ບໍລິສັດ ລາວ-ລີ້ຕູ້ ມາຍນີ້ງ ຈຳກັດ ກຽມທຸ່ມທຶນມະຫາສານກວ່າ 1 ຕື້ໂດລາສະຫະລັດ ເພື່ອພັດທະນານິຄົມອຸດສາຫະກຳ ວຽງຈັນ-ລີ້ຕູ້ ຢູ່ເມືອງປາກງື່ມ ໂດຍຕັ້ງເປົ້າດຶງດູດນັກລົງທຶນກວ່າ 90 ບໍລິສັດ ແລະ ສ້າງວຽກເຮັດງານທຳໃຫ້ປະຊາຊົນເຖິງ 10.000 ຕຳແໜ່ງ ເພື່ອເປັນກົນໄກສຳຄັນໃນການຂັບເຄື່ອນເສດຖະກິດຂອງນະຄອນຫຼວງວຽງຈັນ.
ຕາມການລາຍງານຂອງ ຂ່າວສານອຸດສາຫະກຳ ແລະ ການຄ້າ, ບາດກ້າວສຳຄັນຂອງໂຄງການນີ້ໄດ້ເລີ່ມຕົ້ນຂຶ້ນໃນຕອນບ່າຍຂອງວັນທີ 13 ສິງຫາ 2026 ຜ່ານມາ ທີ່ໄດ້ມີພິທີລົງນາມບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອສຶກສາຄວາມເປັນໄປໄດ້ຂອງໂຄງການ ໂດຍການຮ່ວມລົງນາມລະຫວ່າງ ທ່ານ ປອ. ຈັນສະແຫວງ ບຸນຍົງ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຕາງໜ້າໃຫ້ແກ່ລັດຖະບານ ແລະ ທ່ານ ຫູເຈົາເວິນ ຜູ້ອຳນວຍການໃຫຍ່ ບໍລິສັດ ລາວ-ລີ້ຕູ້ ມາຍນີ້ງ ຈຳກັດ ທ່າມກາງການເປັນສັກຂີພິຍານຂອງຄະນະນຳຂັ້ນສູງຈາກພາກສ່ວນທີ່ກ່ຽວຂ້ອງ.
ຄວາມໂດດເດັ່ນຂອງໂຄງການຍັກໃຫຍ່ນີ້ ແມ່ນການນຳໃຊ້ທີ່ດິນຊຶ່ງເປັນກຳມະສິດຂອງບໍລິສັດເອງທັງໝົດໃນເນື້ອທີ່ກວ້າງເຖິງ 307 ເຮັກຕາ ກວມເອົາພື້ນທີ່ບ້ານນາທາມ, ບ້ານພ້າວ, ບ້ານໜອງດົງ ແລະ ບ້ານດອນໄຮ່ ຂອງເມືອງປາກງື່ມ ເຊິ່ງການມີທີ່ດິນຮອງຮັບແລ້ວນີ້ ຈະຊ່ວຍໃຫ້ການຈັດຕັ້ງປະຕິບັດໂຄງການມີຄວາມສະດວກ ແລະ ວ່ອງໄວຂຶ້ນ ໂດຍຫຼຸດຜ່ອນຂໍ້ຫຍຸ້ງຍາກທາງດ້ານການເວນຄືນທີ່ດິນທີ່ມັກພົບເຫັນໃນໂຄງການຂະໜາດໃຫຍ່.
ເພື່ອໃຫ້ເຫັນພາບກວ້າງຂອງການພັດທະນາ ທາງບໍລິສັດໄດ້ວາງແຜນຈັດສັນພື້ນທີ່ຢ່າງເປັນລະບົບໂດຍແບ່ງອອກເປັນ 3 ເຂດຫຼັກຢ່າງຊັດເຈນ. ເລີ່ມຈາກເຂດ A ເຊິ່ງເປັນເຂດອຸດສາຫະກຳໜັກບົນເນື້ອທີ່ 153 ເຮັກຕາ ທີ່ບ້ານນາທາມ ແລະ ບ້ານພ້າວ ໂດຍຈະເນັ້ນໃສ່ການປຸງແຕ່ງແຮ່ທາດແບບຄົບວົງຈອນ ພ້ອມທັງມີອ່າງບຳບັດນ້ຳເປື້ອນ ແລະ ສະຖານີໄຟຟ້າຮອງຮັບ.
