ທາງ Facebook ໄດ້ປະກາດເມື່ອວັນພຸດທີ່ຜ່ານມາວ່າ ຈະຍົກເລີກນະໂຍບາຍທີ່ມີມາດົນນານ ເຊິ່ງເປັນນະໂຍບາຍປ້ອງກັນບໍ່ໃຫ້ບັນດາບໍລິສັດ Cryptocurrency ສ່ວນໃຫຍ່ສະແດງໂຄສະນາເທິງບໍລິການຂອງ Facebook.

ການເຄື່ອນໄຫວກ່ຽວກັບນະໂຍບາຍນີ້ເກີດຂຶ້ນຫຼັງຈາກບໍລິສັດ Facebook ເຊິ່ງໃນປັດຈຸບັນປ່ຽນຊື່ວ່າ Meta ໄດ້ພະຍາຍາມ ແລະ ລົ້ມເຫຼວໃນການເປີດຕົວສະກຸນເງິນດິຈິຕອນ ທີ່ສາມາດສົ່ງເງິນອອນລາຍໃຫ້ໃຜກໍໄດ້ໃນໂລກ ໂດຍຜ່ານຜະລິດຕະພັນຕ່າງໆຂອງ Facebook.
ກ່ອນໜ້ານີ້ທາງບໍລິສັດໄດ້ລະບຸວ່າຜູ້ທີ່ຕ້ອງການຍິງໂຄສະນາສາມາດຍື່ນໃບຄຳຮ້ອງ, ຂໍ້ມູນ ລວມເຖິງໃບອະນຸຍາດທີ່ພວກເຂົາໄດ້ຮັບ ບໍ່ວ່າພວກເຂົາຈະຊື້ຂາຍໃນຕະຫຼາດຫຼັກຊັບສາທາລະນະ ຫຼື ໃນພື້ນທີ່ສາທາລະນະອື່ນໆທີ່ກ່ຽວຂ້ອງກັບທຸລະກິດພວກເຂົາ.

Facebook ມີກົດຫ້າມໂຄສະນາສະກຸນເງິນດິຈິຕອນໃນເດືອນມັງກອນປີ 2018 ແຕ່ໄດ້ລົດຂະໜາດການຫ້າມ (ແບນ) ນັ້ນກັບຄືນມາເລັກໜ້ອຍໃນເດືອນພຶດສະພາປີ 2019 ເຊິ່ງການຫ້າມດັ່ງກ່າວໄດ້ຂັດຂວາງການເລີ່ມຕົ້ນທຸລະກິດໃນດ້ານສະກຸນເງິນດິຈິຕອນ ແລະ ບລັອກເຊນ (Blockchain) ເພື່ອໂປຣໂໝດງານຂອງພວກເຂົາ ແລະ ເຂົ້າເຖິງຜູ້ມີໂອກາດເປັນລູກຄ້າໃນ Facebook ແລະ Instagram.
Henry Love ອະດີດພະນັກງານໃນທີມທຸລະກິດຂະໜາດນ້ອຍຂອງ Facebook ກ່າວວ່າ ນະໂຍບາຍໃໝ່ຂອງບໍລິສັດແມ່ນເປັນສິ່ງທີ່ໃຫຍ່ຫຼວງສໍາລັບອຸດສາຫະກໍາ Cryptocurrency ແລະ ຈະຊ່ວຍໃຫ້ນັກລົງທຶນຂາຍ່ອຍເຂົ້າເຖິງ Cryptocurrency ໄດ້ຫຼາຍກວ່າແຕ່ກ່ອນ.
Emad Hasan ອະດີດພະນັກງານ Facebook ອີກຄົນໜຶ່ງ ກ່າວວ່ານະໂຍບາຍໃໝ່ຍັງຈະເປັນປະໂຫຍດສໍາລັບການເລີ່ມຕົ້ນເຮັດວຽກກ່ຽວກັບ Blockchain ເຊິ່ງເປັນເທັກໂນໂລຢີທີ່ໃຊ້ເພື່ອເຮັດໃຫ້ Cryptocurrency ເຮັດວຽກໄດ້.
Facebook ໄດ້ລົດຄວາມມຸ່ງໝັ້ນຂອງຕົນເອງໃນອຸດສາຫະກໍາ cryptocurrency ຢ່າງຫຼວງຫຼາຍໃນປີທີ່ຜ່ານມາ ຫຼັງຈາກການວາງແຜນສຳລັບສະກຸນເງິນ ແລະ ກະເປົາດິຈິຕອນໃນປີ 2019, Facebook ໄດ້ປະເຊີນກັບການກວດສອບແບບຮຸນແຮງຈາກຝ່າຍນິຕິບັນຍັດ ແລະ ໜ່ວຍງານກຳກັບເບິ່ງແຍງໃນທົ່ວໂລກ. ຈົນໃນທີ່ສຸດບໍລິສັດກໍໄດ້ເປີດຕົວຜະລິດຕະພັນກະເປົາເງິນດິຈິຕອນຂອງຕົນເອງມີຊື່ວ່າ Novi ໃນເດືອນຕຸລາ. ແຕ່ສະກຸນເງິນດິຈິຕອນ ທີ່ປັດຈຸບັນມີຊື່ວ່າ Diem ແລະ ດໍາເນີນການໂດຍສະມາຄົມອິດສະຫຼະ ຍັງບໍ່ຖືກເປີດເຜີຍຕໍ່ສາທາລະນະ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/