຼວດຈຶ່ງບໍ່ໃຫ້ຂໍ້ມູນກ່ຽວກັບການກວາດຍິງເປັນເວລາຫຼາຍຊົ່ວໂມງໃນຂະນະທີ່ມືປືນຍັງຄົງຫຼົບໜີ. ນອກຈາກນີ້ ແອນດຣູວ໌ຍັງກ່າວວ່າ ຕຳຫຼວດກຳລັງສອບສວນເຫດການອື່ນໃນເມືອງອັລຮຳບຣາທີ່ຢູ່ໃກ້ຄຽງ ເພື່ອເບິ່ງວ່າມີຄວາມກ່ຽວຂ້ອງກັນຫຼືບໍ່.
ແລະຕອນນີ້ທາງສຳນັກງານຕຳຫຼວດກາງ ຫຼື FBI ແມ່ນໄດ້ເຂົ້າກວດສອບທີ່ເກີດເຫດແລ້ວ
ຫຼັງຈາກເຫດການດັ່ງກ່າວເກີດຂຶ້ນ ຜູ້ຄົນໃນໂລກໂຊຊຽວຕ່າງກໍພາກັນຄາດເດົາວ່າ ເຫດຈູງໃຈທີ່ຄົນຮ້າຍລົງມືກໍ່ເຫດນັ້ນ ອາດເປັນຜົນມາຈາກ Asian Hate ຫຼື ຄວາມກຽດຊັງຕໍ່ຊາວເອເຊຍ ເນື່ອງຈາກເຫດເກີດທີ່ງານກຸດຈີນ ແລະ ເປັນພື້ນທີ່ຂອງຜູ້ທີ່ມີເຊື້ອສາຍເອເຊຍ ເຊິ່ງທາງສຳນັກຂ່າວ Los Angeles Times ກໍອອກມາລະບຸວ່າ ເມືອງມອນເທີເຣປາຣ໌ກເປັນເມືອງທີ່ມີປະຊາກອນ 61.000 ຄົນ ແລະ 65% ຂອງຄົນໃນເມືອງກໍເປັນຊາວອາເມຣິກາເຊື້ອສາຍເອເຊຍ.

ຢ່າງໃດກໍຕາມ ທາງດ້ານ ແອນດຣູວ໌ ກ່າວວ່າ ຍັງໄວເກີນໄປທີ່ຈະຮູ້ໄດ້ວ່າມືປືນຮູ້ຈັກຄົນທີ່ຢູ່ພື້ນທີ່ເກີດເຫດ ຫຼື ວ່າເປັນອາຊະຍາກຳທີ່ເກີດຈາກຄວາມກຽດຊັງ.
ທີ່ມາ:
- https://cnn.it/3H2wvbk
- https://lat.ms/3XPftnT
- https://bit.ly/3HkMlPU
- https://bit.ly/3kBsJyl
- https://bit.ly/3J6IDe1
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/