ສະຫຼຸບເຫດການດຸເດືອດທ້າຍເກມ ນັດຊິງຊະນະເລີດ ບານເຕະ ຊີເກມ ຄັ້ງທີ 32 ທີ່ອິນໂດເນເຊຍຊະນະ ໄທໄປໄດ້ 5-2


ນັບວ່າເປັນອີກໜຶ່ງເກມທີ່ກາຍເປັນທີ່ເວົ້າເຖິງກັນໄປທົ່ວອາຊຽນ ກັບເກມການແຂ່ງຂັນກິລາບານເຕະ ນັດຊິງຊະນະເລີດ ຊີເກມ ຄັ້ງທີ 32 ທີ່ອິນໂດເນເຊຍຊະນະ ໄທໄປໄດ້ 4-2 ທີ່ພາຍໃນເກມມີທັງຄວາມມ່ວນ, ຄວາມລຸ້ນ, ການໃຊ້ແທັກຕິກຕ່າງໆ ແລະ ຄວາມດຸເດືອດ ຂອງຮູບເກມ.

ແຕ່ໜ້າເສຍດາຍທີ່ຄວາມມ່ວນຂອງເກມກິລາໃນນັດນີ້ ຖືກບົດບັງໄປດ້ວຍຄວາມຮຸນແຮງທີ່ບໍ່ມີໃຜຢາກເຫັນ ທີ່ເກີດຂຶ້ນໃນທ້າຍເກມ ເຊິ່ງເປັນການປະທະກັນລະຫວ່າງທີມງານທີມຊາດ ໄທ ແລະ ທີມຊາດ ອິນໂດເນເຊຍ ຈົນເຖິງຂັ້ນລົງໄມ້ລົງມື ຈົນຕ້ອງມີເຈົ້າໜ້າທີ່ເຂົ້າລະງັບເຫດການຄວາມວຸ້ນວາຍດັ່ງກ່າວ. ມື້ນີ້ຈະພາມາເບິ່ງຕົ້ນປາຍສາເຫດ ຂອງຄວາມດຸເດືອດ ແລະ ຄວາມວຸ້ນວາຍດັ່ງກ່າວ.

ໂດຍເກມເລີ່ມດຸເດືອດຕັ້ງແຕ່ຈັງຫວະປະຕູທີ 2 ທີ່ນັກເຕະອິນໂດນັ້ັ້ນ ມີອາການບາດເຈັບ ກຳມະການເລີຍໃຫ້ຢຸດການຫຼິ້ນຊົ່ວຄາວ ແຕ່ແທນທີ່ນັກເຕະອິນໂດຈະສົ່ງຄືນບານໃຫ້ຝັ່ງໄທ ກັບ ຫຼິ້ນຕໍ່ໄປເລີຍ ຈົນນຳມາສູ່ການເຮັດປະຕູ (ເຊິ່ງໃນທາງກົດລະບຽບກໍບໍ່ແມ່ນເລື່ອງຜິດ ແຕ່ໃນທາງປະຕິບັດແລ້ວ ກໍຕ້ອງສົ່ງບານໃຫ້ຝັ່ງທີ່ກຳລັງຄອງບານຢູ່). ຈາກຈັງຫວະນັ້ນ ເລີ່ມເຮັດໃຫ້ນັກເຕະທັງ 2 ຝັ່ງບໍ່ພໍໃຈເຊິ່ງກັນ ແລະ ກັນ.

ຈາກນັ້ນເກມກໍດຳເນີນຕໍ່ໄປດ້ວຍສະກໍ 2 ປະຕູຕໍ່ 0 ແຕ່ໃນລະຫວ່າງເກມນັ້ນເຕັມໄປດ້ວຍອາລົມ ການເຂົ້າປະທະທີ່ດຸເດືອດ ການດຶງເວລາຂອງທີມທີ່ໄດ້ປຽບ ເຊິ່ງກໍບໍ່ແມ່ນເລື່ອງທີ່ຜິດລະບຽບແຕ່ຢ່າງໃດ.

