ການເພີ່ມຂຶ້ນຂອງອຸນຫະພູມຈາກການປ່ຽນແປງຂອງສະພາບອາກາດທີ່ຮ້າຍແຮງໃນປັດຈຸບັນ ອາດເຮັດໃຫ້ໝາປ່າອາຟຣິກາສູນພັນໄດ້


ພາວະໂລກຮ້ອນທີ່ເກີດຈາກການປ່ຽນແປງຂອງສະພາບອາກາດນັ້ນບໍ່ພຽງແຕ່ສົ່ງຜົນກະທົບຕໍ່ມະນຸດເຮົາ ແລະ ສັດຕ່າງໆທີ່ຢູ່ໃນໂລກ. ຫຼາຍຄົນອາດຄິດວ່າການປ່ຽນແປງຂອງສະພາບອາກາດນັ້່ນຈະເຮັດໃຫ້ສັດທີ່ຢູ່ໃນແຖບຂົ້ວໂລກເຊັ່ນ: ໝີຂົ້ວໂລກ, ເພັນກວິນ ແລະ ສັດອື່ນໆຕ້ອງຕໍ່ສູ້ເພື່ອໃຫ້ມີຊີວິດຢູ່ລອດ ເພື່ອບໍ່ໃຫ້ສູນພັນຈາກນ້ຳແຂງທີ່ລະລາຍ. ແຕ່ຈາກຜົນການສຶກສາໃໝ່ໂດຍທີມງານຂອງນັກຄົ້ນຄວ້າໃນສະຫະຣາຊະອານາຈັກໄດ້ພົບວ່າ ໝາປ່າອາຟຣິກາກໍມີທ່າອ່ຽງສູງທີ່ຈະສູນພັນເຊັ່ນກັນ ຖ້າຫາກອຸນຫະພູມສະເລ່ຍຂອງທົ່ວໂລກເພີ່ມຂຶ້ນ 3 ອົງສາ.

ໝາປ່າອາຟຣິກາ ຫຼື Lycaon pictus ເປັນໝາປ່າທີ່ກຳລັງໃກ້ຈະສູນພັນ ເຊິ່ງມີຖິ່ນກຳເນີດຢູ່ທີ່ພາກໃຕ້ຂອງທະເລຊາຍຊາຮາຣາອາຟຣິກາ, ໂດຍພວກມັນອາໄສຢູ່ໃນປ່າສະວັນນາ ແລະ ໃນພື້ນທີ່ແຫ້ງແລ້ງ. ໝາປ່າອາຟຣິກາຈະຢູ່ ແລະ ຮ່ວມກັນລ່າເປັນຝູງ. ເນື່ອງຈາກຄວາມແຂງແຮງ ແລະ ຄວາມສະຫຼຽວສະຫຼາດຂອງພວກມັນໃນການສື່ສານກັນເປັນທີມເຮັດໃຫ້ພວກມັນກາຍເປັນນັກລ່າອັນດັບ 1 ໃນເຂດນັ້ນ.

ຈາກການສຶກສາກ່ອນໜ້ານີ້ທີ່ຖືກຈັດຂຶ້ນຢູ່ເຂດຕ່າງໆໃນ Kenya, Botswana ແລະ Zimbabwe ພົບວ່າ ການຕາຍຂອງໝາປ່າໃນອາຟຣິກາທັງໝົດໃນການສຶກສາລະຫວ່າງປີ 2002 ແລະ 2017 ແມ່ນມາຈາກການລ່າຂອງມະນຸດທັງຕັ້ງໃຈ ແລະ ບໍ່ຕັ້ງໃຈ, ລວມທັງໂຣກກ່ຽວກັບສັດລ້ຽງທີ່ໄດ້ແຜ່ກະຈາຍຄິດເປັນ 44% ຂອງການສູນເສຍໝາປ່າອາຟຣິກາທັງໝົດ.

ໂດຍໃນການສຶກສາຫຼ້າສຸດນີ້ແມ່ນອີງຈາກຂໍ້ກ່ຽວກັບການຢູ່ລອດ ແລະ ການປະສົມພັນຂອງໝາປ່າອາຟຣິກາທີ່ໄດ້ເກັບກໍາຂໍ້ມູນຈາກປະຊາກອນບາງສ່ວນຂອງ Kenya ໃນໄລຍະ 16 ປີ ແລະ ຂໍ້ມູນດັ່ງກ່າວກໍໄດ້ຖືກນຳໄປໃຊ້ເພື່ອສ້າງເປັນແບບຈຳລອງໃນຄອມພິວເຕີທີ່ໄດ້ສະແດງໃຫ້ເຫັນເຖິງການຫຼຸດລົງຂອງປະຊາກອນໝາປ່າປະມານ 40% ພາຍໃຕ້ອຸນຫະພູມທີ່ເພີ່ມຂຶ້ນ 1 ອົງສາ ແລະ ຈະສູນເສຍເພີ່ມຂຶ້ນເລື້ອຍໆຫາກອຸນຫະພູມເພີ່ມຂຶ້ນເຖິງ 3 ອົງສາ ຫຼື ຫຼາຍກວ່ານັ້ນຈົນນຳໄປສູ່ການສູນພັນເຊິ່ງອາດເກີດຂຶ້ນພາຍໃນປີ 2070.

ທີ່ມາ:

forbes

brandthink

copernicus

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/