ຂາຍອອກຍາກ! ຈີນອາດຕ້ອງໃຊ້ເວລາເຖິງ 10 ປີ ໃນການຂາຍອະສັງຫາລິມະຊັບ ທີ່ຍັງຄົງຄ້າງຢູ່ໃນປະເທດ


ນັກເສດຖະສາດ ແລະ ຮຸ້ນຂອງບໍລິສັດ (Grow Investment Group) ໃຫ້ສຳພາດໃນລາຍການ Street Signs Asia ຂອງສະຖານີໂທລະພາບຊ່ອງ CNBP ວ່າ ຈີນກຳລັງພົບກັບການແກ້ໄຂບັນຫາທີ່ຍືດເຍື້ອໃນພາກອະສັງຫາລິມະຊັບ ໂດຍອະສັງຫາລິມມະຊັບທີ່ຍັງຂາຍບໍ່ອອກ ຫຼື ຂາຍບໍ່ໄດ້ ຕ້ອງໃຊ້ເວລາດົນນານາເຖິງ 10 ປີ ເຖິງຈະຂາຍໝົດ.

ການເຕີບໂຕຂອງຍອດຂາຍເຮືອນ ແລະ ລາຄາເຮືອນຍັງຄົງຊົບເຊົາ. ເນື່ອງຈາກຜູ້ພັດທະນາອະສັງຫາລິມະຊັບຕ້ອງຮັບມືກັບວິກິດໜີ້ທີ່ເພີ່ມຢ່າງຮຸນແຮງຕັ້ງແຕ່ປີ 2020 ເມື່ອຈີນພະຍາຍາມຫຼຸດພາວະໜີ້ຂອງພາກອະສັງຫາລິມະຊັບ ເຊິ່ງຄິດເປັນ 1 ໃນ 3 ຂອງ GDP ຂອງຈີນ.

ປັດຈຸບັນ ຜູ້ຄົນຕ້ອງໄດ້ພະຍາຍາມ ແລະ ຍອມຮັບວ່າອາດຕ້ອງໃຊ້ເວລາດົນນານຂຶ້ນ ໃນການຂາຍອະສັງຫາລິມະຊັບທີ່ຄົງຄ້າງຢູ່ທັງໝົດອອກໄປ, ພ້ອມກັນນີ້ ຕ້ອງຫາຈຸດເຕີບໂຕໃໝ່ໆ ເພື່ອໃຫ້ເສດຖະກິດກ້າວໄປຕໍ່ໜ້າ ແທນທີ່ຈະເພິ່ງພາພຽງພາກອະສັງຫາລິມມະຊັບ ແລະ ການລົງທຶນດ້ານອະສັງຫາ ເພື່ອຂະຫຍາຍຕົວທາງດ້ານເສດຖະກິດ.

ຂໍ້ມູນຈາກ: BangkokBizNews

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/