ຄົນຍີ່ປຸ່ນເກັບຊັບສິນຕົກເຮ່ຍມອບໃຫ້ຕຳຫຼວດລວມກັນຫຼາຍກວ່າ 22,800 ລ້ານເຢນ!


ສຳນັກຂ່າວຊິນຫົວໄດ້ລາຍງານວ່າ ສຳນັກງານຕຳຫຼວດແຫ່ງຊາດຍີ່ປຸ່ນເຜີຍແຜ່ລາຍງານທີ່ກ່ຽວກັບປະຊາຊົນທີ່ເກັບເງິນສົດເຊິ່ງພົບຕາມສາທາລະນະ ແລ້ວນຳໄປແຈ້ງຕຳຫຼວດຫຼາຍເປັນປະຫວັດສາດທີ່ປະມານ 22,800 ລ້ານເຢນ ຫຼື ຕົກເປັນເງິນລາວຫຼາຍກວ່າ 3 ພັນຕື້ກີບ ເມື່ອປີ 2023.

ຂໍ້ມູນຈາກສຳນັກງານຕຳຫຼວດຍັງໄດ້ລະບຸວ່າ ການແຈ້ງຄວາມລັກສະນະນີ້ຍັງບໍ່ລວມຮອດກໍລະນີຜູ້ແຈ້ງພົບຊັບສິນທີ່ບໍ່ແມ່ນເງິນສົດທີ່ສູນຫາຍອີກ 29.79 ລ້ານລາຍການ ເພີ່ມຂຶ້ນ 3.15 ລ້ານລາຍການ ເມື່ອທຽບກັບປີ 2023 ທັງນີ້ຍັງມີແນວໂນ້ມວ່າການເພີ່ມຂຶ້ນມາຈາກ ຜູ້ຄົນທີ່ກັບມາສັນຈອນທາງຍ່າງອີກຄັ້ງນັ້ນເອງ.

ໂດຍທາງກົດໝາຍຊັບສິນທີ່ສູນຫາຍຂອງປະເທດຍີ່ປຸ່ນ ໄດ້ລະບຸວ່າຜູ້ໃດພົບເງິນສົດ ແລະ ຊັບສິນໃດກໍຕາມຖ້ານຳໄປແຈ້ງກັບຕຳຫຼວດເຊິ່ງຕ້ອງຮັບດູແລສິ່ງຂອງເຫຼົ່ານັ້ນ ຫາກບໍ່ມີຜູ້ໃດມາສະແດງຄວາມເປັນເຈົ້າຂອງພາຍໃນເວລາໄລຍະ 3 ເດືອນ ສິ່ງຂອງເຫຼົ່ານັ້ນຈະຕົກເປັນຂອງຄົນເກັບໄດ້.

ສ່ວນຂອງທີ່ຍົກເວັ້ນກໍຈະມີ ໂທລະສັບມືຖື ແລະ ອຸປະກອນທີ່ມີການບັນທຶກຂໍ້ມູນສ່ວນບຸກຄົນ ແຕ່ໃນກໍລະນີຜູ້ທີ່ພົບເງິນສົດ ແລະ ສິ່ງຂອງປະຕິເສັດຮັບຊັບສິນເຫຼົ່ານັ້ນຈະຖືກເກັບເຂົ້າສູ່ຄັງຂອງໜ່ວຍງານລັດຖະບານເຊິ່ງເປັນເຈົ້າຂອງພຶ້ນທີ່ນັ້ນເອງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/