ກະແສວິຈານ Fast Fashion ບໍ່ສົ່ງຜົນກະທົບກັບ Shein


ປັດຈຸບັນສັງຄົນໃຫ້ຄວາມສົນໃຈຜົນກະທົບຈາກ Fast Fashion ຫຼາຍຂຶ້ນເພາະມັນຖືເປັນອຸດສະຫະກຳທີ່ສົ່ງຜົນຕໍ່ພາວະໂລກຮ້ອນ ມົນລະພິດທາງອາກາດ ສິ່ງເສດເຫຼືອ ແລະ ສະພາບການເຮັດວຽກທີ່ບໍ່ດີຂອງແຮງງານທີ່ເຮັດວຽກໃນໂຮງງານ.

ແຕ່ເຖິງຈະມີກະແສວິຈານເກີດຂຶ້ນເປັນຂະບວນການ ແຕ່ມັນບໍ່ໄດ້ສົ່ງຜົນກະທົບຫຍັງເລີຍກັບແບຣນ Fast Fashion ຫຼາຍແບຣນ ໂດຍສະເພາະ Shein.

Shein ເປັນໜຶ່ງໃນແບຣນເສື້ອຜ້າທີມຸ່ງເນັ້ນການຜະລິດສິນຄ້າຕາມເທຣນ ມາໄວໄປໄວ ໃຊ້ເວລາໃນການຜະລິດໜ້ອຍ ຜະລິດໃນຈຳນວນຫຼາຍ ແລະ ຂາຍໃນລາຄາຖືກ. ລູກຄ້າສ່ວນຫຼາຍເປັນຜູ້ຍິງໄວໜຸ່ມ ໄປຈົນເຖິງໄວກາງຄົນ ແລະ ດ້ວຍອິດທິພົນຂອງສື່ອອນລາຍໂດຍສະເພາະ TikTok ແລະ ບັນດາ Influencers ໃນແຕ່ລະແພັດຟອມທີ່ມັກແບ່ງບັນ lifestyle ແລະ ການແຕ່ງຕົວຂອງພວກເຂົາ ເຮັດໃຫ້ການເຕີບໂຕຂອງອຸດສະຫະກຳ Fast Fashion ເປັນໄປໄດ້ໄວກວ່າທີ່ຜ່ານມາ.

ໃນອີກ 5 ຊົ່ວໂມງ 47 ນາທີ ເຮົາຈະສາມາດຊື້ຊຸດໃດ້ໃນລາຄາ 5.9 ໂດລາ ສະເວັດເຕີໃນລາຄາ 8.5 ໂດລາ ຫຼື ເສື້ອຄັອບ ໃນລາຄາ 1.9 ໂດລາ ກ່ອນທີ່ການຫຼຸດລາຄາ 90% ຈະສິ້ນສຸດລົງຕອນ 8 ໂມງແລງ ແລ້ວເສື້ອຄັອບກໍຈະກັບມາລາຄາເກົ່າທີ່ 4 ໂດລາ — ຜູ້ຊື້ສິນຄ້າຈາກ Shein

ນີ້ເປັນໜຶ່ງສຽງຈາກລູກຄ້າຂອງ Shein ທີ່ບອກເລົ່າຜ່ານວາລະສານ The Guardian ເຖິງໂປຣໂມຊັນຫຼຸດລາຄາທີ່ຈະເກີດຂຶ້ນເປັນປະຈຳໃນແອັບພລິເຄຊັນ Shein ເຊິ່ງຈະມີສິນຄ້າຫຼຸດລາຄາຈຳນວນຫຼາຍ.