ໃນນາທີ 90+9 ຂອງເກມ ທີ່ສະກໍເປັນທາງຂອງ ອິນໂດເນເຊຍ ທີ່ນໍາປະເທດໄທ ຢູ່ 2 ປະຕູຕໍ່ 1 ກໍາມະການໄດ້ເປົ່າບານໃໝ ແຕ່ທາງຝັ່ງທີມງານຂອງອິນໂດເນເຊຍ ກັບເຂົ້າໃຈວ່າມັນເປັນການເປົ່າຈົບເກມຈຶ່ງພາກັນ ແລ່ນໄປດີໃຈໃນສະໜາມ ແລະ ແລ່ນຜ່ານບ່ອນນັ່ງຕົວສຳຮອງຂອງທາງຝັ່ງໄທ ເຊິ່ງຈາກພາບວິດີໂອ ການຖ່າຍທອດສົດ ກໍຈະເຫັນວ່າມີບາງຄົນ ຫັນໜ້າເຂົ້າໄປທາງຝັ່ງບ່ອນນັ່ງທີມສຳຮອງຂອງທາງຝັ່ງໄທ ເຊິ່ງເກີດຍັງຂຶ້ນ ຫຼື ມີການເວົ້າຫຍັງກັນບໍ່ເຮົາກໍບໍ່ສາມາດຮູ້ໄດ້.

ດ້ວຍຄວາມຄຽດ ຄວາມກົດດັນ ຄວາມອັດອັ້ນຕັນໃຈ ຈາກຮູບເກມທີ່ເຄັ່ງຕຶງ ພໍທີມຊາດໄທໄດ້ປະຕູຕີສະເໝີ 2 ປະຕູຕໍ່​ 2 ໃນນາທີ ສຸດທ້າຍຂອງເກມ ຄວາມສະໃຈ ຄວາມດີໃຈຂອງທາງຝັງທີມງານໄທ ກໍລະເບີດອອກມາແບບຢຸດບໍ່ຢູ່ ໂດຍການແລ່ນໄປດີໃຈ ໃນເຂດບ່ອນນັ່ງສຳຮອງຂອງທີມງານອິນໂດເນເຊຍ ເຊິ່ງນີ້ ເປັນການເກີນຂອບເຂດເກີນໄປ ຈົນເກີດການປະທະຄາລົມກັນໃນລະດັບໜຶ່ງ ແລະ ເຈົ້າໜ້າທີ່ຕຳຫຼວດຕ້ອງລົງມາລະງັບເຫດການ.

ຈົບເວລາໃນເກມ ແລະ ຕ້ອງຕໍ່ເວລາພິເສດອອກໄປອີກ ແລະ ໃນນາທີ 91 ເປັນຝັ່ງຂອງ ອິນໂດເນເຊຍທີ່ເຮັດປະຕູຂຶ້ນນຳໄທໄປເປັນ 3 ປະຕູຕໍ່ 2 ຈາກຄວາມຜິດພາດຂອງນັກເຕະໄທ. ເຊິ່ງເທື່ອນີ້ເປັນທາງຂອງທີມງານ ອິນໂດເນເຊຍ ທີ່ຕ້ອງການຈະເອົາຄືນຈາກເທື່ອກ່ອນ ພາກັນແລ່ນເຂົ້າໄປເຢີ້ຍທີມງານຂອງໄທ ໃນບ່ອນນັ່ງທີມສຳຮອງ.

ຮອດຈຸດນັ້ນອາລົມຂອງທັງ 2 ຝ່າຍເອີ້ນໄດ້ວ່າບໍ່ສາມາດຄວບຄຸມໄດ້ແລ້ວ ເພາະມີການລົງໄມ້ລົງມື ກັນ ທັງເຕະ ທັງຊົກ ທີ່ຕ່າງຝ່າຍຕ່າງບໍ່ຍອມກັນ ທັງ ທີມງານ ທັງນັກເຕະ ຕ່າງລົງມາເຂົ້າຮ່ວມຄວາມວຸ້ນວາຍໃນຄັ້ງນີ້. ຈົນສຸດທ້າຍເຈົ້າໜ້າທີ່ຈຳນວນກວ່າ 20 ຄົນຕ້ອງລົງມາລະງັບເຫດການອີກເທື່ອໜຶ່ງ. ແລະ ຜູ້ຕັດສິນກໍເອີ້ນຫົວໜ້າຄູເຝິກທັງ 2​ ຝັ່ງມາລົມ ພ້ອມກັບຕົວແທນຈາກ FIFA ເພື່ອລະງັບເຫດການ.

