ກະຊວງອຸດສາຫະກຳແຈ້ງ ບໍລິສັດໃດທີ່ບໍ່ໄດ້ລົງທະບຽນ ຈະບໍ່ສາມາດດຳເນີນການນຳເຂົ້າ-ສົ່ງອອກໄດ້


ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ອອກແຈ້ງການສະບັບ 3239/ຫອຄ ລົງວັນທີ 29 ທັນວາ 2023 ກ່ຽວກັບມາດຕະການຄຸ້ມຄອງການນຳເຂົ້າ ຫຼື ສົ່ງອອກສິນຄ້າຂອງ ສປປ ລາວ ໂດຍອີງໃສ່ຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຫ້ອງການກະຊວງອຸດສາຫະກຳ ແລະ ການຄ້າ. ເລກທີ 2072/ອຄ, ລົງວັນທີ 15 ພະຈິກ 2023, ຄໍາແນະນໍາວ່າດ້ວຍການຈັດຕັ້ງຜັນຂະຫຍາຍມະຕິຕົກລົງສະບັບເລກທີ 19/ກມພສ ແລະ ນິຕິກຳ ຜັນຂະຫຍາຍຂອງລັດຖະບານ ໃນຂະແໜງອຸດສາຫະກຳ ແລະ ການຄ້າ ເລກທີ 2329/ອຄ, ລົງວັນທີ 11 ທັນວາ 2023.

ເພື່ອເປັນການຈັດຕັ້ງ ແລະ ຜັນຂະຫຍາຍພາລະບົດບາດ ແລະ ຄວາມຮັບຜິດຊອບຂອງຂະແໜງອຸດສາຫະກຳ ແລະ ການຄ້າ ໃນການຄຸ້ມຄອງການນຳເຂົ້າ ແລະ ສົ່ງອອກໃຫ້ເປັນເອກະພາບໃນຂອບເຂດທົ່ວປະເທດ, ຫ້ອງການກະຊວງອຸດສາຫະກຳ ແລະ ການຄ້າ ຈຶ່ງໄດ້ອອກແຈ້ງການລະບຸໄວ້ດັ່ງນີ້:

1.ເລີ່ມແຕ່ວັນທີ 1 ມັງກອນ 2024 ເປັນຕົ້ນໄປ, ວິສາຫະກິດນຳເຂົ້າ-ສົ່ງອອກໃດທີ່ຍັງບໍ່ທັນສຳເລັດການລົງທະບຽນເປັນຜູ້ນຳເຂົ້າ ແລະ ສົ່ງອອກ ຢັ້ງຢືນແຈ້ງລົງທະບຽນເປີດ ຫຼື ຫັນບັນຊີສະເພາະການນຳເຂົ້າ-ສົ່ງອອກ ຈະບໍ່ສາມາດດຳເນີນການນຳເຂົ້າ-ສົ່ງອອກໄດ້.

2.ມອບໃຫ້ພະແນກອຸດສາຫະກຳ ແລະ ການຄ້າ ແຂວງນະຄອນຫຼວງວຽງຈັນ ສົມທົບກັບເຈົ້ານ້າທີ່ພາສີປະຈຳດ່ານ ແລະ ທະນາຄານແຫ່ງ ສປປ ລາວ ສາຂາພາກ ຊຸກຍູ້ໃຫ້ວິສາຫະກິດນຳເຂົ້າ-ສົ່ງອອກ ທີ່ຂຶ້ນກັບແຂວງຕົນຮີບຮ້ອນລົງທະບຽນເປັນຜູ້ນຳເຂົ້າ-ສົ່ງອອກ ຜ່ານເວັບໄຊ https://www.leidc.gov.la ແລະ ແຈ້ງຢັ້ງຢືນລົງທະບຽນເປີດ ຫຼື ຫັນບັນຊີສະເພາະການນຳເຂົ້າ-ສົ່ງອອກ ນຳກົມຄຸ້ມຄອງເງິນຕາຕໍ່ນຳເຂົ້າ ຫຼື ສົ່ງອອກ ສິນໄດ້ ຫຼັງຈາກວັນທີ 31 ທັນວາ 2023 ເປັນຕົ້ນໄປ.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/