ຕໍ່ມາແມ່ນເຂດ B ເນື້ອທີ່ 100 ເຮັກຕາ ຢູ່ບ້ານໜອງດົງ ເຊິ່ງຖືກອອກແບບໃຫ້ເປັນສູນກາງການຜະລິດ ແລະ ປຸງແຕ່ງຜະລິດຕະພັນກະສິກຳ ການແຍກເຂດກະສິກຳອອກຈາກເຂດແຮ່ທາດນີ້ຖືເປັນວິໄສທັດທີ່ດີໃນການຮັກສາມາດຕະຖານຄວາມປອດໄພທາງອາຫານ.
ສ່ວນເຂດ C ຈະກວມເອົາພື້ນທີ່ 54 ເຮັກຕາ ຢູ່ບ້ານດອນໄຮ່ ເຊິ່ງຈະຖືກພັດທະນາເປັນເຂດບໍລິການ, ຫ້ອງການບໍລິຫານ ແລະ ທີ່ພັກອາໄສຂອງພະນັກງານ ເພື່ອສ້າງສະພາບແວດລ້ອມການເຮັດວຽກທີ່ສົມບູນແບບ.
ການເກີດຂຶ້ນຂອງນິຄົມອຸດສາຫະກຳແຫ່ງນີ້ ບໍ່ພຽງແຕ່ເປັນການລົງທຶນຂອງພາກເອກະຊົນເທົ່ານັ້ນ ແຕ່ຍັງເປັນການຕອບສະໜອງ ແລະ ສອດຄ່ອງກັບແນວທາງນະໂຍບາຍຂອງລັດຖະບານຢ່າງກົມກຽວ.
ທ່ານ ປອ. ບຸນເພັງ ສີບຸນເຮືອງ ຫົວໜ້າກົມອຸດສາຫະກຳປຸງແຕ່ງ ໄດ້ຊີ້ໃຫ້ເຫັນວ່າ ໂຄງການນີ້ເປັນໝາກຜົນໂດຍກົງຈາກການຜັນຂະຫຍາຍ ດຳລັດວ່າດ້ວຍນິຄົມອຸດສາຫະກຳ ສະບັບເລກທີ 313/ລບ ທີ່ປະກາດໃຊ້ໃນເດືອນມີນາ 2025 ຜ່ານມາ.
ການທີ່ລັດຖະບານສ້າງກອບນິຕິກຳທີ່ຊັດເຈນ ໄດ້ສ້າງຄວາມໝັ້ນໃຈໃຫ້ນັກລົງທຶນ ຈົນເຮັດໃຫ້ໂຄງການນີ້ກາຍເປັນໂຄງການທີ 6 ທີ່ໄດ້ຮັບການເຊັນບົດບັນທຶກຄວາມເຂົ້າໃຈ. ໃນພາບລວມ ຄວາມຕັ້ງໃຈຂອງລັດຖະບານແມ່ນການປ່ຽນຜ່ານປະເທດຈາກການສົ່ງອອກວັດຖຸດິບ ມາເປັນຖານການຜະລິດ ແລະ ປຸງແຕ່ງທີ່ສ້າງມູນຄ່າເພີ່ມ ພ້ອມທັງດຶງດູດເມັດເງິນຕາຕ່າງປະເທດ ແລະ ສ້າງເສດຖະກິດໝູນວຽນໃນຊຸມຊົນ.
ເຖິງຢ່າງໃດກໍຕາມ ໂຄງການດັ່ງກ່າວຈະຕ້ອງໃຊ້ເວລາໃນການສຶກສາຄວາມເປັນໄປໄດ້ຢ່າງລະອຽດພາຍໃນກຳນົດ 24 ເດືອນ ເພື່ອປະເມີນຄວາມຄຸ້ມຄ່າ ແລະ ຜົນກະທົບໃນທຸກມິຕິ ກ່ອນທີ່ຈະກ້າວເຂົ້າສູ່ການກໍ່ສ້າງຕົວຈິງ. ຫາກໂຄງການນີ້ສຳເລັດຕາມເປົ້າໝາຍ ມັນຈະກາຍເປັນແມ່ເຫຼັກດຶງດູດການລົງທຶນ ພ້ອມທັງເປັນແຫຼ່ງຈ້າງງານຂະໜາດໃຫຍ່ທີ່ຊ່ວຍຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃນທ້ອງຖິ່ນ ແລະ ກາຍເປັນໜຶ່ງໃນກຳລັງສຳຄັນທີ່ຊຸກຍູ້ເສດຖະກິດຂອງ ສປປ ລາວ ໃຫ້ເຕີບໃຫຍ່ຢ່າງຍືນຍົງໃນອະນາຄົດ.
#LaoXperts #ນິຄົມອຸດສາຫະກຳວຽງຈັນລີ້ຕູ້ #ເສດຖະກິດລາວ #ການລົງທຶນ #ອຸດສາຫະກຳປຸງແຕ່ງ #LaosEconomy


