ກຸ່ມຕາລີບັນ ສັ່ງແບນເກມ PUBG ແລະ ແອັບ TikTok ເນື່ອງຈາກເນື້ອຫາມີຄວາມຮຸນແຮງ ແລະ ເຮັດໃຫ້ເຍົາວະຊົນຫຼົງຜິດ

PUBG

ຫຼັງຈາກກອງທັບສະຫະລັດອາເມຣິກາ ໄດ້ສັ່ງຖອນກຳລັງທະຫານອອກຈາກ ອັບການິສຖານ ກຸ່ມຕາລີບັນ ກໍໄດ້ເຂົ້າມາຍຶດອຳນາດຈາກລັດຖະບານ ແລະ ໄດ້ສັ່ງແບນເວັບໄຊ ຕ່າງໆ ທີ່ມີເນື້ອຫາຜິດສິນທຳ ແລະ ຫຼ້າສຸດ ອັບການິສຖານ ທີ່ປັດຈຸບັນປົກຄອງໂດຍກຸ່ມ ຕາລີບັນ ກໍໄດ້ອອກກົດໝາຍສັ່ງແບນເກມ PUBG ເກມແນວ Battle royal ທີ່ນິຍົມກັນທົ່ວໂລກ ແລະ ແອັບ TikTok ໂດຍໃຫ້ເຫດຜົນວ່າ ເປັນເກມທີ່ສະໜັບສະໜູນຄວາມຮຸນແຮງ ແລະ ຫຼອກລວງໃຫ້ເຍົາວະຊົນຫຼົງຜິດ.

PUBG

ໂດຍຖະແຫຼງການດັ່ງກ່າວມີຂຶ້ນຫຼັງການປະຊຸມຂອງກະຊວງ ໂທລະຄົມມະນາຄົມ ຂອງ ອັບການິສຖານ ໂດຍຈະສັ່ງແບນ ເກມ PUBG ເປັນໄລຍະເວລາ 3 ເດືອນ ແລະ ສັ່ງແບນ TikTok ເປັນໄລຍະເວລາ 1 ເດືອນ.

ຮອງໂຄສົກຂອງ ກຸ່ມຕາລີບັນ ເປີດເຜີຍວ່າ TikTok ເປັນແຫຼ່ງລວມເນື້ອຫາສົກກະປົກ  ເຊິ່ງບໍ່ສອດຄ່ອງກັບກົດໝາຍ ອິດສະລາມ ແລະຍັງເຮັດໃຫ້ຜູ້ຄົນເສຍເວລາໄປກັບມັນໂດຍບໍ່ເກີດປະໂຫຍດຫຍັງເລີຍ.

ຈາກສະຖິຕິເຜີຍວ່າ ປະຊາກອນ 2 ໃນ 3 ຂອງປະເທດທີ່ມີຈຳນວນ 39 ລ້ານຄົນນັ້ນອາຍຸຕໍ່າກວ່າ 25 ປີ ແລະ ມີເຖິງ 100,000 ຄົນທີ່ໄດ້ເຂົ້າສູ່ລະບົບ PUBG ນັບຕັ້ງແຕ່ຕົ້ນປີ 2022.

PUBG TikTok

ຢ່າງໃດກໍຕາມ ອັບການິສຖານ ບໍ່ແມ່ນປະເທດດຽວໃນຕາເວັນອອກກາງທີ່ສັ່ງແບນ PUBG ເພາະປາກີສະຖານເອງ ກໍໄດ້ສັ່ງແບນ PUBG ເຊັ່ນດຽວກັນ ໂດຍໃຫ້ເຫດຜົນວ່າ ມັນເຮັດໃຫ້ເກີດການເສບຕິດຫຼາຍເກີນໄປ ຈົນມີອິດທິພົນໃນດ້ານລົບຕໍ່ເຍົາວະຊົນ.

     ຂອຊໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