     ຈາກຈັງຫວະດັ່ງກ່າວເຫດໃຫ້ມີທັງຜູ້ຫຼິ້ນ ແລະ ທີມງານຕ້ອງຖືກໄລ່ອອກທັງໝົດ 4 ຄົນ ແບ່ງເປັນ ນັກເຕະ ແລະ ທີມງານ ຂອງທັງ 2 ຝັ່ງ ຝັ່ງລະ 2 ​ຄົນ.

ຫຼັງຈາກນັ້ນເກມກໍດຳເນີນຕໍ່ໄປ ແຕ່ເປັນຝັ່ງຂອງ ອິນໂດເນເຊຍທີ່ກັບເຂົ້າມາສູ່ເກມໄດ້ໄວກວ່າ ແລະ ໄດ້ປຽບເລື່ອງຕົວຜູ້ຫຼິ້ນອີກ ຫຼັງຈາກ ໂຈນາທານ ເຂັມດີ ກອງຫຼັງທີມຊາດໄທ ຖືກໃບເຫຼືອງທີ 2​ ເປັນໃບແດງໄລ່ອອກຈາກສະໜາມໄປ ເຮັດໃຫ້ທີມຊາດໄທເຫຼືອ ຜູ້ຫຼິ້ນພຽງ 9 ຄົນໃນສະໜາມ. ສຸດທ້າຍກໍເປັນອິນໂດເນເຊຍ ທີ່ເປັນຝ່າຍບຸກ ແລະ ເຮັດປະຕູໃສ່ ຈົນຈົບເກມລົງດ້ວຍສະກໍ 5 ປະຕູຕໍ່ 2 ຄວ້າຫຼຽນຄໍາ ຊີເກມຄັ້ງທີ 32 ນີ້ໄປໄດ້ສໍາເລັດ.

ສະຫຼຸບເກມດັ່ງກ່າວຈົບລົງດ້ວຍໄຊຊະນະຂອງ ອິນໂດເນເຊຍ 5 ປະຕູຕໍ່ 2​ ຄວ້າຫຼຽນຄໍາທຳອິດໃນບານເຕະ ຊີເກມ ໃນຮອບ 32 ປີ ຕໍ່ຈາກປີ 1991 ສ່ວນທີມຊາດໄທ ເຈົ້າຫຼຽນຄຳກິລາບານເຕະ ຊີເກມ ຕ້ອງຕົກເປັນຮອງແຊ້ມ 2 ປີຊ້ອນຕໍ່ຈາກ ຊີເກມ ທີ່ຫວຽດນາມ.

     ຢ່າງໃດກໍຕາມ ຄວາມດຸເດືອດໃນເກມນັ້ນຄວນເປັນໄປຕາມກົດລະບຽບ ແລະ ມີຂອບເຂດ ບໍ່ຄວນມີການເຢາະເຢີ້ຍ ແລະ ການບໍ່ໃຫ້ກຽດຄູ່ຕໍ່ສູ້ ແລະ ສຳຄັນທີ່ສຸດ ໃນທຸກໆກິລາ ຫຼື ທຸກໆເລື່ອງໃນສັງຄົມ ບໍ່ຄວນມີການໃຊ້ຄວາມຮຸນແຮງຕໍ່ກັນ ເພາະຄວາມຮຸນແຮງບໍ່ເຄີຍສ້າງຜົນດີໃຫ້ກັບໃຜ.

ຂອບໃຈຂໍ້ມູນຈາກ: https://bit.ly/3IicHSZ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/