ກອງປະຊຸມຮ່ວມ ລະຫວ່າງຄະນະປະຈໍາສະພາແຫ່ງຊາດ ແລະ ຄະນະລັດຖະບານ ໄດ້ຈັດຂຶ້ນໃນວັນທີ 15 ພຶດສະພາ ຜ່ານມາ ທີ່ຫ້ອງປະຊຸມຄະນະປະຈຳສະພາແຫ່ງຊາດ, ໂດຍການເປັນປະທານຮ່ວມລະຫວ່າງ ທ່ານ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ປະທານຄະນະປະຈຳສະພາແຫ່ງຊາດ ແລະ ທ່ານ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ເຂົ້າຮ່ວມມີບັນດາທ່ານຮອງປະທານຄະນະປະຈຳ, ຮອງນາຍົກລັດຖະມົນຕີ, ກຳມະການຄະນະປະຈຳ ແລະ ບັນດາທ່ານໃນຄະນະລັດຖະບານ.
ໃນກອງປະຊຸມໄດ້ຮັບຟັງບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ 6 ເດືອນຕົ້ນປີ 2023 ແລະ ແຜນການ 6 ເດືອນ ທ້າຍປີ 2023 (ການປະຕິບັດຄາດໝາຍໃຫຍ່ ຕາມກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX) ແລະ ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ (ບັນຫາທີ່ພົ້ນເດັ່ນຕາມມະຕິ ຂອງກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ IX ເລກທີ 03/ສພຊ, ລົງວັນທີ 10/8/2021); ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ (ບັນຫາທີ່ພົ້ນເດັ່ນຕາມມະຕິ ຂອງກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ IX ເລກທີ 04/ສພຊ, ລົງວັນທີ 10/8/2021); ບົດລາຍງານຂອງລັດຖະບານ ກ່ຽວກັບຜົນສໍາເລັດກອງປະຊຸມສໍາມະນາວິທະຍາສາດ ກ່ຽວກັບວຽກງານທີ່ດິນ; ບົດລາຍງານຂອງລັດຖະບານ ກ່ຽວກັບວຽກງານການປະກັນສຸຂະພາບ, ປະກັນສັງຄົມ ແລະ ສະຫວັດດີການສັງຄົມ. ຈາກນັ້ນ, ບັນດາທ່ານຄະນະປະຈຳສະພາແຫ່ງຊາດໄດ້ປະກອບຄຳຄິດຄຳເຫັນຕໍ່ບົດລາຍງານດັ່ງກ່າວ.

ໃນຕອນບ່າຍຂອງວັນດຽວກັນ, ກອງປະຊຸມໄດ້ສືບຕໍ່ຮັບຟັງລາຍງານຈາກຕາງໜ້າຄະນະປະຈຳສະພາແຫ່ງຊາດ ເປັນຕົ້ນ: ບົດລາຍງານຂອງຄະນະປະຈໍາສະພາແຫ່ງຊາດ ກ່ຽວກັບການກະກຽມຮ່າງກົດໝາຍທີ່ຈະນໍາເຂົ້າລາຍງານ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ທີ່ມີຄວາມລະອຽດອອ່ນ ຄື: ກົດໝາຍວ່າດ້ວຍການຊົດເຊີຍຄ່າເສຍຫາຍຈາກລັດ, ກົດໝາຍວ່າດ້ວຍການຈັດຫາງານ, ກົດໝາຍວ່າດ້ວຍການປົກຄອງ, ກົດໝາຍວ່າດ້ວຍອາກອນທີ່ດິນ ລວມທັງລາຍງານວຽກງານການໂຄສະນາເຜີຍແຜ່ກົດໝາຍ; ບົດລາຍງານຂອງຄະນະປະຈໍາສະພາແຫ່ງຊາດ ກ່ຽວກັບຜົນສໍາເລັດກອງປະຊຸມສໍາມະນາວິທະຍາສາດ ກ່ຽວກັບຫຼັກການ ແລະ ການຈັດສັນແຜນການລົງທຶນຂອງລັດ; ບົດລາຍງານຂອງຄະນະປະຈໍາສະພາແຫ່ງຊາດ ກ່ຽວກັບຫົວຂໍ້ເນື້ອໃນທີ່ຈະນໍາເຂົ້າຜ່ານກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX. ພ້ອມນັ້ນ, ບັນດາທ່ານຜູ້ເຂົ້າຮ່ວມກໍໄດ້ປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ.

ຈຸດປະສົງໃນການຈັດກອງປະຊຸມເທື່ອນີ້ ກໍເພື່ອປຶກສາຫາລື ແລະ ຮ່ວມກັນຊອກວິທີແກ້ໄຂບັນຫາເຄັ່ງຮ້ອນ ແລະ ຮີບດ່ວນ ທີ່ເກີດຂຶ້ນໃນສັງຄົມທີ່ສົ່ງຜົນກະທົບຕໍ່ການສ້າງສາພັດທະນາເສດຖະກິດ-ສັງຄົມ ໃນປັດຈຸບັນ; ເພື່ອຕິດຕາມ, ຊຸກຍູ້ບັນດາກະຊວງ, ອົງການ ໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ທີ່ໄດ້ພິຈາລະນາຮັບຮອງເອົາເປັນມະຕິກອງປະຊຸມສະພາແຫ່ງຊາດ ໃນຂອບເຂດວຽກງານຂອງແຕ່ລະພາກສ່ວນ ແລະ ເປັນບ່ອນອີງໃນການແກ້ໄຂບັນຫາຄວາມຫຍຸ້ງຍາກຕ່າງໆ ໃຫ້ໄດ້ຮັບຜົນສຳເລັດ; ເພື່ອຕິດຕາມກວດກາການເຄົາລົບ ແລະ ປະຕິບັດລັດຖະທຳມະນູນ ແລະ ກົດໝາຍ ຂອງບັນດາອົງການລັດຂັ້ນຕ່າງໆ. ເພື່ອສ້າງຄວາມເປັນຄວາມເປັນເອກະພາບ ຕໍ່ກັບວຽກງານຕ່າງໆ ແລະ ຄົ້ນຄວ້າກຳນົດວຽກທີ່ຈະຕ້ອງໄດ້ແກ້ໄຂຮ່ວມກັນ ລະຫວ່າງ ຄະນະປະຈຳສະພາແຫ່ງຊາດ ແລະ ຄະນະລັດຖະບານ ກໍຄືບັນດາຫົວຂໍ້ທີ່ຈະພິຈາລະນາໃນກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX.
ຂໍ້ມູນຈາກ: https://bit.ly/42zwNA5
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/