ຂ່າວລື OPPO Find N3 ສະມາດໂຟນພັບໄດ້ ອາດມາພ້ອມກ້ອງຫຼັງ 3 ຕົວ ເເລະ ມີເຊັນເຊີ IMX890

ຂ່າວລື-oppo-find-n3-ສະມາດໂຟນພັບໄດ້

OPPO Find N3 ສະມາດໂຟນພັບໄດ້ ຄາດວ່າຈະເປີດຕົວໃນທ້າຍປີນີ້. ຫຼ້າສຸດໄດ້ມີຂໍ້ມູນທີ່ຮົ່ວໄຫຼອອກມາກ່ຽວກັບກ້ອງຖ່າຍຮູບຂອງ Find N3 ຈາກ ‘Digital Chat Station’ ໂດຍລາຍງານວ່າ Find N3 ອາດຈະມີກ້ອງຖ່າຍຮູບສາມຕົວທີ່ມີຄວາມລະອຽດ 50MP, ໂດຍຕົວກ້ອງຖ່າຍທັງໝົດ ເປັນເຊັນເຊີ Sony IMX890. ໂດຍຄາດວ່າຈະມາພ້ອມກັບ OPPO MariSilicon X NPU ແລະ ມີ Hasselblad ທີ່ຈະມາຊ່ວຍໃນເລື່ອງກ້ອງຖ່າຍຮູບຕາມປົກກະຕິ, ສ່ວນກ້ອງໜ້າໃຊ້ເຊັນເຊີ Omnivision OV32C ມີຄວາມລະອຽດ 32MP. ນອກຈາກນີ້ຍັງມີແບັດເຕີຣີຂະໜາດ 4800mAh ເຊິ່ງໃຫຍ່ກວ່າແບັດເຕີຣີຂອງ Find N2 ທີ່ມີຂະໜາດ 4520mAh.

ຂ່າວລື-oppo-find-n3-ສະມາດໂຟນພັບໄດ້

ໃນການຮົ່ວໄຫຼຂອງຂໍ້ມູນນີ້ຍັງໄດ້ບອກໃບ້ວ່າ Find N3 ມີຊື່ລະຫັດວ່າ PHN110 ເເລະ ຈະມີກ້ອງຫຼັງທີ່ມີຄວາມລະອຽດ 50MP 3 ຕົວ, ນອກຈາກນີ້ Find N3 ຍັງໃຊ້ຊິບໃໝ່ Snapdragon 8 Plus Gen 2 ທີ່ຄາດວ່າຈະເປີດຕົວໃນໄວໆນີ້.

Find N3 ສະມາດໂຟນພັບໄດ້ຍັງມີລາຍລະອຽດອີກຫຼາຍທີ່ຂາດຫາຍໄປ, ເຊິ່ງເປັນທີ່ໜ້າສົນໃຈວ່າ ສະມາດໂຟນຈະມີລູກຫຼິ້ນທີ່ເເຕກຕ່າງຈາກຮຸ່ນອື່ນໆ ເເລະ ສາມາດທຽບເທົ່າໄດ້ກັບສະມາດໂຟນທີ່ພັບໄດ້ຂອງ Samsung, Xiaomi ເເລະ ຮຸ່ນອື່ນໆໄດ້ຫຼືບໍ່?

ໃນຕອນນີ້ຍັງ​ບໍ່​ທັນ​ມີ​ລາຍ​ລະ​ອຽດ​ຢ່າງ​ເປັນ​ທາງ​ການ​ກ່ຽວ​ກັບ​ມື້ທີ່ຈະວາງຂາຍ ແລະ ​ຂໍ້ມູນຂອງ Oppo Find N3 ສະມາດໂຟນພັບໄດ້​.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/