ເຫັນໄດ້ວ່າ ສິນຄ້າຂອງ Shein ຂາຍສິນຄ້າໃນລາຄາຖືກ ແລະ ຍັງມີການຫຼຸດລາຄາອີກດ້ວຍ, ບໍ່ພຽງແຕ່ສິນຄ້າແຟຊັນ ຍັງມີສິນຄ້າຫຼາກຫຼາຍທີ່ຕອບໂຈດການໃຊ້ຊີວິດທຸກຮູບແບບ ທັງຊຸດອອກກຳລັງກາຍ, ຊຸດຊັ້ນໃນ, ຊຸດນອນ, ຊຸດໄປເຮັດວຽກ, ຊຸດໄປງານແຕ່ງ ແລະ ງານສົບ. ນອກຈາກນີ້ Shein ຍັງເລີ່ມຂະຫຍາຍໄປຜະລິດເສື້ອຜ້າຜູ້ຊາຍ ແລະ ເສື້ອຜ້າເດັກອີກດ້ວຍ.

Shein ກາຍເປັນໜຶ່ງແບຣນເສື້ອຜ້າທີ່ມີການຄົ້ນຫາໃນ Google ທີ່ຫຼາຍທີ່ສຸດໃນໂລກ ແລະເມື່ອພິຈາລະນາຍອດຂາຍໃນສະຫະລັດອະເມລິກາແລ້ວ Shein ເປັນຜູ້ຄ້າ Fast Fashion ທີ່ໃຫຍ່ທີ່ສຸດ ແລະ ຍັງເປັນແອັບພລິເຄຊັນຊັອບປິງທີ່ໄດ້ຮັບຄວາມນິຍົມແອັບໜຶ່ງຂອງໂລກອີກດ້ວຍໂດຍມີຍອດດາວໂຫຼດຫຼາຍເປັນອັນດັບ 4 ໃນ AppStore.

The Guardian ລາຍງານວ່າ Shein ສ້າງລາຍໄດ້ໄປແລ້ວຫຼາຍພັນລ້ານຫຼຽນ ເຖິງແມ່ນວ່າເສື້ອຜ້າບາງຄໍເລັກຊັນ ແລະ ເສື້ອຜ້າບາງຜືນຜະລິດຈາກພລາສຕິກ 100% ແຕ່ກໍຍັງເປັນສິນຄ້າທີ່ໄດ້ຮັບຄວາມນິຍົມຢ່າງຫຼວງຫຼາຍ.

ວິດີໂອຂອງ Influencer ຜູ້ຍິງອາຍຸນ້ອຍຫຼາຍຄົນທີ່ກຳລັງແກະເຄື່ອງຈາກຖົງພລາສຕິກໃບໃຫຍ່ທີ່ມີຖົງພລາສຕິກນ້ອຍອີກຫຼາຍໃບທາງໃນທີ່ມີເສື້ອຜ້າຈາກ Shein ພ້ອມໃສ່ແຮສແທັກ #GRWM ຫຼື Get Ready With Me ໄດ້ຮັບຄວາມນິຍົນໃນຫຼາຍສື່ອອນລາຍໂດຍສະເພາະ TikTok ໄດ້ເຮັດໃຫ້ Shein ເຂົ້າເຖິງກຸ່ມເປົ້າໝາຍ ແລະ ມີສ່ວນຊ່ວຍກະຕຸ້ນຍອດຂາຍໄດ້ເປັນຢ່າງດີ. Influencer ເຫຼົ່ານັ້ນກາຍເປັນສ່ວນໜຶ່ງຂອງການຕະຫຼາດທີ່ Shein ເກືອບຈະບໍ່ຕ້ອງລົງທຶນຫຍັງເລີຍ.

ໃນສື່ອອນລາຍເອງກໍມີກະແສວິຈານ Shein ເຊັ່ນກັນໂດຍສະເພາະບັນຫາເລື່ອງສິ່ງແວດລ້ອມ, ການໃຊ້ແຮງງານ ແລະ ສິນຄ້າຮຽນແບບ ແຕ່ກໍບໍ່ໄດ້ເຮັດໃຫ້ຄວາມນິຍົມຂອງ Shein ຫຼຸດລົງເລີຍ ຍັງຄົງມີການຜະລິດ ການຫຼຸດລາຄາ ແລະ ການຣີວິວໂດຍຜູ້ໃຊ້ໃນສື່ອອນລາຍໄປພ້ອມໆກັນ.


https://cutt.ly/zeeV9m99

https://cutt.ly/HeeV2MBY

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/